ໝູຕາຍເກືອບ 4 ພັນໂຕ ຍ້ອນອະຫິວາໝູ, ສ່ວນບົ້ງສາລີກິນ 77% ຂອງເນື້ອທີ່ປູກ

 ການລະບາດຂອງພະຍາດອະຫິວາໝູອາຟຣິກາ ແລະຝູງບົ້ງສາລີໄດ້ເພີ່ມຂຶ້ນຢ່າງໄວວາ ແລະຕໍ່ເນື່ອງລ້າສຸດຂະແໜງການກ່ຽວຂ້ອງໄດ້ກວດພົບເຊື້ອພະຍາດອະຫິວາໝູຢູ່ 8 ແຂວງໃນທົ່ວປະເທດມີໝູຕິດເຊື້ອ 9.281 ໂຕຕາຍ ແລະ ຂ້າທໍາລາຍ 3.857 ໂຕສ່ວນທີ່ເຫຼືອແມ່ນມີການເຝົ້າລະວັງຢ່າງເຄັ່ງຄັດສໍາລັບຝູງບົ້ງສາລີແມ່ນແຜ່ລະບາດ 12 ແຂວງ ກວມເອົາ 77% ຂອງເນື້ອທີ່ປູກສາລີຖືກລະບາດ.

ມອບ-ຮັບໂຮງຮຽນປະຖົມສົມບູນບ້ານນາໄຫຫຼັງໃໝ່

  ວັນທີ 25 ກໍລະກົດ 2019 ທີ່ບ້ານນາໄຫ ເມືອງໄຊເສດຖານະຄອນຫຼວງວຽງຈັນ ເຂດພັດທະນາກວມລວມໄຊເສດຖາໄດ້ຈັດພິທີມອບ-ຮັບໂຄງການຊ່ວຍເຫຼືອກໍ່ສ້າງໂຮງຮຽນປະຖົມສົມມູນບ້ານນາໄຫຫຼັງໃໝ່ໂດຍເຂົ້າຮ່ວມມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ,

ທົ່ວປະເທດເສຍຊີວິດເກືອບ 40 ຄົນແລ້ວຍ້ອນໄຂ້ຍຸງ ຕິດເຊື້ອ 16,6 ພັນຄົນ

 ປະຈຸບັນການລະບາດຂອງພະຍາດໄຂ້ຍຸງລາຍໃນທົ່ວປະເທດຍັງສືບຕໍ່ເພີ່ມຂຶ້ນມີຜູ້ຕິດເຊື້ອທັງໝົດ 16.691 ກໍລະນີ ແລະມີຜູ້ເສຍຊີວິດ 37 ຄົນ ໃນນັ້ນນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເປັນອັນດັບໜຶ່ງ

ກາງປີລາວສົ່ງອອກໄຟຟ້າຂາຍໃຫ້ຕ່າງຊາດ 921,96 ລ້ານກິໂລວັດໂມງ ມູນຄ່າ 300 ຕື້ກວ່າກີບ

   ເມື່ອບໍ່ດົນມານີ້ທີ່ນະຄອນຫຼວງ ວຽງຈັນລັດວິສາຫະກິດໄຟຟ້າລາວໄດ້ ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2019 ແລະແຜນສູ້ຊົນ 6 ເດືອນທ້າຍປີ 2019, ໂດຍການ ເປັນປະທານຂອງທ່ານ ຄໍາມະນີ ອິນທິ ລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່,

ຄະນະແພດທະຫານອາຊຽນຂອງລາວສຳເລັດຮ່ວມກອງປະຊຸມທີ່ໄທ

 ໃນລະຫວ່າງວັນທີ 15-20 ກໍລະກົດຜ່ານມາ; ຄະນະສູນແພດທະຫານອາຊຽນຂອງລາວຊຶ່ງນໍາໂດຍ ທ່ານ ພັນໂທ ສີທະວົງ ບຸນປຣະສົງ ຮອງຫົວໜ້າກົມເສນາຮັກກອງທັບປະຊາຊົນລາວໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມຄັ້ງທີ 4

ເຄີ່ງປີ ສສງ ໜອງໄຮໂຄກ ມີກຳໄລກາຍແຜນ

ໃນໄລຍະເວລາ 6 ເດືອນຜ່ານມາສະຫະກອນສິນເຊື່ອ ແລະເງິນຝາກປະຢັດ (ສສງ) ບ້ານໜອງໄຮໂຄກ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ໃຫ້ສິນເຊື່ອແກ່ສະມາຊິກເພື່ອນໍາໄປທໍາການຜະລິດທັງໝົດ 9 ຕື້ກວ່າກີບ ແລະສາມາດສ້າງຜົນກໍາໄລໄດ້ກາຍແຜນການທີ່ວາງໄວ້.

6 ເດືຶອນ ເຊກອງສົ່ງອອກສິນຄ້າ ບັນລຸ 31,62% ຂອງແຜນປີ ມູນຄ່າຮ້ອຍຕື້ກວ່າກີບ

ໃນປີ 2019 ແຂວງເຊກອງ ວາງຄາດໝາຍຕົວເລກຂອງການສົ່ງອອກສິນຄ້າໃຫ້ໄດ້ທັງໝົດ 40 ລ້ານໂດລາ ຫຼື ປະມານ 320 ຕື້ກີບ ແລະ ການນຳເຂົ້າສິນຄ້າໃຫ້ຢູ່ໃນລະດັບ 23,75 ລ້ານໂດລາ ຫຼື ປະມານ 190 ຕື້ກີບ 

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກໍລະກົດ 2019

  ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກໍລະກົດ 2019 ໄດ້ດໍາເນີນໃນວັນທີ 23-24 ດ້ວຍບັນຍາກາດເຄັ່ງຮ້ອນເຕັມໄປດ້ວຍຄວາມຮັບຜິດຊອບສູງຂອງສະມາຊິກລັດຖະບານ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.

ເປີດທືນສົມທົບສົ່ງເສີມທຸລະກິດໄລຍະ II

 ກະຊວງອຸດສາຫະກຳ ແລະການຄ້າໄດ້ເປີດພິທີທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II  ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ LCT 

ຜູ້ປະສົບໄພສະໜາມໄຊ 587 ຄົວເຮືອນ ຮັບເງິນຊົດເຊີຍ 50 %

  ອັດຕະປື ຈ່າຍເງິນຊົດເຊີຍ 50% ໃຫ້ຜູ້ທີ່ໄດ້ຮັບຜົນກະທົບດ້ານເສດຖະກິດຄົວເຮືອນຈາກອຸບັດເຫດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກເມື່ອປີ 2018 ຜ່ານມາຊຶ່ງມີຈຳນວນ 587 ຄົວເຮືອນລວມມີ 4 ບ້ານເປົ້າໝາຍ ໃນນັ້ນບ້ານສະໝອງ 75 ຄົວເຮືອນ ມູນຄ່າ 4 ຕື້ກວ່າກີບ,