ປະກາດນຳໃຊ້ຍຸດທະສາດການລະດົມທຶນຊ່ວຍເຫຼືອເພື່ອພັດທະນາ

   ວັນທີ 23 ມິຖຸນາ 2020 ນະຄອນຫຼວງວຽງຈັນ ກະຊວງແຜນການ ແລະການລົງທຶນໄດ້ຈັດພິທີຮັບຮອງ ແລະປະກາດນຳໃຊ້ຍຸດທະສາດການລະດົມທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ສປປ ລາວ ຮອດປີ 2030 ໂດຍການເປັນປະທານຂອງທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ

ຄູນຊັບຜູ້ສົ່ງເສີມ ແລະເກັບຊື້ມັນຕົ້ນຈາກຊາວກະສິກອນ ເຮັດໃຫ້ປະຊາຊົນມີຢູ່ມີກິນ

 ບໍລິສັດ ຄູນຊັບຂາອອກ-ຂາເຂົ້າ ສາຂາແຂວງຈໍາປາສັກ ແມ່ນບໍລິສັດທີ່ນໍາໜ້າໃນການສົ່ງເສີມປະຊາຊົນປູກ ແລະເປັນຕະຫຼາດທີ່ຮອງຮັບທີ່ແນ່ນອນໃຫ້ແກ່ຊາວກະສິກອນຜູ້ປູກມັນຕົ້ນໃນແຂວງຈໍາປາສັກ ແລະແຂວງສາລະວັນເຮັດໃຫ້ຊະພາບການເປັນຢູ່ຂອງປະຊາຊົນມີຢູ່ມີກີນ 

ຮອງນາຍົກ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ຫຼວງພະບາງ

  ພາຍຫຼັງສຳເລັດກອງປະຊຸມຄົບຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄັ້ງທີ 8 ທີ່ຈັດຂຶ້ນໃນວັນທີ 22 ມິຖຸນາຜ່ານມາທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ,ຕອນເຊົ້າຂອງວັນທີ 23 ມິຖຸນາ 2020 ນີ້ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ,

ໄຊຍະມີຜູ້ຕິດເຊື້ອໄຂ້ຍຸງລາຍ 108 ກໍລະນີ

   ທຽບໃສ່ປີ 2019 ຜ່ານມາການລະບາດໄຂ້ຍຸງລາຍປີນີ້ແມ່ນມີທ່າອ່ຽງເພີ່ມຂຶ້ນໃນການແຜ່ລະບາດລາມກວ້າງ ແລະຮຸນແຮງໂດຍອີງໃສ່ຂໍ້ມູນຄົນເຈັບທີ່ມາກວດພົບເປັນໄຂ້ຍຸງລາຍ ແລະນອນໂຮງໝໍແຂວງມີເຖິງ 76 ກໍລະນີ ແລະເສຍຊີວິດ 1 ກໍລະນີ ພະຍາດໄດ້ເລີ່ມລະບາດແຕ່ຫົວປີຊຶ່ງເລີ່ມແຕ່ຕົ້ນເດືອນມັງກອນ ປີ 2020

ຮອງເຈົ້າເມືອງໄຊຍະບູລີແລກປ່ຽນບົດຮຽນກັບກຸ່ມສະຫະກອນຢູ່ເມືອງຫົງສາ

    ວັນທີ 20 ມິຖຸນາ 2020 ທ່ານ ສອນສະຫວັນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມແລະແລກປ່ຽນບົດຮຽນກັບກຸ່ມສະຫະກອນເມືອງຫົງສາແຂວງໄຊຍະບູລີ

ການຊຳລະແບບດິຈິຕອລ ເປັນຫົວໃຈໃນການປັບຕົວຂອງແຜນສ້າງເສດຖະກິດ

  ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບການຊໍາລະ (ຄລຊທະນາຄານແຫ່ງ ສປປ ລາວ (ທຫລໄດ້ໃຫ້ວ່າກົມ ຄລຊ ເປັນເສນາທິການໃຫ້ຄະນະຜູ້ວ່າການ ທຫລ ກ່ຽວກັບການກຳນົດນະໂຍບາຍຕິດຕາມກວດກາ ແລະພັດທະນາລະບົບການຊຳລະ,

ທະນາຄານແຫ່ງ ສປປ ລາວ ພົບປະກັບບັນດາທະນາຄານທຸລະກິດ

 ກົມຄຸ້ມຄອງທະນາຄານທຸລະກິດທະນາຄານແຫ່ງ ສປປ ລາວ (ທຫລໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງຜູ້ຄຸ້ມຄອງທະນາຄານທຸລະກິດ ແລະບັນດາທະນາຄານທຸລະ ກິດປະຈໍາປີ 2019 ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານປະຈຳປີ2019 ຜ່ານມາຊຶ່ງຈັດຂຶ້ນໃນວັນທີ 18 ມິຖຸນາ 2020

ຄືບໜ້າ 31% ໂຄງການກໍ່ສ້າງລະບົບຊົນລະປະທານຫ້ວຍທ່າຮາວ ເມືອງອຸທຸມພອນ

   ໃນວັນທີ 19 ມິຖຸນາ 2020 ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດພ້ອມດ້ວຍທ່ານ ປະສົງສິນຈະເລີນສຸກ ເຈົ້າເມືອງອຸທຸມພອນໄດ້ລົງຕິດຕາມກວດກາໂຄງການກໍ່ສ້າງລະບົບຊົນລະປະທານຫ້ວຍທ່າຮາວບ້ານນາຄຳເມືອງອຸທຸມພອນ.

 

   ໃນວັນທີ 17 ມິຖຸນາ 2020 ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຫົວໜ້າພະແນກການອ້ອມຂ້າງແຂວງ ແລະພາກສ່ວນທຸລະກິດໄດ້ລົງຕິດຕາມເບິ່ງຄວາມຄືບໜ້າວຽກງານລຶບລ້າງຄວາມທຸກຍາກເຂດຈຸດສຸມຕັງອາໄລເມືອງນອງເພື່ອເປັນການປະເມີນການຈັດຕັ້ງປະຕິບັດການພັດທະນາໂຄງການຮ່ວມໃຈ

ທຳລາຍສິນຄ້າທີ່ລະເມີດລະບຽບກົດໝາຍຄຸ້ມຄອງການຄ້າ

  ພະແນກອຸດສາຫະກໍາ ແລະການຄ້າ ແຂວງຫຼວງພະບາງ ໄດ້ຈັດພິທີທໍາລາຍສິນຄ້າປອມແປງສິນຄ້າເຊື່ອມຄຸນເສຍຄຸນສິນຄ້າໝົດອາຍຸການນໍາໃຊ້ສິນຄ້າທີ່ລະເມີດລະບຽບການຄຸ້ມຄອງທາງການຄ້າ ແລະສິນຄ້າລອກຮຽນແບບຂຶ້ນໃນວັນທີ17 ມິຖຸນາ 2020