(ໂດຍ: ໜັງສືພີມ-ເສດຖະກິດສັງຄົມ)
ເມື່ອວັນທີ 28 ທັນວາຜ່ານມາທີ່ນະຄອນຫຼວງວຽງຈັນ, ໄດ້ມີພິທີຍ້ອງຍໍ ແລະປະດັບຫຼຽນໄຊໃຫ້ຄະນະນຳ, ຄູຝຶກ, ນັກກີລາທີມຊາດລາວ ແລະບຸກຄົນບໍລິສັດຫ້າງຮ້ານທີ່ໃຫ້ການອຸປະຖຳນັກກີລາເຂົ້າຮ່ວມແຂ່ງຂັນໃນລາຍການຕ່າງໆເປັນກຽດມອບໃບຍ້ອງຍໍ ແລະປະດັບຫຼຽນໄຊ
ຂ່າວ: ກິ່ງລັດຕະນະ
ແຂວງບໍ່ແກ້ວໄດ້ວາງຄາດໝາຍການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ໃນປີ 2019 ໃຫ້ຫຼຸດລົງຕື່ມຈາກບ້ານທຸກຍາກ 41 ບ້ານຊຶ່ງກວມເອົາ 16,08% ຂອງບ້ານທັງໝົດໃນທົ່ວແຂວງໃຫ້ຍັງເຫຼືອພຽງ 7% ແລະລຶບລ້າງຄອບຄົວທຸກຍາກໃຫ້ຫຼຸດລົງເຫຼືອ 5% ຈາກ ຄອບຄົວທຸກຍາກ 10,61% ຂອງປີ 2018.
ຂ່າວ: ແປ (ໜັງສືພີມເສດຖະກິດ-ສັງຄົມ)
ຫ້ອງການທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການສະບັບເລກທີ 518/ຫກ ລົງວັນທີ 27 ທັນວາ 2018 ເຖິງພໍ່ແມ່ປະຊາຊົນ,ຕະຫຼອດເຖິງມວນຊົນທົ່ວ ໄປໃນຂອບເຂດທົ່ວປະເທດເລື່ອງເພີ່ມທະວີສະຕິລະວັງຕົວໃນການຮັບ-ຈ່າຍທະນະ ບັດປະເພດໃບ 50.000 ແລະ 100.000 ກີບ, ໂດຍຜູ້ລະມືດປອມແປງທະນະບັດຈະຖືກລົງໂທດຕັດອິດສະລະພາບພ້ອມປັບໃໝເງິນເຖິງ 300 ລ້ານກີບ.
ຂ່າວ: ຣັດສະໝີ ດວງສັດຈະ
ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ III ປະຈໍາປີ 2018 ໄດ້ຈັດຂຶ້ນໃນວັນທີ 26 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ ແລະ ກອງປະຊຸມຍັງໄດ້ແຕ່ງຕັ້ງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເປັນຮອງປະທານ ຄຄຊ ແລະເປັນຜູ້ປະຈຳການຄົນໃໝ່.
(ໜັງສືພີມເສດຖະກິດ-ສັງຄົມ)
ສືບເນື່ອງມາຈາກໃນມື້ວັນເທສະການຕ່າງໆຜ່ານມາໄດ້ເກີດແມ່ຄ້າຊາວຂາຍຈຳນວນໜຶ່ງມັກສວາຍໂອກາດຂຶ້ນລາຄາສິນຄ້າອຸປະໂພກ ແລະບໍລິໂພກພ້ອມດຽວກັນນີ້ຍັງມີການນຳເອົາສິນຄ້າເຊື່ອມຄຸນນະພາບມາວາງຂາຍອັນໄດ້ສ້າງຜົນກະທົບໂດຍກົງແກ່ພໍ່ແມ່ປະຊາຊົນແນວໃດກໍດີສຳລັບການສະເຫຼີມສະຫຼອງວັນປີໃໝ່ສາກົນ 2019 ຈະມາເຖິງນີ້ທາງເຈົ້າໜ້າທີ່ການຄ້າຫຼາຍແຂວງໃນຂອບເຂດກໍໄດ້ມີຄວາມເອົາໃຈໃນການຕິດຕາມກວດກາທັງນີ້ກໍເພື່ອເປັນການປົກປ້ອງຜູ້ຊົມໃຊ້.
(ໜັງສືພີມເສດຖະກິດ-ສັງຄົມ)
ຄຳສັ່ງເລກທີ 15/ນຍ ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາໃນຂອບເຂດທົ່ວປະເທດເຫັນວ່າໄດ້ຮັບຜົນສຳເລັດຫຼາຍດ້ານໂດຍສະເພາະເຮັດໃຫ້ໂຮງງານທີ່ບໍ່ໄດ້ມາດຕະຖານ ແລະທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວຖືກຍຸບເລີກ 2 ພັນກວ່າໂຮງງານ
ໂດຍ: ກິ່ງລັດຕະນະ (ໜັງສືພີມເສດຖະກິດ-ສັງຄົມ)
ກອງປະຊຸມສ້າງແຜນພັດທະນາ ສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດລາວໄດ້ຈັດຂຶ້ນໃນວັນທີ 26 ທັນວາ 2018 ທີ່ນະ ຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ນ.ສ.ພ ເສດຖະກິດ-ສັງຄົມ
ໂອກາດເດີນທາງມາຢ້ຽມຢາມແລະເຮັດວຽກທີ່ແຂວງສະຫວັນນະເຂດຂອງທ່ານສົມດີດວງດີຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນກໍໄດ້ໃຫ້ທິດຊີ້ນຳໃນຫຼາຍບັນຫາຕໍ່ແຂວງສະຫວັນນະເຂດໂດຍສະເພາະແມ່ນກ່ຽວກັບການຈັດເກັບລາຍຮັບເຂົ້າງົບປະມານແນໃສ່ເພື່ອເຮັດໃຫ້ການຈັດຕັ້ງວຽກງານດັ່ງກ່າວໄດ້ຮັບປະສິດທິພາບປະສິດທິຜົນ.
ໂດຍ: ບຸນນິກ
ຜ່ານມາໄດ້ເກີດມີຫາງສຽງວິພາກວິຈານບໍ່ໜ້ອຍກ່ຽວກັບບັນຫາການໃຫ້ບໍລິການຂອງລົດຕຸກໆແລະຈຳໂບ້ໃນນະຄອນຫຼວງວຽງຈັນເປັນຕົ້ນແມ່ນບັນຫາລາຄາທີ່ວ່າແພງເກີນຄວາມເປັນຈິງເຮັດໃຫ້ຜູ້ໃຊ້ບໍລິການຈຳນວນໜື່ງຫັນໄປເລືອກທາງອື່ນສະນັ້ນເພື່ອເປັນການຫຼຸດຜ່ອນບັນຫາສະມາຄົມຮຽກຮ້ອງໃຫ້ຜູ້ທີ່ມີຈຸດປະສົງໃຊ້ບໍລິການກ່ອນຂຶ້ນລົດຕ້ອງຕົກລົງລາຄາກັບເຈົ້າຂອງກ່ອນເພື່ອຄວາມບໍລິສຸດໃຈທັງສອງຝ່າຍຂະນະທີ່ປະຈຸບັນມີລົດເຖື່ອນເຖິງ 15% ອາດເປັນຕົ້ນເຫດຂອງບັນຫານີ້.
ໂດຍ: ກິ່ງລັດຕະນະ
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I (ສປນວ) ໄດ້ໄຂຂຶ້ນໃນວັນທີ 25 ທັນວາ 2018 ທີ່ສໍານັກງານຫ້ອງວ່າການປົກຄອງນະຄອນຫຼວງ ວຽງຈັນ