ເຊກອງມີລາຍຮັບ 97 ຕື້ກວ່າກີບຍ້ອນປີທ່ອງທ່ຽວລາວ

ຂ່າວ: ສະເຫຼີມໄຊ

   ໄລຍະຜ່ານມາແຂວງເຊກອງໄດ້ເອົາໃຈໃສ່ໃນການໂຄສະນາສະຖານທີ່ທ່ອງທ່ຽວຕ່າງໆໂດຍສະເພາະໃນປີທ່ອງທ່ຽວລາວ 2018 ໄດ້ມີການສ້າງປ້າຍໂຄສະນາແຫຼ່ງທ່ອງທ່ຽວ, ຜະລິດແຜ່ນພັບ, ປົດສະເຕີ, ໂລໂກ້ການທ່ອງທ່ຽວ, ປ້າຍຄຳຂວັນຕ່າງໆນອກນັ້ນຍັງຮ່ວມວາງສະແດງສິນຄ້າຜະລິດຕະພັນການທ່ອງທ່ຽວ

ແລັນໂຣເວີ ຈັດກິດຈະກຳແລກປ່ຽນປະສົບການຂັບຂີ່

(ນສພ ເສດຖະກິດ-ສັງຄົມ)

ໃນວັນທີ 11-13 ມັງກອນ 2019 ຜ່ານມານີ້ທີ່ສູນການຄ້າລາວ-ໄອເຕັກ ບໍລິສັດຈາກົວ-ແລັນໂຣເວີ ໄດ້ຈັດງານ The Above and Beyond Tour laos ເພື່ອໃຫ້ລູກຄ້າຜູ້ທີ່ມັກຂັບຂີ່ລົດທ້າທາຍທາງແຄບ, ແລກປ່ຽນປະສົບການຄຸນນະພາບຄວາມແຮງ ແລະຫຍີ່ຫໍ້ຂອງ ແລັນໂຣເວີ.

ເຊີນຜູ້ປະກອບການເຂົ້າຮ່ວມງານ RHVAC ແລະ E&E 2019

ຂ່າວ: ກິ່ງລັດຕະນະ

   ກົມສົ່ງເສີມການຄ້າລະຫວ່າງປະເທດກະຊວງການຄ້າສົມທົບກັບສະພາອຸດສາຫະກຳແຫ່ງປະເທດໄທຈັດພິທີຖະແຫຼງຂ່າວປະຊາສຳພັນ 3 ປະເທດເພື່ອນບ້ານລາວ, ກຳປູເຈຍ, ຫວຽດນາມຂຶ້ນໃນວັນທີ 14 ມັງກອນ ທີ່ນະຄອນຫຼວງວຽງຈັນ

ເປີດເປັນທາງການງານວາງສະແດງຜະລິດຕະພັນໄມ້ລາວມີ 74 ຫົວໝ່ວຍທຸລະກິດເຂົ້າຮ່ວມ

ຂ່າວ: ບຸນນິກ

      ເປີດເປັນທາງການແລ້ວງານວາງສະແດງຜະລິຕະພັນ (ເຟີນີເຈີ) ໄມ້ລາວຄັ້ງທີ 5 ປະຈຳປີ 2019 ໃນວັນທີ 14 ມັງກອນ2019 ຊຶ່ງມີ 74 ຫົວໜ່ວຍທຸລະກິດເຂົ້າຮ່ວມ ແລະ ຫ້ອງຂາຍ 177 ຫ້ອງທີ່ນຳເອົາຜະລິດຕະພັນຫຼາກຫຼາຍລາຍການມາຈາກທັງພາຍໃນ ແລະຕ່າງປະເທດໂດຍຄາດວ່າໃນງານຄັ້ງນີ້ຈະມີການຊື້-ຂາຍໄດ້ປະມານ70% ຕົກເປັນມູນຄ້າປະມານ 14 ຕື້ກີບ ຈາກສິນຄ້າລວມທັງໝົດ 20 ຕື້ກີບ.

ບໍລິຄຳໄຊ ມີແຮງງານຕ່າງປະເທດຂື້ນທະບຽນແລ້ວ 4 ພັນກວ່າຄົນ

ຂ່າວ: ພິມພອນ

   ຄຳສັ່ງ 62/ນຍ, ແມ່ນໜຶ່ງໃນແຜນປະຕິບັດງານທີ່ຊ່ວຍໃຫ້ແຂວງບໍລິຄຳໄຊ ສາມາດຈັດລະບຽບແຮງງານຕ່າງປະເທດໃຫ້ເຂົ້າສູ່ລະບຽບຮຽບ ຮ້ອຍທາງສັງຄົມ, ພ້ອມທັງເຮັດໃຫ້ປາກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນແຂວງຫຼຸດລົງໂດຍມາຮອດປະຈຸບັນແຂວງດັ່ງກ່າວສາມາດຂຶ້ນທະບຽນແຮງງານຕ່າງປະເທດໄດ້ແລ້ວ 4 ພັນກວ່າຄົນ.

ສີເມືອງກຣຸບ ມອບເງິນ 2,46 ຕື້ກີບ ຊຸກຍູ້ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

 (ນສພ ເສດຖະກິດ-ສັງຄົມ)

   ໃນວັນທີ 8 ມັງກອນ 2019 ທີ່ກະຊວງປ້ອງກັນປະເທດບໍລິສັດສີເມືອງ ກຣຸບ ຈຳກັດ ໄດ້ມອບເງິນຈຳນວນ 2,90 ແສນໂດລາ ປະມານ 2,46 ຕື້ກີບ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ, ເພື່ອເປັນການປະກອບສ່ວນໃຫ້ວັນທີ່ມີຄວາມໝາຍຂອງຊາດໃຫ້ມີການສະເຫຼີມສະຫຼອງຢ່າງຄຶກຄື້ນມ່ວນຊື່ນ ແລະ ສົມກຽດສັກສີຂອງກອງທັບປະຊາຊົນລາວຊຶ່ງມອບໂດຍ ທ່ານ ເອກະພັນ ພະພິທັກ ປະ ທານສະພາບໍລິຫານ ບໍລິສັດ ສີເມືອງກຣຸບ ຈຳກັດ ແລະ ໃຫ້ກຽດຮັບ

ມີເກືອບ 600 ບໍລິສັດລົງທືນໃນເຂດເສດຖະກິດທົ່ວປະເທດ ສ້າງວຽກ 8 ພັນກວ່າຕຳແໝ່ງ

ຂ່າວ: ວົງມະນີ 

  ໃນໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະຄຸ້ມຄອງການລົງທຶນໃນເຂດເສດຖະກິດເຫັນວ່າໄດ້ມີຜົນສຳເລັດຢ່າງຕໍ່ເນື່ອງ, ກາຍເປັນສ່ວນປະກອບສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດກໍຄືສ້າງລາຍຮັບ ແລະວຽກເຮັດງານທຳໃຫ້ກັບພໍ່ແມ່ປະ ຊາຊົນໃນຂອບເຂດທົ່ວປະເທດໂດຍເວລານີ້ມີແລ້ວເກືອບ 600 ບໍລິສັດເຂົ້າມາລົງທຶນ ແລະຈົດທະບຽນສ້າງວຽກເຮັດງານທຳໃຫ້ກັບແຮງ ງານ 8,1 ພັນຄົນແຕ່ໃນນັ້ນເຂດສາມຫຼ່ຽມຄຳມີການລົງທຶນຫຼາຍກວ່າໝູ່ 147 ບໍລິສັດຮອງລົງມາແມ່ນບໍ່ເຕ່ນແດນງາມ.

ເບຍລາວມອບລາງວັນລົດຟອດເຟຍສຕ້າຈາກການດື່ມຊາລິບຕັນ

ຂ່າວ: ວົງມະນີ

  ພື່ອເປັນການຂອບໃຈລູກຄ້າຜູ້ທີ່ມີອຸປະກາລະຄຸນທີ່ໃຫ້ການສະໜັບສະໜູນຜະລິດຕະພັນຂອງບໍລິສັດເບຍລາວກໍ່ຄືຜະລິດຕະພັນຊາລິບຕັນທີ່ໄດ້ ນໍາມາຈໍາໜ່າຍໃນລາວຕົ້ນເດືອນຕຸລາ 2018 ຜ່ານມາ.

ສະຫວັນຍັງພົບໃຊ້ສານເຄມີເກີນຄ່າມາດຕະຖານຢູ່ຫຼາຍທ້ອງຖິ່ນ

 (ນສພ ເສດຖະກິດ-ສັງຄົມ)

 ຕາມການລາຍງານຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງສະຫວັນນະເຂດ ຕໍ່ກອງປະ ຊຸມສະພາສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ I ທີ່ໄດ້ຈັດ ຂຶ້ນໃນວັນທີ 8-11 ມັງກອນ 2019 ໄດ້ໃຫ້ຮູ້ວ່າ: ສຳລັບບັນຫາການຄຸ້ມຄອງວຽກງານການນຳໃຊ້ສານເຄມີຂອງບໍລິສັດໂຄງການ

ບາຊາ-ບີ ຕອບໂຈດສິນຄ້າອຸປະໂພກ-ບໍລິໂພກເປີດ 2 ເດືອນຜົນຕອບຮັບເກີນຄາດ

ຂ່າວ: ນິກ

   ບາຊາ-ບີແຄັດແອນແຄຣີ່ ສູນລວມສິນຄ້າອຸປະໂພກບໍລິໂພກຄົບເຄື່ອງທີ່ຄັດສັນເລືອກສິນຄ້າຄຸນນະພາບດີສູ່ສັງຄົມລາວເປີດໃຫ້ບໍລິການມາ 2 ເດືອນ ໄດ້ສຽງຕອບຮັບຢ່າງໜ້າພໍໃຈອັນເປັນຜົນໃຫ້ສິນຄ້າບາງອາທິດນຳມາເກືອບບໍ່ທັນໂດຍສະເພາະຊ່ວງເທສະການຕ່າງໆທີ່ສຳຄັນສາມາດຊ່ວຍໃຫ້ຜູ້ຄົນຂ້າມໄປຊື້ສິນຄ້າປະເທດໃກ້ຄຽງຫຼຸດລົງ.