ນາຍຍົກຢ້ຽມຢາມແລະພົບປະໂອ້ລົມປະຊາຊົນເມືອງສະໜາມໄຊ

ໃນວັນທີ 17 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະທ່ານ ສອນໄຊ ສີພັນດອນ ຮອງນາຍຍົກລັດຖະມົນຕີ ພ້ອມດ້ວຍບັນດາ ລັດຖະມົນຕີ, ຮອງລັດຖະມົນຕີແລະຜູ້ຕາງໜ້າຈາກກະຊວງ-ອົງການທີ່ກ່ຽວ ຂ້ອງ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນທີ່ຖືກຜົນ ກະທົບຈາກໄພພິບັດນໍ້າຖ້ວມທີ່ເມືອງສະໜາມໄຊ, ແຂວງອັດຕະປື.

 

ທລວ ເປີດໜ່ວຍບໍລິການບໍລິຄໍາໄຊ

ວັນທີ 12 ທັນວາ 2018, ທີ່ແຂວງບໍລິຄໍາໄຊ ທະນາຄານຮ່ວມທຸລະກິດລາວຫວຽດ (ທລວ) ໄດ້ຈັດພິທີເປີດໜ່ວຍບໍລິການແຂວງບໍລິຄໍາໄຊຢ່າງເປັນທາງການຊຶ່ງ ເຂົ້າຮ່ວມແລະເປັນສັກຂີພິຍານໃນພິທີມີ ທ່ານ ດວງຕາມໍລະຄາສຸກ ຫົວໜ້າຫ້ອງວ່າການແຂວງບໍລິຄໍາໄຊ; ທ່ານໄມຈອມວັນນະສານຄໍາເຈົ້າເມືອງໆປາກຊັນ; ທ່ານ ວຽງ ສະຫວັນທິດາວັນຫົວໜ້າພະແນກວິເຄາະກົມຄຸ້ມຄອງທະນາຄານທຸລະກິດ, ທຫລ ພ້ອມດ້ວຍບັນດາລູກຄ້າ, ຄູ່ຮ່ວມທຸລະ ກິດຂອງທະນາຄານຮ່ວມທຸລະກິດລາວຫວຽດເຂົ້າຮ່ວມ.