ບໍ່ແກ້ວ ມ້າງກຸ່ມແກ້ງຄ້າຢາເສບຕິດລາຍໃຫຍ່

4 ຜູ້ຖືກຫາພົວພັນຄ້າຂາຍຢາເສບຕິດ ຖືກເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຈັບໄດ້, ໃນນີ້ ພົບວັດຖຸຂອງກາງຢາບ້ານໍ້າໜັກຫຼາຍກວ່າ 3 ໂຕນ ແລະ ຢາໄອສ໌ເກືອບ 600 ກິໂລກຣາມ ກັບເຮໂຣອິນອີກ 2 ແທ່ງ, ນອກນັ້ນ ຍັງພົບອາວຸດເສິກ, ພາຫະນະ ແລະ ເຄື່ອງມືສື່ສານອີກຈຳນວນໜຶ່ງ.

 

ພົບສັດ-ພັນພືດໃໝ່ ໃນເຂດລຸ່ມແມ່ນໍ້າຂອງ

ອົງການກອງທຶນສັດປ່າໂລກສາກົນ (WWF) ໄດ້ລາຍງານ “ການຄົ້ນພົບສາຍພັນໃໝ່” ໂດຍລະບຸວ່າ: ນັກວິທະຍາສາດຄົ້ນພົບສັດ-ພືດສາຍພັນໃໝ່ຫຼາຍກວ່າ 200 ຊະນິດ ໃນພູມີພາກລຸ່ມແມ່ນໍ້າຂອງ ຊຶ່ງປະກອບມີ ໄທ, ມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ.

ກຳມະບານ ສະເໜີປັບຂຶ້ນຄ່າແຮງງານຂັ້ນຕໍ່າເປັນ 1,5 ລ້ານກີບ

ອີງໃສ່ຄ່າຄອງຊີບທີ່ຖີບຕົວສູງຂຶ້ນຕາມສະພາບເສດຖະກິດ-ການເງິນ ເຫັນເຖິງຄວາມຈຳເປັບດັ່ງກ່າວ, ສູນກາງສະຫະພັນກຳມະບານລາວຈິ່ງໄດ້ສະເໜີໃຫ້ປັບຄ່າແຮງງານຂັ້ນຕໍ່າຈາກ 1.100.000 ກີບ ຂຶ້ນເປັນ 1.500.000 ກີບຕໍ່ຄົນຕໍ່ເດືອນ.

ຈຳ​ປາ​ສັກ ຈະເລັ່ງແກ້ຂອດໃຫຍ່ໃນຂະແໜງການເງິນ

ຂອດໃຫຍ່ໃນທີ່ນີ້ໝາຍເຖິງບັນຫາຫຍຸ້ງຍາກຕໍ່ການຈັດເກັບລາຍຮັບ, ຊຶ່ງບັນຫາຫຼັກກໍແມ່ນວຽກງານຕ້ານການຮົ່ວໄຫຼຂອງງົບປະມານທີ່ແກ່ຍາວ ແລະບໍ່ໄດ້ຮັບການແກ້ໄຂອັນໄດ້ສົ່ງຜົນເສຍຫາຍມະຫາສານໃຫ້ແກ່ລັດຖະບານກໍຄືແຂວງຈຳປາສັກ.

 

ລາວ-ຈີນ ແລກປ່ຽນບົດຮຽນລຶບລ້າງທຸກຍາກ ຜ່ານຮູບເງົາລະຄອນເວທີ

ໂດຍຄະນະໂຄສະອົບຮົມສູນກາງພັກ ປປ ລາວ, ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ພ້ອມດ້ວຍ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ສົມທົບກັບ ຄະນະພັກແຂວງຫູນານ ຮ່ວມກັນຈັດສາຍຮູບເງົາລະຄອນເວທີການແກ້ໄຂຄວາມທຸກຍາກ “ເພງສັນລະເສີນແຜ່ນດິນ”

ໃຜຈູດກະໂພກ ຕ້ອງໂທດປັບໃໝສູງສຸດ 5 ລ້ານກີບ

ນະຄອນຫຼວງວຽງຈັນ, ສັ່ງຫ້າມເດັດຂາດ ບໍ່ໃຫ້ຜະລິດ, ນຳເຂົ້າ, ຊື້-ຂາຍ, ມີໄວ້ຄອບຄອງ ແລະ ຈູດໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອມຟ້າ ໂດຍບໍ່ໄດ້ຮັບປະນຸຍາດຈາກກອງບັນຊາການ ປກສ-ປກຊ ນະຄອນຫຼວງວຽງຈັນ; 

ແອບອ້າງເປັນທະຫານ ສ້າງພາບຕົວະເອົາເງິນກວ່າ 300 ລ້ານ

ອີກໜຶ່ງລາຍຄະດີທີ່ສ້າງຄວາມເສຍຫາຍໃຫ້ແກ່ຄົນທີ່ຫຼົງເຊື່ອ ແລະຫວັງໄດ້ບັນຈຸເປັນເຈົ້າໜ້າທີ່ທາງລັດ, ຊຶ່ງຜູ້ຫຼອກລວງກໍຈັດໜັກໃສ່ເຄື່ອງແບບຕິດຊັ້ນນາຍພັນ ພ້ອມຫັນມາຕັ້ງນາມສະກຸນເພື່ອໃຫ້ບາງກຸ່ມຄົນເຊື່ອຖືຈົນຍອມວາງເງິນໃສ່ມື; ສຸດທ້າຍກໍນໍາໄປສູ່ຄວາມເສຍຫາຍທັງຊັບສິນ ແລະຄວາມຮູ້ສຶກ, 

114 ຄອບຄົວທີ່ຖືກຍົກຍ້າຍຈາກໄຟຟ້າຫົງສາ ກຽມຂຶ້ນເຮືອນໃໝ່

ສຳເລັດຮຽບຮ້ອຍແລ້ວ, ໂຄງການກໍ່ສ້າງເຮືອນ 136 ຫຼັງ ພ້ອມມີລະບົບໄຟຟ້າ, ນໍ້າໃຊ້, ຖະໜົນ ແລະລະບົບລະບາຍນໍ້າໃນບ້ານ, ມີໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ຫ້ອງການບ້ານ, ຕະຫຼາດ ແລະ ສຸກສາລາ ຊຶ່ງຖືວ່າເປັນການຕອບສະໜອງພື້ນຖານໂຄງລ່າງຄົບຊຸດ ສໍາລັບ 114ຄອບຄົວ ທີ່ຍົກຍ້າຍຈາກ ບ້ານກີ່ວງີ້ວ.

ແຮງງານລາວ 28 ຄົນ ອອກເດີນທາງໄປເຮັດວຽກທີ່ ສ.ເກົາຫຼີ

ແຮງງານທັງ 28 ຄົນ ແມ່ນໄດ້ຜ່ານລະບຽບອະນຸຍາດການຈ້າງງານຕາມລະບົບ MOU .ພ້ອມນີ້, ສູນບໍລິການຈັດຫາງງານກໍໄດ້ອົມຮົມເຂົາເຈົ້າໃຫ້ຮູ້ຈັກກ່ຽວກັບຂັ້ນຕອນຕ່າງໆ, ຕັ້ງແຕ່ການຂຶ້ນຍົນສະໜາມບິນວັດໄຕ ສປປ ລາວ ແລະຂັ້ນຕອນຕ່າງໆເມື່ອເດີນທາງເຖິງ ສ.ເກົາຫຼີ,

ກະຊວງການເງິນ ແລະສະຫວັນນະເຂດ ຮ່ວມຫາລືເລື່ອງຜັນຂະຫຍາຍວາລະແຫ່ງຊາດ

ກະຊວງການເງິນ ແລະ ແຂວງສະຫວັນນະເຂດ, ໄດ້ພ້ອມກັນຄົ້ນຄວ້າ, ລົງເລິກວຽກງານເສດຖະກິດ-ການເງິນ ໂດຍເນັ້ນໃສ່ຄວາມຮັບຜິດຊອບຂອງທຸກຂະແໜງການ ເພື່ອພ້ອມໃຈກັນເຂົ້າຮ່ວມຕາມພາລະບົດບາດ ແລະ ມີສ່ວນຮ່ວມໃນການແກ້ໄຂບັນຫາ;