ສຳເລັດແຫ່ງທຳອິດສະຖານີໂພນໂຮງທາງລົດໄຟລາວ-ຈີນ

  ແຫຼ່ງຂ່າວຂໍ້ມູນຈາກກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ຈີນ ຊ່ວງທີ 3 ໃຫ້ຮູ້ວ່າ: ມາຮອດວັນທີ 23 ກໍລະກົດ 2021 ສະຖານີໂພນໂຮງໜຶ່ງໃນໂຄງການທາງລົດໄຟລາວ-ຈີນໄດ້ສໍາເລັດເປັນທີ່ຮຽບຮ້ອຍແລ້ວຊຶ່ງຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ຈີນ,

ເອັສເອັມອີ 10 ຫົວໜ່ວຍຢູ່ຫຼວງພະບາງເຂົ້າເຖິງທຶນດອກເບ້ຍ 3%

   ພະແນກອຸດສາຫະກໍາ ແລະການຄ້າແຂວງຫຼວງພະບາງ ໄດ້ຈັດຝຶກອົບຮົມເພື່ອຍົກລະດັບຄວາມຮູ້ການຂຽນແຜນທຸລະກິດ, ການວາງແຜນການເງິນ ແລະການບັນຊີ ເງິນສົດໃຫ້ແກ່ຫົວໜ່ວຍທຸລະກິດຂະໜາດນ້ອຍແລະຂະຫນາດກາງ (SME) 

ຝົນນີ້ລາວເສຍຫາຍນໍ້າຖ້ວມ 183 ຕື້ກີບ

  ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກໍລະກົດ ຄັ້ງວັນທີ 26- 27 ກໍລະກົດ 2021 ນີ້, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີໂດຍການເຂົ້າຮ່ວມຂອງບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະສະມາຊິກລັດຖະບານຢ່າງຄົບຖ້ວນ.

ຮ້ານ ຄຳເພັນສຸກ ເປີດສາຂາ2

    ເພື່ອເປັນການຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ມາໃຊ້ບໍລິການໃຫ້ທົ່ວເຖິງ ແລະບໍລິການສະດວກໃນທ້າຍອາທິດຜ່ານມາ ຮ້ານຄຳເພັນສຸກ ເປີດສາຂາ2 ຫົວເມືອງໃຕ້ ເມືອງໄກສອນ ພົມວິການ, ເເຂວງສະຫວັນນະເຂດ ( ໃກ້ທາງເຂົ້າຕະຫຼາດສະຫວັນໄຊຂ້າງວິທະຍຸເກົ້າ )

ທ້າວ ສົມຄິດ ສິມພະວົງ ຂໍຄະມາ ຄາລະວະ ຜາສາດຫີນວັດພູຈຳປາສັກ

   ໃນຕອນບ່າຍຂອງວັນທີ 23 ກໍລະກົດ 2021 ນີ້, ອົງການປົກຄອງເມືອງຈຳປາສັກໄດ້ນຳພາ ທ້າວ ສົມຄິດ ສິມພະວົງ ອາຍຸ 17 ປີ ອາຊີບ ນັກຮຽນ, ປະຈຸບັນຢູ່ບ້ານຂອນແກ່ນເມືອງຈຳປາສັກ ແຂວງຈຳປາສັກເຂົ້າມາຈະມາຄາລະວະຕໍ່ໜ້າຜາສີນຫີນວັດພູຈຳປາສັກມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ

ກຽມໂຄງການພັດທະນາລະບົບນໍ້າປະປາພາກໃຕ້

    ວັນທີ 22 ກໍລະກົດ 2021, ຢູ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ແຂວງຈຳປາສັກ ໄດ້ມີພິທີເຊັນສັນຍາທີ່ປຶກສາເພື່ອສໍາຫຼວດ-ອອກແບບ ແລະຄຸ້ມຄອງໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ແຂວງຈໍາປາສັກ ແລະແຂວງສາລະວັນ.

 

ລອງກ່ອນໝູ່ໄຟຫຼັງເຍືອງຈອດລົດໄຟລາວ-ຈີນ ສະຖານີຫຼວງພະບາງ

   ເມື່ອບໍ່ດົນມານີ້, ພາກສ່ວນໄຟເຍືອງບ່ອນຈອດລົດໄຟຂອງສະຖານີລົດໄຟຫຼວງພະບາງໄດ້ເລີ່ມທົດລອງເປີດໄຟຢ່າງແຈ້ງສະຫວ່າງຊຶ່ງແສງສີໃນຍາມກາງຄືນໄດ້ສາດຊ່ອງແຈ້ງສະຫວ່າງສະໄຫວ ແລະເປັນທີ່ສະດຸດຕາພິເສດຖືໄດ້ວ່າເມືອງຫຼວງພະບາງທີ່ເປັນເມືອງມໍລະດົກໂລກກໍາລັງຕ້ອນຮັບສະຖານີລົດໄຟທີ່ທັນສະໄໝແຫ່ງທໍາອິດ.

ເລຂາທິການໃຫຍ່ຢ້ຽມຢາມ ແລະແລະເຮັດວຽກຢູ່ຫົວພັນ

 ໃນວັນທີ 23 ກໍລະກົດ 2021 ທີ່ ແຂວງຫົວພັນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດພ້ອມຄະນະຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫົວພັນ,

ສຳເລັດສ້າງສິ່ງອຳນວຍແຫຼ່ງທ່ອງທ່ຽວພູຜາສຸກ

   ວັນທີ 20 ກໍລະກົດ 2021 ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງສິ່ງອຳນວຍຄວາມສະດວກໃນເຂດແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກແຂວງສາລະວັນຈັດຂື້ນຢູ່ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ

   ໃນວັນທີ 19 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກິລາແຂວງສະຫວັນນະເຂດໄດ້ຈັດພິທີເຊັນບົດບັນທຶກຂໍ້ຕົກລົງ (MOA) ກ່ຽວກັບກິດຈະກຳສົ່ງເສີມນອກຫຼັກສູດເພື່ອພັດທະນາທັກສະໄວໜຸ່ມແຂວງສະຫວັນນະເຂດລະຫວ່າງພະແນກສຶກສາທິການ ແລະ ກິລາ