ສຂລ ກະກຽມລະນຶກ 71 ປີ ວັນສື່ມວນຊົນ

  ສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ) ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ກະຊວງ ຖວທ) ໄດ້ຈັດຕັ້ງກອງປະຊຸມເພື່ອກະກຽມໃຫ້ແກ່ການລະນຶກວັນສື່ມວນຊົນຄົບຮອບ 71 ປີ (13 ສິງຫາ 1950-13 ສິງຫາ 2021) ທີ່ຫ້ອງການ ສຂລ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ 

ກວດຄົ້ນລົດວີໂກ້ ພົບເຮໂຣອິນ 70 ແທ່ງ

     ວັນທີ 6 ກໍລະກົດ 2021, ເວລາປະມານ 16:15 ໂມງ, ເຈົ້າໜ້າທີ່ໜ່ວຍສະເພາະກິດທີ່ປະຈໍາຢູ່ກວດກາກິໂລແມັດທີ 24 ແຂວງອຸດົມໄຊ ໄດ້ສະກັດລົດວີໂກ້ສີປອນ ທີ່ກໍາລັງຂັບຂີ່ມຸ້ງໜ້າມາແຕ່ທາງເມືອງໄຊ-ນາໝໍ້ 

ລັດຖະບານ ເນັ້ນປະຕິບັດ 8 ວຽກສຳຄັນ

    ຕອນບ່າຍວັນທີ 8 ກໍລະກົດ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີປະຕິບັດໜ້າທີ່ໂຄສົກລັດຖະບານຖະແຫຼງຕໍ່ສື່ມວນຊົນເຖິງຜົນກອງປະຊຸມເປີດກວ້າງຄັ້ງທີ 1ປີ 2021 ຂອງລັດຖະບານຊຸດທີ IX.

ກຽມສຳພັດແຫຼ່ງທ່ອງທ່ຽວ ອ່າງສະຫວັນ ບຣູລາກູນ ສິງຫານີ້

  ອ່າງສະຫວັນ ບຣູລາກູນ ເປັນອີກສະຖານທີ່ທ່ອງທ່ຽວແຫ່ງໃໝ່ທີ່ມີຄວາມສວຍງາມທ່າມກາງພູຜາປ່າໄມ້ ແລະຫ້ວຍສາຍນໍ້າໃສເຢັນໆ ປະຈຸບັນສະຖານທີ່ເພິ່ນກຳລັງເລັ່ງຕົບແຕ່ງບາງຈຸດ ແລະຈະເປີດໃຫ້ບໍລິການຕົ້ນເດືອນສິງຫາທີ່ຈະມາເຖິງນີ້ພ້ອມຈັດສ່ວນຫຼຸດໃຫ້ແຂກທີ່ມາໃຊ້ບໍລິການໄລຍະເປີດໃໝ່.

6 ເດືອນ ອັດຕະປືລາຍຮັບ 100 ຕື້ກວ່າກີບ

  ທ່ານ ນາງ ໄຍຄໍາ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປືໄດ້ລາຍງານໃນກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ Xl ຂອງສູນກາງພັກ ແລະມະຕິ Xl ຂອງອົງຄະນະພັກແຂວງໃນຂົງເຂດການເງິນເມື່ອບໍ່ດົນມານີ້ວ່າ: ໃນ 6 ເດືອນຕົ້ນປີ 2021 ນີ້

ຄໍາມ່ວນ ສຳເລັດສ້າງຫ້ອງການພະແນກການຄ້າແຂວງ

  ພິທີມອບ-ຮັບໂຄງການກໍ່ສ້າງຫ້ອງການພະແນກອຸດສາຫະກໍາ ແລະການຄ້າແຂວງຄໍາມ່ວນ ( ຫລັງໃໝ່ ) ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2021 ລະຫວ່າງພະແນກອຸດສາຫະກຳ ແລະການຄ້າແຂວງ (ເຈົ້າຂອງໂຄງການ) ແລະບໍລິສັດ ເອັສວີກຣຸບ ຈຳກັດ

ຈັບມືພັດທະນາພະລັງງານສີຂຽວໃນລາວ

  ໃນຕອນເຊົ້າຂອງວັນທີ 6 ກໍລະກົດ 2021 ຢູ່ທີ່ຕຶກ 2 ຊັ້ນ 6, ໄດ້ມີພິທີເຊັນສັນຍາການຮ່ວມມືທາງດ້ານວິຊາການກ່ຽວກັບວິທະຍາສາດ ແລະເຕັກໂນໂລຊີສາກົນພະລັງງານສີຂຽວລະຫວ່າງສະຖາບັນສົ່ງເສີມພະລັງງານທົດແທນ, 

ໄຊສົມບູນ ປິດຮັບຂໍລົງທຶນໃໝ່ເລື່ອງແຮ່ທາດ

  ໄຊສົມບູນ ແມ່ນອີກໜຶ່ງແຂວງຂອງລາວທີ່ມີຄວາມອຸດົມຮັ່ງມີດ້ວຍຊັບໃນດິນສິນໃນນໍ້າຍ້ອນມີພູຜາປ່າໄມ້ທີ່ສວຍງາມດົກໜາ ແລະແຮ່ທາດມີລາຄານາໆຊະນິດເຮັດໃຫ້ໃນຜ່ານມາບັນດານັກລົງທຶນທັງໃນ ແລະຕ່າງປະເທດຫຼັ່ງເຂົ້າໄປແຂວງດັ່ງກ່າວຢ່າງບໍ່ຂາດສາຍໂດຍສະເພາະແມ່ນດ້ານແຮ່ທາດ.

ຄະນະສົ່ງເສີມຄຸ້ມຄອງເຂດເສດຖະກິດເຄື່ອນໄຫວວຽກຢູ່ຈຳປາສັກ

     ໃນວັນທີ 6 ກໍລະກົດ 2021 ຜ່ານມານີ້ທີ່ຫ້ອງວ່າການປົກຄອງແຂວງຈໍາປາສັກໄດ້ມີການຕ້ອນຮັບຄະນະສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດກະຊວງແຜນການ ແລະການລົງທຶນຂຶ້ນໂດຍໃຫ້ກຽດຕ້ອນຮັບຂອງທ່ານ ປອ. ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກພ້ອມດ້ວຍຄະນະ.

ລາວ-ຣັດເຊຍ ເພີ່ມທະວີການພົວພັນສອງຝ່າຍຫຼາຍຂົງເຂດ

   ວັນທີ 7 ກໍລະກົດ 2021 ທີ່ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ກຽດຕ້ອນຮັບ ແລະພົບປະປຶກສາຫາລືກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສະຫະພັນຣັດເຊຍໃນໂອກາດນຳພາຄະນະຜູ້ແທນມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ