ລູກຄ້າຄືຫົວໃຈຫຼັກທີ່ຮ້ານເພັດພະໄທ ຈີວເວີລີ້ ຢືດໜັ້ນ

  ຮ້ານ ເພັດພະໄທ ຈີວເວີລີ້ ເນັ້ນຈຸດຂາຍຄືຫົວໃຈຫຼັກຄຸນນະພາບມາດຖານຊື້ຂາຍ ແລະການພັດທະນາສິ້ນຄ້າອອກແບບທັນສະໄໝຊຶ່ງເຮັດໃຫ້ສັງຄົມໃຫ້ຄວາມເຊື່ອໝັ່ນຕະຫຼອດມາໄລຍະຊ້ວງວິກິດໂຄວິດ-19 ຜ່ານມາທາງຮ້ານຍັງເປີດບໍລິການຊື້ຂາຍລະບົບອອນລາຍໃຫ້ລູກຄ້າ

ຊາວໜຸ່ມສະຫວັນ ຮັບໃບຢັ້ງຢືນ 4 ບຸກ

ໃນວັນທີ10 ມີຖຸນາ 2020 ນີ້, ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກ ຄັ້ງ ທີ III ແລະການປະເມີນຮອບທີ 3 ເພື່ອກະກຽມຮັບທຸງໄຊນຳໜ້າໃນການຈັດຕັ້ງຂໍ້ແຂ່ງ ຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດຂຶ້ນທີ່ຫ້ອງປະຊຸມຫໍວັດທະນະທໍາໄກສອນ ພົມວິຫານ

ນໍ້າປະປາວຽງຈັນ ເລັ່ງຂະຫຍາຍລະບົບໃຫ້ປະຊາຊົນຊົມໃຊ້ທົ່ວເຖີງ

 ປະຈຸບັນລັດວິສາຫະກິດນໍ້າປະປາ ແຂວງວຽງຈັນກຳລັງເລັ່ງຂະຫຍາຍລະບົບນໍ້າປະປາຢູ່ບັນດາເມືອງເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າສະອາດຢ່າງທົ່ວເຖິງຂະນະທີ່ທົ່ວແຂວງໄດ້ຊົມໃຊ້ນໍ້າປະປາແລ້ວ 10 ເມືອງ ແລະຍັງມີພຽງເມືອງດຽວທີ່ຍັງບໍ່ທັນມີນໍ້າປະປາໃຊ້ປະຈຸບັນກຳລັງສຶກສາສຳຫຼວດ

ບໍ່ຄຳ-ທອງເຊໂປນ ສະໜັບສະໜູນລັດຕໍ່ສູ້ກັບພະຍາດ COVID-19

 ໃນເດືອນນີ້, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງເຊໂປນໄດ້ມອບເງິນແສນໂດລາໃຫ້ແກ່ລັດຖະບານ ໃນນັ້ນມີ 50 ພັນໂດລາ ມອບໃຫ້ແກ່ກະຊວງແຜນການ ແລະການລົງທຶນ ແລະ50 ພັນໂດລາ ໃຫ້ແກ່ກະຊວງສາທາລະນະສຸກເພື່ອສະໜັບສະໜູນວຽກງານແກ້ໄຂການລະບາດພະຍາດ COVID-19

5 ເດືອນກອງຄຸ້ມຄອງພາສີ V ເກັບລາຍຮັບໄດ້ພຽງ 26,96% ຂອງແຜນປີ

   ກອງຄຸ້ມຄອງພາສີ V ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບໃນປີ 2020 ນີ້ ຈໍານວນ 4.435 ຕື້ກີບ ກວມເອົາ 54,10% ຂອງລາຍຮັບພາສີທົ່ວປະເທດ, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 5 ເດືອນຜ່ານມາສາມາດປະຕິບັດໄດ້ 1.195 ຕື້ກວ່າກີບ ເທົ່າກັບ 26,95% ຂອງແຜນການປີ,

ກຸ່ມສະມາຄົມນັກດົນຕີລາວ ມອບເຄື່ອງຊ່ວຍເຫຼືອຄອບຄົວທຸກຍາກ

  ດ້ວຍຄວາມເປັນຫ່ວງເປັນໄຍຂອງກຸ່ມສະມາຄົມນັກດົນຕີລາວ ທີ່ມີຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຈຶ່ງໄດ້ມີການລະດົມວັດຖຸ, ປັດໄຈນຳສັງຄົມ, ນັກທຸລະກິດ ແລະເພື່ອນຳມາມອບຊ່ວຍເຫຼືອຄອບຄົວທຸກຍາກວັນທີ 12 ມີຖຸນາ 2020 ກຸ່ມ

ສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງ ທຫລ

ກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງ (ສມຍ) ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ X ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 13 ມິຖຸນາ 2020 ທີ່ສະໂມສອນສະຖາບັນການທະນາຄານຊຶ່ງມີຜູ້ແທນສົມບູນເຂົ້າຮ່ວມ 200 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກແມ່ຍິງທັງໝົດ 1.794 ສະຫາຍ 

ຫຼາຍພາກສ່ວນຮ່ວມສະຫຼອງວັນບໍລິຈາກເລືອດໂລກ

ວັນທີ 12 ມິຖຸນາ 2020 ນີ້ອົງການກາແດງລາວສູນເລືອດແຫ່ງຊາດໄດ້ຈັດພິທີຈັດກິດຈະກໍາສະເຫຼີມສະຫຼອງວັນບໍລິຈາກເລືອດໂລກຂຶ້ນທີ່ສູນການຄ້າລາວ-ໄອເຕັກ ນະ ຄອນຫຼວງວຽງຈັນ ໂດຍການເປັນທານຮ່ວມຂອງທ່ານ ດຣ. ຄໍາຮຸງ ເຮືອງວົງສີ ປະທານອົງການກາແດງລາວ

ກຳມະບານທະນາຄານແຫ່ງ ສປປ ລາວ ບໍລິຈາກເລືອດ

  ຄະນະສະຫະພັນກໍາມະບານທະນາຄານແຫ່ງ ສປປ ລາວ (ທຫລໄດ້ຈັດຕັ້ງການບໍລິຈາກເລືອດຂອງຄະນະນໍາ ແລະສະມາຊິກກໍາມະບານທົ່ວຂະແໜງການທະນາຄານໃຫ້ແກ່ສູນເລືອດແຫ່ງຊາດອົງການກາແດງລາວໃນວັນທີ 11 ມິຖຸນາ 2020

ມອບເງິນນະໂຍບາຍອຸດໜູນຜູ້ເສຍຊີວິດປາງສົງຄາມ

   ວັນທີ 3 ມິຖຸນາຜ່ານພະແນກແຮງງານ ແລະສະຫວັດດີການສັງຄົມແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕປະຈຳປີ 2019 ຂຶ້ນທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວຕາມດໍາລັດ 272/ລບ ປະຈໍາປີ 2019