ນວ ຜະລິດນ້ຳປະປາໄດ້ 3,2 ແສນແມັດກ້ອນ ປີໃໝ່ຮຽກຮ້ອງປະຊາຊົນໃຊ້ຢ່າງປະຢັດ

 ເພື່ອເຮັດໃຫ້ການຊົມໃຊ້ນ້ຳໃນໄລຍະບຸນປີໃໝ່ລາວທີ່ຈະມາເຖິງອາທິດໜ້ານີ້ມີຄວາມຄຶກຄື້ນມ່ວນຊື່ນລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນຮຽກ ຮ້ອງທຸກພາກສ່ວນຮ່ວມໃຈເອົາໃຈໃສ່ໃຊ້ນ້ຳຖືກວິທີເພື່ອປະຢັດການໃຊ້ຈ່າຍຄ່ານ້ຳເພີ່ມຂຶ້ນໄລຍະດັ່ງກ່າວ ແລະເພື່ອໃຫ້ຜູ້ທີ່ຢູ່ໃກ້ ແລະໄກໄດ້ຊົມໃຊ້ນ້ຳທົ່ວເຖິງ

ຫາລືວຽກຮ່ວມມືຕ່າງປະເທດໃນຂະແໜງ ຖວທ

  ວັນທີ 10 ເມສາ 2019 ກົມຮ່ວມມືສາກົນໄດ້ຈັດຕັ້ງກອງປະຊຸມແລກປ່ຽນປຶກສາຫາລືໃນການຈັດຕັ້ງປະຕິບັດວຽກງານຮ່ວມມືກັບຕ່າງປະເທດໃນຂະແໜງ ການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຮ່ວມກັບແຂວງພາກກາງ ແລະ ພາກໃຕ້ຈັດຂຶ້ນທີ່ນະຄອນປາກເຊ, ແຂວງຈຳປາສັກ ໃຫ້ກຽດເປັນປະທານ ໂດຍທ່ານ ສະຫວັນຄອນ ລາຊມຸນຕີ ຮອງລັດຖະມົນຕີທັງເປັນຜູ້ຊີ້ນຳວຽກງານຮ່ວມມືຕ່າງປະເທດ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ,

ສທຍລ ແລກປ່ຽນບົດຮຽນກັບນັກທຸລະກິດຍິງພາກກາງ ແລະ ພາກໃຕ້

  ເພື່ອເປັນການກະກຽມເປີດກອງປະຊຸມໃຫຍ່ຂອງນັກທຸລະກິດແມ່ຍິງທົ່ວປະເທດປີ 2020 ທັງເປັນການສ້າງເງື່ອນໄຂໃຫ້ມີການຊຸກຍູ້ຊ່ວຍເຫຼືອ ແລະ ປ່ຽນປະ ສົບການດ້ານທຸລະກິດນຳກັນ, ສະມາຄົມນັກທຸລະກິດແມ່ຍິງລາວ (ສທຍລ) ຈິ່ງໄດ້ຈັດຕັ້ງການລົງເຄື່ອນໄຫວພົບປະແລກປ່ຽນບົດຮຽນລະຫວ່າງ ສທຍລ ແລະນັກທຸລະກິດແມ່ຍິງ 6 ແຂວງພາກກາງ ແລະ ພາກໃຕ້ຂຶ້ນໃນວັນທີ 4-5 ເມສາ ທີ່ແຂວງຈຳປາສັກ,

ເປີດກອງປະຊຸມວຽກງານຮ່ວມມືສາກົນດ້ານວຽກງານ ຖວທ ແຂວງພາກກາງ ແລະ ໃຕ້

   ກອງປະຊຸມວຽກງານຮ່ວມມືສາກົນດ້ານວຽກງານ ຖວທ ແຂວງພາກກາງ ແລະ ໃຕ້ໄດ້ຈັດຂຶ້ນໂດຍກົມຮ່ວມມືສາກົນກະຊວງ ຖວທ,  ໃນວັນທີ 10 ເມສາ 2019 ທີ່ແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊະມົນຕຣີ ຮອງລັດຖະມົນຕີກະຊວງຖະແລງຂ່າວວັດທະນະທຳ ແລະທ່ອງທ່ຽວ ( ຖວທ ) ຊຶ່ງມີບັນດາຄະນະນໍາພະແນກ ຖວທ ຈາກ 7ແຂວງພາກກາງ ແລະພາກໃຕ້ເຂົ້າຮ່ວມ.

ສຄອ ຈຳປາສັກແຕ່ງຕັ້ງຄະນະບໍລິຫານງານຊຸດໃໝ່

 ອໍານາດການປົກຄອງແຂວງຈໍາປາສັກໄດ້ອະນຸມັດແຕ່ງຕັ້ງທ່ານ ນາງ ບຸນເຮືອງ ລິດດັງ ເປັນປະທານສະພາການຄ້າ ແລະອຸດສາຫະກໍາຊຸດທີVIII ພ້ອມປະກາ ດຢ່າງເປັນທາງການຄະນະບໍລິຫານງານຊຸດໃໝ່ເພື່ອເສີມສ້າງ ແລະຍົກລະດັບມາດຖານການຊຸກຍູ້ສົ່ງເສີມພາກທຸລະກິດພາຍໃນແຂວງໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ.

ກຽມພົບຄວາມອາລັງການຫາດດອນຈັນໃນຊ້ວງປີໃໝ່

 ແຫຼງທ່ອງທ່ຽວຫາດຊາຍດອນຈັນໂດຍບໍລິສັດ ຊີເອັນພີ ຂາເຂົ້າ-ຂາອອກ ຈຳກັດ ຊຶ່ງເປັນໜຶ່ງບໍລິສັດເຫັນຄວາມສຳຄັນພັດທະນາແຫຼງທ່ອງທ່ຽວ ແລະອານຸລັກວັດທະນາທຳປີນີ້ໄດ້ເສີມຫຼາຍກິດຈະກຳເຂົ້າມາເຊັ່ນມີການຂີ່ສະລິງ, ສະລອຍນ້ຳ, ມີສວນຕູບບໍລິການ, ສວນດອກໄມ້, ຮູບປັ່ນໂຕສັດໃຫຍ່ອາລັງການໄວ້ຄອຍຖ້າຜູ້ຄົນໄປທ່ຽວຊົມໂດຍສະເພາະນັກທ່ອງທ່ຽວຈີນຊຶ່ງມາຮອດປະຈຸບັນການກໍ່ສ້າງແມ່ນສຳເລັດ 80% ແລະຈະເປີດບໍລິການໄວໆນີ້.

ປັບປຸງລາຄານ້ຳມັນແອັດຊັງ

   ໃນວັນທີ 9 ເມສາ 2019 ກະຊວງອຸດສາຫະກຳ ແລະການຄ້າໄດ້ອອກແຈ້ງການເຖິງສະມາຄົມນໍ້າມັນເຊື້ອໄຟ ແລະອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ເລື່ອງການປັບຂຶ້ນລາຄານໍ້າມັນເຊື່ອໄຟໃນຂອບເຂດທົ່ວປະເທດຊຶ່ງເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ເວລາ 6:00 ໂມງ ຂອງວັນທີ 10 ເມສາ 2019 ເປັນຕົ້ນໄປ ແລະການປັບລາຄານີ້ແມ່ນໄດ້ປັບຂຶ້ນລາຄານໍ້າມັນແອັດຊັງພິເສດ 360 ກີບຕໍ່ລິດ, ນໍ້າມັນແອັດຊັງທໍາມະດາ 320 ກີບຕໍ່ລິດສ່ວນນໍ້າມັນກາຊວນແມ່ນຮັກສາໄວ້ຄືເກົ່າ.

ເປີດອະນຸສອນສະຖານທ່ານ ໜູຮັກ ພູມສະຫວັນ ຢ່າງເປັນທາງການ

   ເປີດໃຫ້ຢ້ຽມຊົມຢ່າງເປັນທາງການແລ້ວອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ທັງນີ້ກໍເພື່ອເປັນການຈາລຶກຄຸນງາມຄວາມດີ ແລະຜົນງານອັນໃຫຍ່ ຫຼວງຂອງທ່ານຊຶ່ງເປັນໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງການປະຕິວັດລາວໃຫ້ຍືນຍົງຊຶ່ງຈະກາຍເປັນບ່ອນສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ແລະເປັນບ່ອນສຶກສາຄົ້ນຄວ້າຮໍ່າຮຽນຂອງຄົນລຸ່ນໃໝ່ໃນອະນາຄົດ.

ເກດມະນີ ຄອງມົງກຸດ ນາງສາວ ນວ

    ນາງສາວ ເກດມະນີ ວົງປະສີດ (ປຸ້ຍ) ອາຍຸ 22 ປີ ໝາຍເລກ MVT15 ຄວ້າມົງກຸດນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2019 ມູນຄ່າ 80 ລ້ານກີບ ມາຄອງ, ທັງຍັງໄດ້ຮັບລາງວັນນາງສາວສະເໜ່ຍິງລາວ ແລະລາງວັັນນາງສາວຜິວງາມໜ້າໃສນໍາອີກຊຶ່ງຈະໄດ້ເປັນຕົວແທນນາງສາວນະຄອນຫຼວງວຽງຈັນ ໄປປະ ກວດຕໍ່ໃນເວທີ Miss Chinese International ຢູ່ຮົງກົງ ປະເທດຈີນ. 

ເຈົ້າໜ້າທີ່ອອກຫຼາຍຂໍ້ຫ້າມຕໍ່ຜູ້ຂັບຂີ່ຊ້ວງປີໃໝ່

 ເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພສ 2562 ມີຄວາມສະຫງົບປອດໄພ, ມີບັນຍາກາດເບີກບານມ່ວນຊື່ນ ແລະປາສະຈາກໄດ້ຜົນເສຍຫາຍທາງສຸຂະພາບ, ຊີວິດ ແລະຊັບສີນທີ່ເກີດຈາກອຸບັດເຫດຕາມທ້ອງຖະໜົນເຈົ້າໜ້າທີ່ໄດ້ອອກຫຼາຍຂໍ້ຫ້າມສໍາລັບຜູ້ຂັບຂີ່ໃນປີນີ້.