ເປີດກອງປະຊູມສະໄໝສາມັນເທື່ອທີ 2 ຂອງ ສພຂ ຈຳປາສັກຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນ ຕອນເຊົ້າຂອງວັນທີ 29 ທັນວາ 2021 ທີ່ສະໂມສອນຫຼັກ 4 ຂອງແຂວງພາຍ ໃຕ້ການເປັນປະທານຂອງທ່ານ ສາຍທອງ ໄຊຍະວົງ ປະທານສະພາແຂວງ ຈໍາປາສັກ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ. ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ສະມາຊິກສາພາແຫ່ງຊາດ ປະຈໍາເຂດ ເລືອກຕັ້ງແຂວງຈໍາປາສັກ, ມີທ່ານສະ ມາຊິກສາພາແຫ່ງຊາດ ແລະສະມາຊິກ ສະພາແຂວງເຂົ້າຮ່ວມ.

2 ບໍລິສັດຈະເກັບກູ້ໄມ້ໃນອ່າງເຂື່ອນເຊກະໝານ

ລັດຖະບານກໍ່ຄືເຈົ້າແຂວງອັດຕະປື ໄດ້ອອກຂໍ້ຕົກລົງຂຸດຄົ້ນໄມ້ເກັບກູ້ ທ້ອນໂຮມໄມ້ຢືນຕາຍ ແລະຈົມນໍ້າໃນ ເຂດນໍ້າຖ້ວມຂອບເຂດອ່າງເກັບນໍ້າຂອງ ເຂື່ອນໄຟຟ້າເຊກະໝານ I ເມືອງ ຊານໄຊ ແຂວງອັດຕະປື ຈຳນວນ 2 ແສນ ແມັດກ້ອນ ແຕ່ນີ້ຮອດປີ 2025 ໃນເນື້ອ ທີ່ 14.161,72 ເຮັກຕາ ໂດຍມີ 2 ບໍລິ ສັດຮັບບູລິມະສິດຂຸດຄົ້ນ.

ພົງສະຫວັນ ມອບລົດຊ່ວຍລັດຖະບານ

ວັນທີ 27 ທັນວາ 2021 ທີ່ຫ້ອງ ວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບລົດຊ່ວຍເຫຼືອເປັນ ລົດນໍາສົ່ງຄົນເຈັບ (Ambulance) ຈໍານວນ 6 ຄັນ ລວມມູນຄ່າ 2,94 ໂດ ລາສະຫະລັດ

ລາວ-ໂຄລົມເບຍ ລົງນາມບັນທຶກຄວາມເຂົ້າໃຈດ້ານການເມືອງ

ວັນທີ 24 ທັນວາ 2021, ທີ່ສະ ຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ຈັດ ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການປຶກສາຫາລືທາງການເມືອງ ລະຫວ່າງກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະກະຊວງການຕ່າງປະເທດ ແຫ່ງສາທາລະນະລັດໂຄລົມເບຍ.

 

ສຜກ ຮຽກຮ້ອງຊາວສວນກາເຟເນັ້ນຜະລິດຄຸນນະພາບກວ່າປະລິມານ

ປະທານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ (ສຜກໄດ້ຮຽກຮ້ອງເຖິງພໍ່ແມ່ປະຊາຊົນຜູ້ປູກຜູ້ຜະລິດ ແລະຜູ້ປະກອບການເກັບຊື້ກາເຟສົ່ງອອກຕ່າງປະເທດໃຫ້ຮັກສາມູນເຊື້ອກາເຟດີມີຄຸນນະພາບແລ້ວສົ່ງອອກຫຼີກເວັ້ນປະລິມານຫຼາຍກວ່າຄຸນນະພາບໃນໄລຍະເວລາທີ່ລາຄາກາເຟສູງຂຶ້ນທົບເຄີ່ງ.

ເອຊີລີດາ ເພີ່ມວົງເງິນກູ້ຢືມເຖີງ 24 ຕື້ກີບ ເພື່ອເອັສເອັມອີ

ການເຂົ້າເຖິງດ້ານການເງິນແມ່ນປັດໄຈທີ່ສຳຄັນໃນການເຕີບໂຕຂອງ SME, ທະນາຄານເອຊີດາລາວ ຈຳກັດ ‘ABL’, “ປະຊາທະນາຄານທີ່ທ່ານໄວ້ວາງໃຈ ແລະມີວິໄສທັດແມ່ນເປັນທະນາຄານນຳໜ້າທາງດ້ານ SME ໃນ ສປປ ລາວ”,

ນັກຂ່າວໄທ ຊ່ອງ NBT ຂໍໂທດກ່ຽວກັບການສະເໜີຂ່າວ ລົດໄຟ ລາວ-ຈີນ ຕໍ່ ທ່ານທູດ ແລະປະຊາຊົນລາວ

ໃນຕອນບ່າຍເວລາ 15:00ໂມງ ວັນທີ 27 ທັນວາ 2021, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ຫົວໜ້າກົມປະຊາສໍາພັນພ້ອມດ້ວຍຄະນະ 6 ທ່ານ, ໄດ້ເຂົ້າພົບ ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຊັບມະຫາໄຊ ມອບອຸປະກອນການສຶກສາ ສູນມືແຫ່ງຄວາມຫວັງ

ໃນວັນທີ 27 ທັນວ່າຜ່ານມາ ທ່ານ ນາງ ພານິວັນ ລັດຕະນະໂກສິນ ປະທານບໍລິສັດ ຊັບມະຫາໄຊ ຈຳກັດຜູ້ດຽວ

ເຊັນສັນຍາກໍ່ສ້າງສະໜາມຂີ້ເຫຍື້ອເມືອງທ່າແຂກ

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2021 ທີ່ຫ້ອງປະຊຸມພະແນກ ຍທຂ ແຂວງຄຳມ່ວນ ລະຫວ່າງພະແນກໂຍທາທິການ ແລະຂົນສົ່ງແຂວງໃນນາມເຈົ້າຂອງໂຄງການໃຫ້ກຽດລົງນາມໂດຍທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງກັບບໍລິສັດລາວມີໄຊກໍ່ສ້າງຈຳກັດຜູ້ດຽວ,

ເມືອງມໍລະດົກໂລກພ້ອມຮັບນັກທ່ອງທ່ຽວ

ທ່ານ ປອ ນາງ ສຸດາພອນ ຄົມທະ ວົງ ຫົວໜ້າພະແນກ ຖວທ ແຂວງຫຼວງ ພະບາງໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງຫຼວງພະບາງໃນຕອນບ່າຍຂອງວັນທີ 23 ທັນວາ 2021