ອຸດົມໄຊເລັ່ງພັດທະນາໃຫ້ກາຍເປັນ 4 ໃຈກາງແຂວງພາກເໜືອ ຮອງຮັບທາງລົດໄຟ

  ອຸດົມໄຊເປັນແຂວງໜຶ່ງທີ່ມີແລວທາງລົດໄຟໄລຍະຜ່ານແຂວງຈຳນວນ 126,6 ກິໂລແມັດກວມເອົາ 30,9% ຂອງເສັ້ນທາງລົດໄຟທັງໝົດແຕ່ບໍ່ເຕນຫານະຄອນ ຫຼວງວຽງຈັນ ແລະເພື່ອເປັນການຍາດແຍ່ງເອົາກາລະໂອກາດດັ່ງກ່າວນີ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້,ອຸດົມໄຊຈຶ່ງເລັ່ງພັດທະນາແຂວງໃຫ້ກາຍເປັນ 4 ໃຈກາງຂອງບັນ ດາແຂວງພາກເໜືອ.

ເມືອງຕຸ້ມລານລະບາດອະຫິວາໝູອາຟຣິກກາຕາຍ ແລະຕິດເຊື້ອ 2 ພັນກວ່າໂຕນ

 ພາຍຫຼັງທີ່ກົມລ້ຽງສັດ ແລະການປະມົງກະຊວງກະສິກຳ ແລະປ່າໄມ້ໄດ້ອອກແຈ້ງການກໍລະນີີພົບເຊື້ອພະຍາດອະຫິວາໝູອາຟຣິກກາ ລະບາດຢູ່ 7 ບ້ານ ຂອງຕຸ້ມລານແຂວງສາລະວັນຄື: ບ້ານສາມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ນາລະຈາງ, ຫວ້ຍຫວ້າ ແລະບ້ານນາຮ່ອງໃຫຍ່, ຜ່ານການເກັບຕົວຢ່າງໄປວິໄຈໃນວັນ ທີ 17 ມິຖຸນາຜ່ານມານີ້ພົບວ່າໝູຕິດເຊື້ອພະຍາດອະຫິວາອາຟຣິກກາ,

64 ພັນກວ່າຄອບຄົວຍັງທຸກຍາກ ນາຍົກຢໍ້າຕ້ອງດຳເນີນການເລັ່ງດ່ວນແກ້ໄຂ

    ເຖິງວ່າຜ່ານມາລັດຖະບານຈະເອົາໃຈໃສ່ຫຼາຍດ້ານໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກແຕ່ກໍຍັງມີຄວາມທ້າທາຍຫຼາຍດ້ານໂດຍສະເພາະການເຂົ້າເຖິງຄອບຄົວທຸກຍາກເນື່ອງຈາກຍັງມີຫຼາຍສິ່ງທີ່ບໍ່ເອື້ອອຳນວຍເປັນຕົ້ນເສັ້ນທາງ, ໄຟຟ້າ, ນໍ້າສະອາດ ແລະ ອື່ນໆ, ປະຈຸບັນທົ່ວປະເທດຍັງມີຄອບຄົວທຸກຍາກທັງໝົດ 64.593 ຄອບຄົວ, 1.536 ບ້ານ ແລະ 23 ເມືອງ

ຄວາມສະດວກການດຳເນີນທຸລະກິດລາວ ອາດບໍ່ບັນລຸເປົ້າ

 ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະການລົງທຶນເປີດເຜີຍວ່າອັນດັບຄວາມສະດວກໃນການດໍາເນີນທຸລະກິດຂອງ ສປປ ລາວ ໃນບົດງານປີ 2020 ອາດ ຈະບໍ່ບັນລຸໄດ້ລະດັບຄາດໝາຍເນື່ອງຈາກຫຼາຍສາເຫດ.

ທຸລະກິດລາວ-ອິນໂດເດເຊຍຮ່ວມມືພັດທະນາ 4 ໂຄງການ

 ວັນທີ 25 ມິຖຸນາຜ່ານມາທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມການຮ່ວມມືທາງທຸລະກິດລະຫວ່າງກຸ່ມບໍລິສັດພົງສະຫວັນ ແລະກຸ່ມລັດວິສາຫະກິດອິນໂດເນເຊຍ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ,ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, 

ຈຸງຢາງອີຊີ ຊີມັງລາວສຳປະທານດິນ 63 ກວ່າເຮັກຕາ

  ເພື່ອສືບຕໍ່ຂະຫຍາຍກິດຈະການຜະລິດຊີມັງລາວຢູ່ແຂວງສາລະວັນ ໃຫ້ເຕີບໂຕ ແລະມີການຂະຫຍາຍຕົວຂຶ້ນເລື້ອຍໆທາງດ້ານປະລິມານ ແລະຄຸນນະພາບແນໃສ່ຕອບສະໜອງໃຫ້ແກ່ສັງຄົມຢ່າງທົ່ວເຖິງທັງເປັນທີ່ຍອມຮັບຂອງສັງຄົມ ແລະ ການຂະຫຍາຍຜະລິດຕະພັນຕ່າງໆຂອງບໍລິສັດໃຫ້ໄດ້ຈຳໜ່າຍຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ.

ໄຊສົມບູນ ເອົາ 5 ທ່າແຮງກະຕຸ້ນເສດຖະກິດ

 ໄຊສົມບູນເປັນແຂວງທີ່ມີທ່າແຮງຫຼາຍດ້ານໃນການກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເພື່ອເຮັດໃຫ້ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວໃນຕໍ່ໜ້າແຂວງຈຶ່ງສຸມໃສ່ພັດທະນາ 5 ທ່າແຮງທີ່ມີຄື: ທ່າແຮງດ້ານກະສິກຳ, ການທ່ອງທ່ຽວ, ພັດທະນາພະລັງງານນໍ້າ, ພະລັງງານບໍ່ແຮ່ ແລະການບໍລິການທາງຜ່ານໃຫ້ປະກົດຜົນໂດຍໄວ້ແນໃສ່ເຮັດໃຫ້ແຂວງມີເສດຖະກິດທີ່ສະຖຽນໃນຕໍ່ໜ້າ

ລາຄາໃໝ່ຄ່າໄຟຟ້າທຸກຂົງເຂດຈະປະກາດໃຊ້ໄວໆນີ້

    ເພື່ອເປັນການອຳນວຍຄວາມສະດວກ ແລະແທດເໝາະກັບຜູ້ຊົມໃຊ້ກະຊວງພະລັງງານ ແລະບໍ່ແຮ່ໄດ້ມີການປັບປຸງລາຄາຄ່າຊົມໃຊ້ໄຟຟ້າຄືນໃໝ່ນັບແຕ່ປີ 2019-2025 ແລະຈະເພີ່ມຂຶ້ນປີລະ 1% ໃນທຸກຂົງເຂດ, ທັງນີ້ແມ່ນເພື່ອແນ່ໃສ່ປະຕິບັດຕາມກົດໝາຍສະບັບປັບປຸງກ່ຽວກັບໄຟຟ້າໂດຍໃຫ້ຮັບປະກັນສອດຄ່ອງກັບ ສະພາບເສດຖະກິດສັງຄົມຂອງຊາດ ແລະແທດເໝາະກັບເປົ້າໝາຍການຊົມໃຊ້ ແລະປະເພດຜູ້ຊົມໃຊ້, ລາຄາໄຟຟ້າຕ້ອງມີສະຖຽນລະພາບທັງຮັບປະກັນຜົນຕອບແທນຂອງຜູ້ລົງທຶນ.

ສມກຈ ຈັດກອງປະຊຸມພັດທະນາຍຸດທະສາດ

  ສະມາຄົມການເງິນຈຸລະພາກ (ສມກຈ) ໄດ້ຈັດກອງປະຊຸມພັດທະນາຍຸດທະຍາດເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະກອງປະຊຸມວິຊາການສະມາຊິກ ສມກຈ ຄັ້ງທີ 1 ປະຈໍາປີ 2019 ຂຶ້ນໃນວັນທີ 26 ມິຖຸນາ 2019 ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງ ທ່ານ ສົມພອນ ສີແສງລັດ ປະທານສະມາຄົມການເງິນຈຸລະພາກ, ທ່ານນາງ Wendy Medrano Lazo  ທີ່ປຶກສາ ADA Luxembourg,

ເທັກຊັດ ຊິກເກັນສະຫຼອງຄົບຮອບ 3 ປີ

 ວັນທີ 26 ມິຖຸນາຜ່ານມາທີ່ຮ້ານເທັກຊັດຊິກເກັນສາຂາທາດຫຼວງ ໄດ້ມີພິທີສະຫຼອງຄົບຮອບ 3 ປີ ຂອງຮ້ານເທັກຊັດຊິກເກັນຢູ່ລາວໂດຍມີທ່ານ ນາງ ຈັນທະຈອນ ວົງໄຊ ຜູ້ຖືຮຸ້ນຝ່າຍລາວຂອງເທັກຊັດຊິກເກັນລາວ,ທ່ານ Yang MingOng ຮອງປະທານທຸລະກິດເທັກຊັດຊິກເກັນເອເຊຍ-ປາຊີຟິກ,ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ບັນດາລູກຄ້າ ແລະສື່ມວນຊົນເຂົ້າຮ່ວມ.