2 ແອັບໃໝ່ຈະຊ່ວຍຮ້ານຄ້າລາວມີລາຍຮັບຈາກຊາວຈີນ

  ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລຮ່ວມກັບ Swift Pass ໄດ້ນຳສະເໜີການບໍລິການຮັບຊໍາລະຜ່ານ WeChat Pay ແລະ AliPay ໃນວັນທີ 11 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນເຈົ້າພາບຮ່ວມຂອງທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ

ຣີສອດປາກນໍ້າຄານແຊ໋ມຊ່ວງເຮືອຊາຍທ່າວັດຈັນ ສ່ວນເຮືອຍິງແສງເພດກໍ່ສ້າງ

ວັນທີ 14 ຕຸລາ 2019 ແມ່ນມື້ຊິງໄຊຊ່ວງເຮືອປະເພນີເນື່ອງໃນມື້ບຸນອອກພັນສາປະວໍລະນາທີ່ທ່າວັດຈັນ ເມືອງຈັນທະບູລີນະຄອນຫຼວງວຽງຈັນ ໂດຍການເປັນປະ ທານຂອງທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ໃຫ້ກຽດເຂົ້າຮ່ວມມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ

ເຫດລະເບີດຫີນຢູ່ເມືອງນໍ້າບາກ ສ້າງຄວາມເສຍຫາຍຕໍ່ປະຊາຊົນແບບບໍ່ເຄີຍມີມາກ່ອນ

 ດັ່ງທີ່ເປັນຂ່າວໃນຕອນແລງຂອງວັນທີ 5 ຕຸລາ 2019 ນີ້ ໄດ້ມີການລະເບີດຫີນເພື່ອເອົາຫີນປູນເຂົ້າເປັນວັດຖຸດິບຂອງໂຮງງານຊີມັງນໍ້າຖ້ວມ ເມືອງນໍ້າບາກ ແຂວງຫຼວງພະບາງ ຕາມເຄີຍປະຕິບັດມາເປັນປົກກະຕິແຕ່ເຫດການລະເບີດຄັ້ງນີ້ໄດ້ສ້າງຄວາມສູນເສຍທາງດ້ານຊີວິດ ແລະຊັບສີນຂອງປະຊາຊົນ,

 

ປາກຊ່ອງພັດທະນາ ຮັບລາງວັນທຸລະກິດດີເດັ່ນອາຊຽນ

ບໍລິສັດປາກຊ່ອງພັດທະນາຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເປັນບໍລິສັດທີ່ພັດທະນາດ້ານກະສິກຳໂດຍສະເພາະແມ່ນການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນເຮັດໃຫ້ເຂົາເຈົ້າມີວຽກເຮັດງານທຳ ແລະມີລາຍໄດ້ປະຈຸບັນມີປະຊາຊົນ 6.850 ຄອບຄົວ 3 ແຂວງທີ່ເຂົ້າຮ່ວມໂຄງການກັບບໍລິສັດສິ່ງດັ່ງກ່າວ

ໂຮງງານໄມ້ອັດບົວລະພາ ສຳເລັດປັບໜ້າດິນກຽມສ້າງຖານໂຮງງານ ອີກ 2 ປີເລີ່ມຜະລິດ

  ການກໍ່ສ້າງໂຮງງານໄມ້ອັດຂອງບໍລິສັດບົວລະພາກະສິກຳ-ປ່າໄມດີນໜ້າຕາມແຜນການຊຶ່ງຂະນະນີ້ໄດ້ສຳເລັດການປັບໜ້າດິນ ແລະໝົດຝົນ ຫຼືຈາກນີ້ໄປບໍລິສັດຜູ້ຮັບເໝົາກໍຈະເລີ່ມສ້າງໂຄງລ່າງພື້ນຖານ ແລະ ຕົວໂຮງງານທັງນີ້ຄາດວ່າຈະໃຫ້ສຳເລັດໄດ້ທົດລອງຜະລິດໃນລະຫວ່າງກາງ-ທ້າຍປີໜ້າ ແລະ 2021

ໄຊຍະ ມີໂຮງງານອຸດສາຫະກໍາ 2.171 ແຫ່ງ

 ແຂວງໄຊຍະບູລີເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດເໝາະສົມສໍາລັບການລົງທຶນຜະລິດດ້ານອຸດສາຫະກໍາການປູກຝັງລ້ຽງສັດ ແລະການບໍລິ ການຄ້າຂາຍອື່ນໆ ເຮັດໃຫ້ນັກລົງທຶນທັງພາຍໃນ ແລະຕ່າງປະເທດສົນໃຈເຂົ້າມາລົງທຶນໃສ່ຂະແໜງຕ່າງໆຢ່າງຕໍ່ເນື່ອງ,

ເປີດບໍລິສັດຮິຕາຊິ ເອລີເວເຕີ

  ວັນທີ 9 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດບໍລິສັດຮິຕາຊິເອລີເວເຕີລາວ ຈຳກັດ ໂດຍເຂົ້າຮ່ວມທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນ ຕີທ່ານ ສອນໄຊ ສິດພາໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ

ລາວ-ຈີນ ຮ່ວມມືດ້ານຄັງປັນຍາຊຸກຍູ້ສ້າງແລວເສດຖະກິດ

  ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວຮ່ວມກັບສະຖາບັນຄົ້ນຄວ້າໂລຈິດຕິກລະຫວ່າງປະເທດອາຊີໃຕ້ ແລະອາຊີຕາເວັນອອກສ່ຽງໃຕ້ແຫ່ງນະຄອນຄຸນໝິງ ສປ ຈີນ ຈັດກອງປະຊຸມສໍາມະນາກ່ຽວກັບການຮ່ວມມືດ້ານຄັງປັນຍາເພື່ອຊຸກຍູ້ການສ້າງແລວເສດຖະກິດລາວ-ຈີນ

9 ເດືອນ ຈຳປາສັກເກັບລາຍຮັບໄດ້ 985 ຕື້ກີບ

  ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານລັດຂອງແຂວງຈໍາປາສັກແມ່ນຍັງຢູ່ໃນຈັງຫວະທີ່ດີເຖິງແມ່ນພາກທຸລະກິດຫຼາຍຂະແໜງການຈະຖົດຖອຍກໍ່ຕາມແຕ່ຂະແໜງການທີ່ກ່ຽວຂ້ອງກໍ່ຍັງສູ້ຊົນປະຕິບັດໜ້າທີ່ຂອງຕົນໄປຕາມທິດທາງທີ່ກໍານົດໄວພື່ອເຮັດໃຫ້ຕົວເລກລາຍຮັບເປັນໄປຕາມແຜນການ.

331 ຄອບຄົວຢູ່ຫຼວງນ້ຳທາຖືກທາງລົດໄຟລາວ-ຈີນ ຮັບຄ່າຊົດເຊີຍກາຍເຄີ່ງແລ້ວ

  ຫຼວງນໍ້າທາແມ່ນອີກແຂວງໜຶ່ງທີ່ມີໂຄງການສ້າງເສັ້ນທາງລົດໄຟລາວ-ຈີນ ຜ່ານຈຸດເຂດນາເຕີຍເມືອງຫຼວງນໍ້າທາລວມຄວາມຍາວທັງໝົດເກືອບ 17 ກິໂລແມັດ ຊຶ່ງການກໍ່ສ້າງຜ່ານມາແມ່ນມີຄວາມຄືບໜ້າໄປຕາມແຜນເປັນຢ່າງດີເຊັ່ນດຽວກັບການໄກ່ເກ່ຍ ແລະເບີກຈ່າຍຄ່າຊົດເຊີຍປະຊາຊົນກໍມີໝາກຜົນຄວາມສຳເລັດທີ່ໜ້າເພີ່ງພໍໃຈ