ຍ້ອນກອງທັບເຕີບໃຫຍ່ເຂັ້ມແຂງທຸລະກິດດາວເຮືອງສົ່ງ ຈິ່ງດຳເນີນໄປໄດ້ດີ

 (ນສພ ເສດຖະກິດ-ສັງຄົມ)

   ນັບແຕ່ມື້ສ້າງຕັ້ງກອງທັບປະຊາຊົນລາວມາເຖິງປະຈຸບັນກໍບັນຈົບຄົບຮອບ 70 ປີພໍດີໂດຍແຕ່ລະໄລຍະບໍ່ວ່າຊ້ວງຕໍ່ສູ້ປົດປ່ອຍປະເທດຊາດກໍຄືໄລຍະສ້າງສາ ແລະພັດທະນາປະເທດກອງທັບ ແມ່ນໄດ້ມີການພັດທະນາຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນມາເລື້ອຍໆຈົນເຮັດໃຫ້ປະເທດເຮົາມີຄວາມໝັ້ນຄົງ ແລະປະ ຊາຊົນລາວບັນດາເຜົ່າກໍຢູ່ເຢັນເປັນສຸກໃນການດຳລົງຊີວິດ.

ໄຊຍະ ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 1,3 ແສນຄົນ

ຂ່າວ: ບຸນທີ ແສງຈັນທະລາ     

   ໄຊຍະບູລີໄດ້ກຳນົດເອົາວຽກງານທ່ອງທ່ຽວເປັນບຸລິມະສິດໜຶ່ງໃນສາມເສົາຄໍ້າການພັດທະນາເສດຖະກິດສັງຄົມຂອງແຂວງຊຶ່ງເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາ ແລະສົ່ງເສີມການທ່ອງທ່ຽວໃຫ້ມີຂະບວນການຟົດຟື້ນຍ້ອນສະພາບຈຸດພິເສດຂອງ ແຂວງໄດ້ມີດ່ານສາກົນເຂົ້າອອກ 3 ດ່ານ ແລະມີເສັ້ນທາງເຊື່ອມຈອດກັບບັນດາແຂວງໃນທົ່ວປະເທດ

ກອງຄຸ້ມຄອງພາສີ VI​ ຕັ້ງເປົ້າລາຍຮັບບັນລຸ 1,2 ພັນຕື້ກີບ ປີແລ້ວເກັບໄດ້ບໍ່ເຖິງ 90 ເປິເຊັນ

 (ນສພ ເສດຖະກິດ-ສັງຄົມ)

    ໃນປີ 2019 ນີ້ກອງຄຸ້ມຄອງພາສີ VI ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕ່ຳສຸດ 1.200 ຕື້ກີບ, ໃນນັ້ນແຂວງສະຫວັນນະເຂດ 802,3 ຕື້ກີບ, ຄຳມ່ວນ 397,7  ຕື້ກີບ ຂະນະທີ່ປີ 2018 ຜ່ານມາກອງດັ່ງກ່າວປະຕິບັດລາຍຮັບບັນລຸພຽງ 89,73% ຂອງແຜນການທັງນີ້ແມ່ນມີຜົນມາຈາກຫຼາຍສາເຫດ.

ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ

ຂ່າວ: ວົງມະນີ      

   ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ໃນຂົງເຂດເສດຖະກິດ-ການຕ່າງປະເທດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-18 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາພະນັກງານການນຳ ແລະຄະນະບໍລິຫານງານພັກ ແລະ ຂັ້ນຫົວໜ້າກົມມາຈາກບັນດາກະຊວງ, ອົງການໃນຂົງເຂດເສດຖະກິດ-ການຕ່າງປະເທດເຂົ້າຮ່ວມ.

ກັກພວກຄ້າຢາເສບຕິດພົບຂອງກາງຢາບ້າ 80 ພັນເມັດ

ຂ່າວ: ດວງມະນີ

       ວັນທີ9ມັງກອນ 2019 ຜ່ານມານີ້ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ລົງແກ້ໄຂສະພາບປາກົດການຫຍໍ້ທໍ້ຢູ່ຂອບເຂດເມືອງໂພນ ແຂວງວຽງຈັນ ໃນທີ່ສຸດກໍ່ສາມາດຈັບຕົວເປົ້າໝາຍໄດ້ 2 ຄົນ ຄື: ທ້າວ ມະເລົ່າ ອາຍຸ 22 ປີ ຊາວ ນາ ຢູ່ບ້ານຫ້ວຍສາລາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມຂອງກາງຢາບ້າ 40 ມັດ ເທົ່າກັບ 80 ພັນເມັດ ແລະທ້າວ ກົ່ວເລົ່າ ອາຍຸ 43 ປີ ຊາວນາຢູ່ບ້ານໂພນແຍງ ເມືອງເຟືອງ ແຂວງວຽງຈັນ ພ້ອມຂອງກາງຢາບ້າຈຳນວນ 8 ເມັດ, ທັງສອງໄດ້ຮ່ວມກັນຊື້-ຂາຍຢາເສບຕິດ ປະເພດຢາບ້າມາດຳເນີນການສືບສວນ-ສອບສວນ.

ເອກະພາບຍົກລະດັບເຂດອະນຸລັກໂອງ-ມັ່ງຂຶ້ນເປັນລະດັບຊາດ

 (ນສພ ເສດຖະກິດສັງຄົມ)

   ວັນທີ 11 ມັງກອນ 2019 ນີ້, ທີ່ເມືອງຊົນນະບູລີ ແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຊຸມຊົນເພື່ອຍົກລະດັບເຂດອະນຸລັກໂອງ-ມັ່ງ ຂຶ້ນເປັນລະດັບຊາດໂດຍພາຍໃຕ້ການເປັນປະທານຂອງທ່ານ ຄໍາມອນ ທິລະວົງ ຮອງເຈົ້າເມືອງຊົນນະບູລີ ທັງເປັນຜູ້ຊີ້ນໍາວຽກງານໂຄງການຂັ້ນເມືອງ, ທ່ານ ບຸນເລດ ຈັນທອງທິບ ຮອງຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງສະຫວັນນະເຂດ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ ແລະອໍານາດການປົກຄອງບ້ານເປົ້າໝາຍຂອບເຂດອະນຸລັກໂອງ-ມັ່ງເຂົ້າ ຮ່ວມ.

ລົງນາມຊື້-ຂາຍຮຸ້ນ ບໍລິສັດ ວິມເປວຄອມລາວ ຈຳກັດ

ໂດຍ: ວົງມະນີ

   ໃນວັນທີ 16 ມັງກອນ 2019 ທີ່ສໍານັກງານໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ, ກະຊວງການເງິນ ແລະບໍລິສັດລາວໂທລະຄົມມະນາ ຄົມໄດ້ຈັດພິທີເຊັນສັນຍາວ່າດ້ວຍການ ຊື້-ຂາຍຮຸ້ນ ບໍລິສັດ ວິມເປວຄອມລາວ ຈໍາກັດ ລົງນາມລະຫວ່າງທ່ານ ສີລາວຽງ ແກ້ວ ຮອງລັດຖະມົນຕີກະຊວງການເງິນຫົວໜ້າຄະນະກຳມະການຂາຍຮຸ້ນບໍລິສັດ ວິມເປວຄອມລາວ ຈໍາກັດ ແລະ ທ່ານ ຖາວອນ ສົມສະກຸນ ຜູ້ອໍາ ນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ທອງໃສ ຊານໄຊຍະ ຮອງລັດ ຖະມົນຕີກະຊວງໄປສະນີ-ໂທລະຄົມມະນາຄົມ ແລະສື່ສານປະທານສະພາບໍລິຫານລາວໂທລະຄົມ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຊກອງສຸມປະຕິບັດ 60 ກວ່າໂຄງການດ້ານ ຍທຂ ມູນຄ່າເກືອບ 5 ພັນຕື້ກີບ

 ຂ່າວ: ສັນຍາ

    ໃນປີຜ່ານມາ ແຂວງເຊກອງໄດ້ຕັ້ງໜ້າປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງດ້ານວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ມີຄຸນນະພາບດີຂຶ້ນເປັນກ້າວໆເພື່ອການກໍ່ສ້າງ ແລະສະໜອງໂຄງລ່າງພື້ນຖານໃຫ້ແກ່ການພັດທະນາດ້ານເສດຖະກິດສັງຄົມຂອງແຂວງກໍຄືຂອງຊາດ, ທັງແນໃສ່ເຮັດໃຫ້ຕາໜ່າງຄົມມະນາຄົມຂົນສົ່ງທຸກດ້ານໄດ້ຮັບການທະລຸໂລ່ງໃນທົ່ວແຂວງທັງເຊື່ອມໂຍງພາຍໃນ ແລະ ຕ່າງປະ ເທດຫຼາຍຂຶ້ນ.

ລາວກຽມຈັດງານອຸດສະຫະກຳປຸງແຕ່ງອາຫານນາໆຊາດ

 (ນສພ ເສດຖະກິດ-ສັງຄົມ)

   ເມື່ອວັນທີ 15 ມັງກອນ, ກົມສົ່ງເສີມການຄ້າກະຊວງອຸດສາຫະກໍາ ແລະ ການຄ້າຮ່ວມກັບບໍລິສັດ ເດີພັດໂປຣເຈັກ ຈໍາກັດ (The Plus Project Ltd) ໄດ້ຈັດພິທີຖະແຫຼງຂ່າວເພື່ອກຽມຈັດງານມະຫະກໍາອຸດສາຫະກໍາປຸງແຕ່ງອາຫານນາໆຊາດຄັ້ງທີ 1 ປະຈໍາປີ 2019 ໂດຍ ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມເພັດ ນໍຣະສິງຫ໌ ຮັກສາການຫົວໜ້າກົມສົ່ງເສີມການຄ້າ, ທ່ານ ສຸກນິກອນ ລາດຊະວົງ ປະທານບໍລິສັດ ເດີພັດໂປຣເຈັກ ຈໍາກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ມະຫາກຳອະສັງຫາລິມະຊັບຈະເລີ່ມຕົ້ນເດືອນມີນາ

ຂ່າວ: ພິມພອນ    

       ງານມະຫາກຳທີ່ພັກອາໄສ ແລະ ການລົງທຶນດ້ານອະສັງຫາລິມະຊັບ 2019, ຊຶ່ງເປັນຄັ້ງທຳອິດໃນລາວຈະເລີ່ມຂຶ້ນໃນລະຫວ່າງວັນທີ 1-2 ມີນານີ້, ຢູ່ໂຮງແຮມດອນຈັນພາເລດ, ທີ່ຈະເປີດໂອກາດໃຫ້ບັນດາກຸ່ມຄົນ ແລະບໍລິສັດຊັ້ນນຳຕ່າງໆທາງດ້ານອະສັງຫາເຂົ້າຮ່ວມໃນງານ, ໂດຍພິທີຖະແຫຼງຂ່າວຕໍ່ສື່ມວນຊົນແມ່ນຈັດຂຶ້ນໃນວັນທີ 15 ມັງກອນ 2019, ເປັນການ