ສູນການຄ້າຊັ່ງຈ່ຽງຊ໋ອບປີ້ງມໍເລີ່ມເປີດໃຫ້ບໍລິການ

ພິທີເປີດສູນການຄ້າຊັ່ງຈ່ຽງຊ໋ອບປິ້ງມໍໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດ 2019 ໃຫ້ກຽດເຂົ້າຮ່ວມມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນວຽງຈັນ , ທ່ານ ເບີລີນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ, 

ຍົກລະດັບເພີ່ມສານອາຫານໃນລາວ

  ອົງການອາຫານໂລກແຫ່ງສະຫະປະຊາຊາດປະຈຳລາວໄດ້ຈັດກອງປະຊຸມວິຊາການກ່ຽວກັບການທົບທວນສະຖານະພາບໃນປະຈຸບັນຂອງການເພີ່ມສານອາຫານ ແລະສຸມໃສ່ຂັ້ນຕອນທຳອິດໃນການກຳນົດມາດຕະຖານສຳລັບການເພີ່ມສານອາຫານໃນປະເທດລາວພິທີໄດ້ຈັດຂຶ້ນວັນທີ 3-4 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ 

ສກຈຮ ຈຳປາສັກ ມອບອຸປະກອນຫ້ອງການໃຫ້ກອງພົນທີ 5

 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກ ຈໍາກັດ (ສກຈຮ) ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຂະແໜງການທີ່ຍັງເຫັນວ່າມີຄວາມຂາດເຂີນທາງດ້ານອຸ ປະກອນໄອທີຮັບໃຊ້ໃນຫ້ອງການເມື່ອຫຼ້າສຸດກໍ່ໄດ້ມອບຄອມພິວເຕີໂນດບຸກແລະເຄື່ອງປິນເຕີສີລວມມູນຄ່າ 7 ລ້ານກວ່າກີບ ໃຫ້ແກ່ພະແນກການເງິນກອງພົນທີ 5.

ເສດຖະກິດເມືອງລະມາມພັດທະນາດີຂື້ນຕໍ່ເນື່ອງ

  ດ້ວຍຈັງຫວະການເພີ່ມຂຶ້ນຂອງຂະແໜງກະສິກໍາ, ອຸດສາຫະກໍາ ແລະ ການບໍລິການນັບມື້ກວ້າງຂວາງເຮັດໃຫ້ 6 ເດືອນຜ່ານມາການພັດທະນາເສດຖະກິດ-ສັງຄົມຂອງເມືອງລະມາມແຂວງເຊກອງບັນລຸຜົນສຳເລັດ, ພ້ອມທັງມີຫຼາຍດ້ານທີ່ພົ້ນເດັ່ນໂດຍສະເພາະດ້ານເສດຖະກິດເຕີບໂຕ 6,19% ລວມຍອດຜະລິດຕະພັນພາຍໃນຫຼື GDP ບັນລຸ 308,57 ຕື້ກີບທຽບໃສ່ແຜນເທົ່າກັບ 66,18%.

ລັດຢືນຢັນນໍ້າຖ້ວມຢູ່ສະໜາມໄຊບໍ່ແມ່ນເກີດຈາກນໍ້າເຂື່ອນ

 ຜົນຂອງເຫດການເຮັດໃຫ້ມີນໍ້າລົ້ນຫ້ວຍອັ່ງຂຶ້ນຖ້ວມບ້ານເຮືອນປະຊາຊົນເມືອງສະໝາມໄຊ ແຂວງອັດຕະປື ເນື່ອງຈາກມີຝົນຕົກໜັກຕັ້ງແຕ່ຄືນວັນທີ 2 ກໍລະກົດມາຈົນຮອດເຊົ້າຂອງວັນທີ 3 ກໍລະກົດ 2019 

ຍທຂ ຮ່ວມກັບ ວີເຄ ແລກປ່ຽນເຕັກນິກກໍ່ສ້າງຂົວ-ທາງ

     ກອງປະຊຸມແລກປ່ຽນເຕັກນິກວິຊາການດ້ານການພັດທະນາການກໍ່ສ້າງຂົວ-ທາງ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດທີ່ຫໍປະຊຸມແຫ່ງຊາດໂດຍການຮ່ວມມືລະຫວ່າງກະ ຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ກັບກຸ່ມບໍລິສັດ ວີເຄ ຈໍາກັດ,  ພາຍໃຕ້ການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ, ມີທ່ານ ແພງ ດວງເງິນ ຫົວໜ້າກົມຂົວທາງ, ທ່ານນາງ ວຽງຄໍາ ທອງນາລີ ປະທານກຸ່ມບໍ ລິສັດ ວີເຄ ຈໍາກັດ

ທ່ານ ໄຊສົມພອນ ພົມວິຫານ ເນັ້ນ ສທໜຊ ເອົາໃຈໃສ່ 5 ບັນຫາສຳຄັນ

 ໃນໄລຍະຜ່ານມາ ສທໜຊ ຫຼື ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໂດຍສະເພາະແມ່ນດ້ານພາສີອາກອນ, ການຜະລິດສິນຄ້າຕອບສະໜອງການຊົມໃຊ້ພາຍໃນຫຼຸດຜ່ອນການນຳເຂົ້າທີ່ສຳຄັນແມ່ນສາມາດສ້າງວຽກເຮັດງານທຳໃຫ້ກັບຊາວໜຸ່ມປີໜຶ່ງຫຼາຍ

ທ່ານ ເກຍ ອູ໊ສິດທິເດດ ເປີດເຜີຍບົດຮຽນ 3 ປີ ປ່ຽນຊີວິດຄົນຂໍທານກາຍເປັນຜູ້ຮູ້ສ້າງຢູ່ທຳກິນ

ເຖິງວ່າໂຄງການຈະສິ້ນສຸດລົງແລ້ວກໍຕາມແຕ່ກິ່ນອາຍຜົນງານຄວາມດີຂອງທ່ານ ເກຍ ອູ໊ສິດທິເດດ ໃນການພິກປີ້ນຊີວິດຈາກຄົນຂໍທານກາຍເປັນຜູ້ຮູ້ສ້າງຢູ່ທຳກິນຍັງຄົງຈາລຶກໄວ້ໃນໃຈຂອງປະຊາຊົນບ້ານຄຳປາແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ 

ສ້າງຄວາມເຂັ້ມແຂງພະນັກງານທ້ອງຖິ່ນ

ໃນວັນທີ 1 ກໍລະກົດ 2019  ສູນຝຶກອົບຮົມເຕັນນິກກະສິກຳ ແລະພັດທະນາຊົນນະບົດລາວ-ເກົາຫຼີ, ກະຊວງກະສິກຳແລະປ່າໄມ້ ໄດ້ເປີດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນຄັ້ງທີ 4, ຕ່ອງໂສ້ການຜະລິດເຂົ້າຄັ້ງທີ 1 ຂຶ້ນ. ໂດຍການເປັນປະທານຮ່ວມຂອງທ່ານ ແສງປະເສີດ ມັດທຸຈັນ ຮອງຫົວໜ້າຫ້ອງການກະຊວງກະສິກຳ ແລະປ່າໄມ້, ທ່ານ ໂອ ຊົງຊູ ປະທານອົງການກອຍກາປະຈຳລາວ. ເຊິ່ງມີນັກສຳມະນາກອນ

 

ກະຊວງສາທາ ອອກຄຳສັ່ງເພີ່ມທະວີສະກັດກັ້ນພະຍາດໄຂ້ຍຸງລາຍ

ດັ່ງທີ່ຮູ້ນໍາກັນແລ້ວວ່ານັບຕັ້ງແຕ່ເດືອນມັງກອນ 2019 ມາເຖິງປະຈຸບັນມີຜູ້ເປັນໄຂ້ຍຸງລາຍທັງໝົດ 9,929 ພັນ ຄົນແລະມີຜູ້ເສຍຊີວິດເຖິງ 25 ຄົນ ແລະເຫັນວ່າການລະບາດຂອງພະຍາດດັ່ງກ່າວໃນປີນີ້ມີທ່າອ່ຽງຈະຮ້າຍແຮງຂຶ້ນຈຶ່ງຈໍາເປັນຕ້ອງມີມາດຕະການເດັດຂາດເພື່ອເຮັດໃຫ້ຂະບວນການຕ້ານການລະບາດຂອງພະຍາດໄຂ້ຍຸງລາຍມີປະສິດທິຜົນເພື່ອຄວບຄຸມ ແລະສະກັດກັັ້ນການເຈັບເປັນ ແລະການເສຍຊີວິດຂອງປະຊາຊົນ.