ທ່ານ ພັນໂທ ສຳລີ ໂພທິສານ ຫົວໜ້າດ່ານສາກົນລະໄລໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນທ້າຍເດືອນທີ່ຜ່ານມານີ້ວ່າ: ດ່ານສາກົນລະໄລແມ່ນໂຄງປະກອບລະຫວ່າງຊາຍແດນປະເທດເປັນຕົວແທນທ້ອງຖິ່ນໃນການປະຕິບັດໜ້າທີ່ພັນທະສາກົນ, ພ້ອມທັງເຮັດໜ້າທີ່ປ້ອງກັນຄວາມສະຫງົບສຸກ, ຄວາມປອດໄພລະຫວ່າງຊາດ, ດ້ານລະໄລສາກົນປະກອບມີ 10 ຂະແໜງການ
ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າເພື່ອສະໜັບສະໜູນພັດທະນາດ້ານການສຶກສາ 2 ໂຄງການໃນລາວເຊັ່ນ: ໂຄງການຝຶກອົບຮົມວິຊາຊີບ ແລະ ໂຄງ ການກໍ່ສ້າງຫ້ອງສະໝຸດໂຮງຮຽນ,ການສົ່ງເສີມການສຶກສາຜ່ານການອ່ານ.
ຈາກໂຮງຊວດຈໍາທໍາມະດາພັດທະນາມາເປັນບໍລິສັດສະໜອງສິນເຊື່ອທີ່ສາມາດສ້າງຄວາມໜ້າເຊື່ອຖືໄດ້ ແລະມີໜ່ວຍບໍລິການລູກຄ້າຢູ່ໃນເກືອບທຸກແຂວງ ສໍາລັບໜ່ວຍບໍລິການສາຂາແຂວງຈໍາປາສັກ ຜູ້ຈັດການເຜີຍລູກຄ້າທ່ານໃດທີ່ສາມາດປະຕິບັດລະບຽບຂອງບໍລິສັດໄດ້ດີມີສ່ວນຫຼຸດດດອກເບ້ຍໃຫ້ທັນທີ.
ວັນທີ 1 ມີນາ 2019 ນີ້ທີ່ນະຄອນຫຼວງພະບາງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ຈັດກອງປະຊຸມປຶກສາຫາລືເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ 8 ແຂວງພາກເໜືອໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ
ໃນວັນທີ 1 ມີນາຜ່ານມານີ້, ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈໍາລາວ ໄດ້ຈັດກິດຈະກໍາມອບໂຊກໃຫ້ແຟນລາຍການໃນໂຄງການ “ກິດຈະກຳຮູ້ ຮອບໂລກຊີງໂຊກ 3 ຊັ້ນປະຈໍາປີ 2018” ເພື່ອໃຫ້ແຟນລາຍການທີ່ຟັງຄື້ນ FM 93.0 MHZ ໄດ້ຄວາມຮູ້, ໄດ້ສາລະ ແລະໃກ້ຊິດກັບ CRI ຫຼາຍຂຶ້ນ
ວັນທີ 1 ມີນາຜ່ານມາທີ່ນະຄອນຫຼວງວຽງຈັນວິທະຍາໄລຣັຕນະບໍລິຫານທຸລະກິດ ໄດ້ມີພິທີປະກາດຍົກຖານະວິທະຍາໄລຣັຕນະບໍລິຫານທຸລະກິດຂຶ້ນເປັນສະຖາບັນຣັຕນະບໍລິຫານທຸລະກິດຢ່າງເປັນທາງການໂດຍເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ສົມເພັດ ຣັຕນະສິມ ປະທານສະຖາບັນຣັຕນະບໍລິຫານທຸລະກິດ, ມີຫົວໜ້າກົມ, ພະແນກການກ່ຽວຂ້ອງ ພ້ອມດ້ວຍບັນດາຄູອາຈານ ແລະນັກສຶກສາເຂົ້າຮ່ວມ.
ພິທີມອບ-ຮັບໂຮງຮຽນບ້ານຫ້ວຍ ຕົມ ເມືອງສັງທອງ ຈັດຂຶ້ນວັນທີ 28 ກຸມພາ 2019 ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ແສງອາລຸນ ວົງພູທອນ ຮອງ ພະແນກສຶກສາທິການ ແລະກິລາ ນະ ຄອນຫຼວງວຽງຈັນ, ທ່ານ ນາງ ແກ້ວ ພົມ ມະລາດ ຮອງເຈົ້າເມືອງສັງທອງ, ທ່ານ ໂດ ດັງ ຄ່າງ
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວປະເທດປະຈຳປີ 2018 ແລະທິດທາງ ແຜນການສຳລັບປີ 2019 ໄດ້ສຳເລັດ ລົງໃນວັນທີ 28 ກຸມພານີ້, ທີ່ຫໍປະຊຸມ ແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະ ຊວງສາທາລະນະສຸກ, ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ,
ໃນວັນທີ 28 ກຸມພາ 2019, ທີ່ສະໜາມບິນສາກົນວັດໄຕ, ນະຄອນ ຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຊຶ່ງສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດ ທີ່ໄດ້ຮັບຈາກການປະຕິບັດງານຮ່ວມ ຢູ່ພາກສະໜາມຂອງຄະນະວິຊາ
ທ່ານ ເດດສຸວັນ ມະໄລທອງ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາສາລະວັນ ໄດ້ລາຍງານຕໍ່ກອງປະຊຸມປະຈຳປີ 2018 ໃຫ້ຮູ້ວ່າ: ໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ຕໍ່ ການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານຫຼັກແຫຼ່ງໃຫ້ເລີກເຊີ່ງ ແລະຖືເປັນບັນ ຫາສຳຄັນ ເພື່ອໃຫ້ມີຄວາມໝັກແໜ້ນ,