ຕະຫຼາດລົດຍັງສົດໃສ ປີແລ້ວຮອນດ້າຍອດຈຳໜ່າຍເພີ່ມຂຶ້ນ

(ໜັງສືພິມເສດຖະກິດ-ສັງຄົມ)

    ບໍລິສັດນິວຈິບເຊັງຈຳກັດເປັນຜູ້ຜະລິດ ແລະຈຳໜ່າຍລົດຍີ່ຫໍ້ຮອນດ້າໂດຍປະກອບມີທັງລົດຈັກ ແລະລົດໃຫຍ່ຊຶ່ງຍອດຂາຍໄດ້ເພີ່ມຂຶ້ນຕໍ່ເນື່ອງເມື່ອທຽບໃສ່ປີກ່ອນສະເພາະຍອດຈຳໜ່າຍລົດຈັກໃນປີ 2018 ບັນລຸໄດ້ເຖິງ 80 ພັນຄັນ ແລະລົດໃຫຍ່ຍອດຂາຍໄດ້ເຖິງ 500 ຄັນເພີ່ມຂຶ້ນຈາກປີກ່ອນຫຼາຍພໍສົມຄວນໂດຍລວມເຫັນວ່າຕະຫຼາດຈຳໜ່າຍລົດຍີ່ຫໍ້ຮອນດ້າຢູ່ໃນລາວແມ່ນຍັງສົດໃສມີທ່າອ່ຽງທີ່ຈະເພີ່ມຂຶ້ນອີກໃນຕໍ່ໜ້າ.

ເປີດໂຮງງານ 3S ຄອນກຣີດ

ຂ່າວ: ບຸນນິກ 

  ວັນທີ 4 ມັງກອນ ຜ່ານມາບໍລິສັດ ສາມເອັສພັດທະນາ ຈຳກັດ ຜູ້ດຽວ ໄດ້ເປີດໂຮງງານ 3S ຄອນກຣີດ ເປັນທາງການບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ທ່່ານ ອາຊາງ ລາວລີ ອະດີດຮອງນາຍົກລັດຖະມົນຕີທີ່ປຶກສາຄະນະບໍລິຫານສູງກາງພັກ, ທ່ານ ຄຳໄຕ  ຄຳແພງເພັດ ຫົວໜ້າກົມໃຫຍ່ພະລະທິການກະຊວງ ປກສ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.

ຂື້ນທະບຽນແຮງງານຕ່າງປະເທດໄດ້ແລ້ວ 40 ພັນກວ່າຄົນ

ຂ່າວ: ພິມພອນ 

  ໃນກອງປະຊຸມທົ່ວປະເທດປຶກສາຫາລືກ່ຽວກັບແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ຄັ້ງວັນທີ 7 ມັງກອນ 2019, ທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຮ່ວມ ກັນຈັດຂຶ້ນ, ຊຶ່ງຮູ້ວ່າປະຈຸບັນທົ່ວປະເທດສາມາດຂຶ້ນທະບຽນແຮງງານຕ່າງປະເທດໄດ້ແລ້ວ 40 ພັນກວ່າຄົນ

ກະຊວງການເງີນສະຫຼຸບວຽກງານປະຈຳປີ

 ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈໍາປີ 2018 ແລະທິດທາງແຜນການປະຈໍາ ປີ 2019 ໄດ້ໄຂຂຶ້ນວັນທີ 7 ມັງກອນ ທີ່ຫໍປະຊຸມແຫ່ງຊາດພາຍໃຕ້ການເປັນທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ເພື່ອສະຫຼຸບຕີ ລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີຜ່ານມາ, ພ້ອມທັງຈະໄດ້ປຶກສາຫາລືທິດທາງແຜນການ ແລະມາດຕະການຈັດຕັ້ງປະຕິບັດປະຈໍາປີ 2019

4 ພັນກວ່າກອງທືນບ້ານທັ່ວປະເທດ ຍັງຢູ່ນອກການຄູ້ມຄອງຂອງ ທຫລ

ຂ່າວ: ວົງມະນີ   

   ຜ່ານການສຳຫຼວດເຫັນວ່າໃນທົ່ວ ປະເທດມີກອງທຶນບ້ານທັງໝົດ 4 ພັນກວ່າແຫ່ງທີ່ບໍ່ໄດ້ຢູ່ໃນການຄຸ້ມຄອງໂດຍກົງຂອງທະນາຄານແຫ່ງ ສປປ ລາວ (ທຫລ) ຊຶ່ງແຕ່ລະກອງທຶນແມ່ນສ້າງຂຶ້ນໂດຍຜູ້ໃຫ້ທຶນເປັນຫຼັກໂດຍສະເພາະແມ່ນອົງການຈັດຕັ້ງຕ່າງໆໂດຍຂຽນລະບຽບຂຶ້ນເອງແຕ່ບໍ່ໄດ້ມາດຖານຂອງ ທຫລ ຂະນະທີ່ ທຫລ ໄດ້ວາງຍຸດທະສາດຮອດປີ 2025 ຈະສ້າງຈຳນວນກອງທຶນບ້ານທັງໝົດມີຄວາມເຂັ້ມແຂງໄດ້ຕາມຖານຄຸ້ມຄອງຂອງ ທຫລ ໂດຍຜ່ານການຝຶກອົບຮົມແລະອື່ນໆປະຈຸບັນສຳເລັດແລ້ວ 6 ຮ້ອຍກວ່າແຫ່ງ.

ປີແລ້ວນີ້ດ່ານສາກົນວັງເຕົ່າເກັບລາຍຮັບໄດ້ 625 ຕື້ກວ່າກີບ

ຂ່າວ: ໂພທິຣາຊ   

  ເຖິງແມ່ນວ່າໃນສົກປີ 2018 ຜ່ານສະພາບການພັດທະນາເສດຖະກິດບ້ານເຮົາຈະມີຄວາມຫຍຸ້ງຍາກໂດຍສະເພາະຜົນກະທົບຈາກໄພທໍາມະຊາດເຮັດໃຫ້ການຂະຫຍາຍຕົວທາງດ້ານທຸລະກິດບາງຂະແໜງການບໍ່ເປັນໄປຕາມເປົ້າໝາຍແຕ່ເຖິງຢ່າງໃດກໍຕາມດ່ານສາກົນວັງເຕົ່າເມືອງໂພນທອງແຂວງຈໍາປາສັກກໍ່ສູ້ຊົນປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໄດ້ຕາມຄາດໝາຍທີ່ວາງໄວ້ໝົດປີ 2018 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 625 ຕື້ກວ່າກີບ.

ເປີດໃຊ້ອາຄານໃໝ່ ສພຂ ຜົ້ງສາລີ ມີມູນຄ່າກໍ່ສ້າງ 40,5 ຕື້ກີບ

ຂ່າວ: ສົມຄິດ

 ໂຄງການກໍ່ສ້າງຕຶກອາຄານຫຼັງ ໃໝ່ຂອງສະພາປະຊາຊົນ ແຂວງຜົ້ງສາລີ ຊຶ່ງໄດ້ເລີ່ມລົງມືກໍ່ ສ້າງມາແຕ່ປີ 2014 ເປັນຕົ້ນມາ, ຮອດປີ 2018 ຈິ່ງໄດ້ສຳເລັດ 100% ລວມມູນຄ່າທັງໝົດ 40,5 ຕື້ກີບ ແລະ ໃນວັນທີ 4 ມັງກອນ 2019 ກໍໄດ້ຈັດພິທີມອບ-ຮັບຕຶກອາຄານດັ່ງ ກ່າວພ້ອມທັງເປີດນໍາໃຊ້ຢ່າງເປັນທາງການ

ເກົາຫຼີ ມອບເຂົ້າ 1 ພັນໂຕນໃຫ້ແກ່ລາວ

ຂ່າວ: ພິມພອນ 

   ວັນທີ 4 ມັງກອນ 2019, ທີ່ ສາງກະຊວງແຮງງານ ແລະສະຫວັດດີການສັງຄົມ (ຫຼັກ 17), ນະຄອນຫຼວງວຽງຈັນໄດ້ມີພິທີມອບ-ຮັບເຂົ້າ ສານຈຳ ນວນ 1 ພັນໂຕນ ຈາກຄັງແຮອາຊຽນ +3  ໂດຍການຊ່ວຍເຫຼືອຂອງລັດຖະບານ ສ.ເກົາຫຼີ ໃຫ້ແກ່ລັດຖະບານລາວເພື່ອໄປແຈກຢາຍແກ່ຜູ້ປະສົບໄພພິບັດຢູ່ໃນຂອບເຂດທົ່ວປະເທດ

43 ພາກສ່ວນຮ່ວມວາງສະແດງສິນຄ້າໂອກາດສະຫຼອງວັນສ້າງຕັ້ງກອງທັບ

ຂ່າວ: ແພງຕາ

   ກະຊວງປ້ອງກັນປະເທດຈັດງານວາງສະແດງສິນຄ້າ ແລະຜະລິດຕະພັນຂອງກອງທັບໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ງານດັ່ງກ່າວໄດ້ຈັດຂຶ້ນວັນທີ 4-9 ມັງກອນ 2019 ທີ່ເດີນສະໜາມຫຼວງນະຄອນຫຼວງວຽງຈັນ

ປະທານສະພາແຫ່ງຊາດຊຸກຍູ້ການຜະລິດປະຊາຊົນບ້ານຜາແວ່ນ

 ຂ່າວ: ບຸນມີ ແສງທຸມມີ

    ໃນລະຫ່ວາງວັນທີ 3-4 ມັງກອນ ຜ່ານມາທ່ານ ນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດພ້ອມດ້ວຍການນຳແຂວງຊຽງຂວາງໄດ້ລົງຢ້ຽມຢາມຊຸກຍູ້ການຜະລິດຂອງປະຊາຊົນຢູ່ ບ້ານຜາແວ່ນ ເມືອງໜອງແຮດ ແຂວງຊຽງຂວາງ ຊຶ່ງຢູ່ຫ່າງຈາກຕົວເມືອງໜອງແຮດປະ ມານ 7 ກິໂລແມັດ ແລະຫ່າງຈາກດ່ານສາກົນນ້ຳກັ່ນປະມານ 13 ກິ ໂລແມັດ ປະຊາຊົນພາຍໃນບ້ານຖືອາຊີບລ້ຽງສັດໃຫຍ່ ແລະ ປູກຜັກອິນຊີເປັນສິນຄ້າເພື່ອປ້ອນຕະຫຼາດເມືອງໜອງແຮດ ແລະ ຕະຫຼາດຊາຍແດນສາກົນນ້ຳກັ່ນ.