ເປີດໂຕປຶ້ມປະຫວັດຊົນຊາດລາວ 5.000 ປີ

  ວັນທີ 13 ມີນາ ຜ່ານມາທີ່ຫໍສະໝຸດແຫ່ງຊາດໄດ້ຈັດພິທີເປີດໂຕປຶ້ມຢ່າງເປັນທາງການປະຫວັດຊົນຊາດລາວ 5.000 ປີ ໂດຍໃຫ້ກຽດເຂົ້າຮ່ວມທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າການພິມຈຳໜ່າຍແລະວັນນະຄະດີກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ, 

ຜົນດໍາເນີນງານ ສສງ ມິດຕະພາບປີແລ້ວ

  ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດມິດຕະພາບ (ສສງມ) ໄດ້ຈັດຕັ້ງກອງປະຊຸມສະຫຼຸບຜົນດໍາເນີນງານ ປະຈໍາປີ 2020 ແລະ ແຜນການເຄື່ອນໄຫວປີ 2021 ແລະ ເລືອກຕັ້ງຄະນະສະພາບໍລິຫານຊຸດໃໝ່ໃນວັນທີ 13 ມີນາ 2021 ທີ່ສະໂມສອນເມືອງໄຊທານີ ນະຄອນຫຼວງວຽງຈັນ

ເປີດກວ້າງຄວາມຮູ້ບໍລິຫານການເງິນຈຸລະພາກ

  ສະມາຄົມການເງິນຈຸລະພາກ (ສມກຈ) ຮ່ວມກັບກົມຄຸ້ມຄອງສະຖາບັນການເງິນ (ກຄສງ) ທະນາຄານແຫ່ງ ສປປ ລາວ (ທຫລ) ພາຍໃຕ້ການສະໜັບສະໜູນໂດຍອົງການ ADA ໄດ້ຈັດຕັ້ງການຝຶກອົບຮົມຫຼັກສູດບໍລິຫານການເງິນຈຸລະພາກຮຸ່ນທີ XX 

ເປີດເທສະການຮູບເງົາດີເດັ່ນລາວ-ຈີນ

   ວັນທີ 15 ມີນາ 2021 ທີ່ຫໍວັດທະນະທໍາແຫ່ງຊາດກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວໄດ້ຈັດພິທີເປີດເທສະການຮູບເງົາດີເດັ່ນລາວ-ຈີນປະຈໍາປີ 2021 

 

ສພຊ ຖອດຖອນບົດຮຽນເລືອກຕັ້ງ ສສຊ ຊຸດທີ IX ແລະ ສພຂ ຊຸດທີ II

   ຄະນະກໍາມະການເລືອກຕັ້ງລະດັບຊາດຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການກະກຽມ ແລະດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II 

ໂມບາຍມັນນີ ເປັນຄູ່ຮ່ວມທຸລະກິດກັບນໍ້າມັນເຊື້ອໄຟລາວ

  ເພື່ອເປັນການເປີດໂຕຄູ່ຮ່ວມທຸລະກິດກັບລັດວິສາຫະກິດນໍ້າມັນເຊື້ອໄຟລາວຢ່າງເປັນທາງການໃນການຊໍາລະຄ່າບໍລິການຕ່າງໆ ໃນລັດວິສາຫະກິດນໍ້າມັນເຊື້ອໄຟລາວຜ່ານບໍລິການ MMoney ໂດຍແນໃສ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະເຮັດໃຫ້ການບໍລິການມີຄວາມສະດວກສະບາຍ,

ຫຼວງພະບາງເລີ່ມສັກວັກແຊງປ້ອງກັນໂຄວິດໃຫ້ກຸ່ມສ່ຽງ

 ແຂວງຫຼວງພະບາງ ໄດ້ສັກວັກແຊງປ້ອງກັນພະຍາດໂຄວິດ-19 ເລີ່ມເຂັມທໍາອິດໃນວັນທີ 10 ມີນາ 2021 ນີ້ໂດຍການເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ, ທ່ານ ດຣ ຄໍາສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ,

ຮ່ວມມືຈຳໜ່າຍຜະລິດຕະພັນສັນຍາລັກແຄນລາວ

 ພິທີເຊັນສັນຍາການຮ່ວມມືໂຄງການຜະລິດ ແລະຈຳໜ່າຍຜະລິດຕະພັນສັນຍາລັກແຄນລາວລະຫວ່າງສະມາຄົມສຽງແຄນລາວ,

ພານິວັນ ຍິງຫົວໃຈສູ້ຊົນຈົນກາຍເປັນປະທານອະສັງຫາລິມະຊັບ

ທ່ານ ນາງ ພານິວັນ ລັດຕະນະໂກສົນ ຫຼືເປັນທີ່ຄຸ້ນເຄີຍສາວນ້ອຍອະສັງຫາລິມະຊັບຜູ້ທີ່ຜ່ານຄວາມລຳບາກຈົນບາງຄັ້ງເຮັດໃຫ້ຕົນເອງຄິດບໍ່ຢາກມີຊີວິດ....

ລາວ-ຈີນ ຮ່ວມພັດທະນາລະບົບສາຍສົ່ງໄຟຟ້າແຮງສູງເຊື່ອມໂຍງພາກພື້ນ

  ວັນທີ 11 ມີນານີ້ບໍລິສັດສາຍສົ່ງ ໄຟຟ້າ ແຫ່ງຊາດລາວ (EDL-T) ໄດ້ເຊັນ ສັນຍາສໍາປະທານທີ່ນະຄອນຫຼວງວຽງຈັນຊຶ່ງເປັນບາດກ້າວໜຶ່ງໃນການຮ່ວມມືດ້ານຕາ ໜ່າງໄຟຟ້າລະຫວ່າງສອງປະເທດລາວ-ຈີນ, ການລົງນາມເຊັນສັນຍາໃນຄັ້ງນີ້ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ,