ສສຊ ປະຈຳເຂດເລືອກຕັ້ງທີ 11 ປະຊຸມປະຈຳປີ

ຂ່າວ: ສີເວດ

 ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດປະຈຳ ເຂດເລືອກຕັ້ງ 11 ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2019 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ສຸວັນນີ ໄຊຊະນະ ປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງ, ປະທານສະ ພາປະຊາຊົນແຂວງ

ຈະໃຊ້ 42,5 ຕື້ກີບ ສ້າງຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ ເດືອນໜ້າລົງມື

ຂ່າວ: ກິ່ງລັດຕະນະ

    ກົມມາດຕະຖານ ແລະວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຮ່ວມກັບບໍລິສັດດີແລ້ວຈຳກັດຜູ້ດຽວໄດ້ຈັດພິທີເຊັນສັນຍາວ່າດ້ວຍການຮ່ວມມືໂຄງການສ້າງຫ້ອງກວດສອບມາດຕະຖານ ແລະຢັ້ງຢືນມາດຕະຖານອຸປະກອນພິເສດໃນ ສປປ ລາວ

ເນັ້ນໜັກໃຫ້ ຫສນຍ ສືບຕໍ່ເອົາໃຈໃສ່ຫຼາຍດ້ານ

(ນສພ ເສດຖະກິດ-ສັງຄົມ)

  ໃນວັນທີ 28 ມັງກອນ 2019 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2018 ແລະທິດທາງແຜນວຽກຈຸດສຸມ ປີ 2019 ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ

ກາເຟລາວເຈາະຕະຫຼາດໄດ້ຫຼາຍປະເທດຂະນະທີ່ນາຍົກເນັ້ນສະຫະກອນຜູ້ປະລິດ

(ນສພ ເສດຖະກິດ-ສັງຄົມ)

  ນາຍົກເນັ້ນຄະນະບໍລິຫານ ແລະສະມາຊິກສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລິເວນທີ່ເມືອງບາຈຽງ, ແຂວງຈຳປາສັກ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຂອງສະຫະກອນຕົນຢ່າງເຂັ້ມງວດ, ຮັກສາຄຸນນະພາບ ແລະມາດຖານຂອງການຜະລິດໂດຍເອົາໃຈໃສ່ປະຕິບັດຕາມຫຼັກການ ແລະຄຳແນະນຳ

ທລຍ ສາລະວັນສົ່ງເສີມ 4 ບ້ານ 3 ເມືອງພູດອຍ

ຂ່າວ: ວິໄລວອນ ສິດທິໄຊ   

     ທ້າຍອາທິດຜ່ານມານີ້, ກອງທຶນຫຼຸດຜ່ອນຄວາມທຸກຍາກສູນກາງ ແລະ ທລຍ ແຂວງ, ເມືອງລົງຝຶກອົບຮົມ ແລະ ຄັດເລືອກກຸ່ມການຈັດຕັ້ງປະຕິບັດໂຄງ ການຍ່ອຍໂດຍຊຸມຊົນເປັນເຈົ້າການ, ນຳພາໂດຍທ່ານ ກິພະຈັນ ໂພສາລີ ຫົວໜ້າກອງທຶນຫຼຸດຜ່ອນຄວາມທຸກຍາກແຂວງ ສາລະວັນ, ມີທ່ານຮອງເຈົ້າເມືອງຜູ້ຊີ້ນຳວຽກງານ ທລຍ, ມີບັນດາຫົວໜ້າຂະແໜງການ, ໜ່ວຍງານຕ່າງໆຈາກ ທລຍ ສູນກາງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

ສະຫວັນ ສືບຕໍ່ກວດສອບຄຸນນະພາບນ້ຳມັນ

(ນສພ ເສດຖະກິດ-ສັງຄົມ)

  ໃນວັນທີ 24 ມັງກອນ 2018 ນີ້, ພະແນກວິທະຍາສາດ ແລະເຕັກໂນໂລຊີ ແຂວງສະຫວັນນະເຂດ ນໍາໂດຍ ທ່ານ ທັນໄດ ຈັນຊົມພູ ຫົວໜ້າພະແນກວິທະ ຍາສາດ ແລະເຕັກໂນໂລຊີແຂວງພ້ອມດ້ວຍໜ່ວຍງານ ແລະວິຊາການທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວກວດສອບມາດຕະຖານບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟປະຈໍາປີ 2019.

ອັດກອງປະຊຸມສະໄໜສາມັນເທື່ອທີ 6 ສພຂ ຈຳປາສັກ

ຂ່າວ: ໂພທິຣາຊ   

     ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ I ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມພາຍຫຼັງທີ່ກອງປະຊຸມໄດ້ດໍາເນີນ ມາເປັນເວລາ 3 ວັນ ນັບຕັ້ງແຕ່ວັນທີ 23-25 ມັງກອນ 2019 ທີ່ນະຄອນປາກເຊ ແຂວງຈໍາປາສັກ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນ ແຂວງຈໍາປາສັກ.

ຄຳມ່ວນໃຫ້ເອກະຊົນສຳຫຼວດໂຄງການໄຟຟ້າແສງຕາວັນ

ຂ່າວ: ກອງຄຳ  

  ບໍລິສັດໄຮໜານ-ອີເດນທົວຣ໌ ຈີ ເອັມບີເຮສຈຳກັດ ໄດ້ຮັບອະນຸຍາດຈາກອຳນາດການປົກຄອງແຂວງຄຳມ່ວນເພື່ອດຳເນີນການສຶກສາສໍາຫຼວດໂຄງການກໍ່ສ້າງພະລັງງານໄຟຟ້າແສງຕາເວັນຢູ່ຂອບເຂດເສດຖະກິດສະເພາະທ່າແຂກໃນເນື້ອທີ່ລວມ 54,2 ເຮັກຕາ ທັງນີ້ຄາດວ່າຫາກການສຶກສາສຳຫຼວດມີຜົນທາງບວກຈະສ້າງຜົນປະໂຫຍດຫຼາຍຢ່າງໃຫ້ກັບປະຊາຊົນ ແລະປະເທດຊາດທີ່ໄດ້ຊົມໃຊ້ໄຟຟ້າຢ່າງພຽງພໍ.

ມອບ 6 ພັນລ້ານກວ່າກີບ ແກ່ຄອບຄົວຜູ້ເສຍຊີວິດຈາກເຫດຄູກັນນ້ຳເຂື່ອນແຕກທີ່ສະໜາມໄຊ

ຂ່າວ: ມາລາທິບ

  ເນື່ອງໃນໂອກາດທີ່ ແຂວງອັດຕະປື ແລະທຸກພາກສ່ວນໃນທົ່ວປະເທດໄດ້ຮ່ວມພະລັງໃຈກັນຈັດຕັ້ງກອງອັດຖະບັງສະກຸນ (ກອງບຸນ) ອຸທິດສ່ວນກຸສົນໃຫ້ດວງວິນຍານຜູ້ເສຍຊີວິດຈາກອຸບັດເຫດເຂື່ອນແຕກທີ່ເມືອງສະໜາມໄຊ ບໍລິສັດຜູ້ຮັບຜິດຊອບໃນເຫດການອຸບັດເຫດຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກທີ່ເມືອງສະໜາມໄຊ ກໍ່ໄດ້ນຳເອົາເງິນຊົດເຊີຍຈຳນວນ 6.035 ລ້ານກີບ ມອບໃຫ້ແກ່ຍາດ ແລະຄອບຄົວຜູ້ເສຍຊີວິດຢ່າງເປັນທາງການມາໃນວັນທີ 26 ມັງກອນຜ່ານມາ.   

ກສວ ໃຫ້ຄວາມຮູ້ການເຂົ້າເຖິງແຫຼ່ງທຶນ

ຂ່າວ: ພິມພອນ   

  ໃນຕອນບ່າຍຂອງວັນທີ 24 ມັງກອນທີ່ຜ່ານມາ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ (ກສວ), ກະຊວງອຸດສາຫະກຳ ແລະການຄ້າຮ່ວມກັບຄະນະຈັດງານເທສະການອາຫານລາວ, ໄດ້ຈັດສຳມະນາ ແລະຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບທຸລະກິດຂະໜາດນ້ອຍ ແລະກາງ (SME) ໃຫ້ແກ່ຫົວ ໜ່ວຍທຸລະກິດທີ່ເຂົ້າຮ່ວມໃນງານວາງສະແດງສິນຄ້າ ແລະຂາຍລະຫວ່າງວັນທີ 23-26 ມັງກອນ, ແນໃສ່ໃຫ້ເຂົາເຈົ້າຮັບຮູ້ ແລະເຂົ້າໃຈກ່ຽວກັບນະໂຍບາຍການເຂົ້າເຖິງແຫຼ່ງທຶນຂອງ SME ຫຼາຍຂຶ້ນ.