(ໜັງສືພີມເສດຖະກິດ-ສັງຄົມ)
ເມື່ອອາທິດທີ່ຜ່ານມາທີ່ໂຮງແຮມ ປາກຊັນໃໝ່ ແຂວງບໍລິຄໍາໄຊ ກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມໄດ້ເປີດຮັບບໍລິຈາກເພື່ອສົມທົບທຶນເຂົ້າກອງທຶນເນື່ອງໃນງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ ຄສ 2019.
ຂ່າວ: ພິມພອນ
ເພື່ອເປັນສ່ວນໜຶ່ງໃນການຊ່ວຍເຫຼືອຜູ້ປະສົບໄພພິບັດຈາກທຳມະຊາດ ແລະພະຍາດລະບາດ ໃນລະດູຝົນປີ 2018 ຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ນໍາໃຊ້ 3 ນະໂຍບາຍເຂົ້າ ຊ່ວຍຜູ້ປະສົບໄພໃນຂອບເຂດທົ່ວປະເທດໂດຍສະເພາະໃນຂະແໜງກະສິກຳ, ພ້ອມທັງມອບໃຫ້ ທທກ ເພີ່ມທະວີຈັດຕັ້ງ ປະຕິບັດນະໂຍບາຍດັ່ງກ່າວ, ແນໃສ່ການຜະລິດເຂົ້າລະດູແລ້ງປີ 2019 ໃຫ້ໄດ້ຮັບປະສິດທິພາບແລະບັນລຸຕາມແຜນການທີ່ີວາງໄວ້.
ຂ່າວ: ຣັດສະໝີ ດວງສັດຈະ
ຄະນະພັກ-ຄະນະສະຖາບັນການ ທະນາຄານ (ສທຄ) ໄດ້ຈັດຕັ້ງພິທີສະ ຫຼຸບຜົນງານ 40 ປີ ຂຶ້ນໃນວັນທີ 3 ມັງ ກອນ 2019 ທີ່ສະໂມສອນ ສທຄ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ); ພ້ອມນັ້ນກໍ່ມີຄະນະ ສທຄ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ສັນຍາ
ການລົງທຶນລວມທົ່ວສັງຄົມໃນ ປີ 2018 ທີ່ແຂວງເຊກອງນັບວ່າມີບາດກ້າວທີ່ດີສາມາດປະຕິບັດໄດ້ມີມູນຄ່າສູງເຖິງ 1.141,87 ຕື້ກີບ ລື່ນແຜນການທີ່ວາງໄວ້ 39,94% ຊຶ່ງປະກອບ ດ້ວຍ 4 ແຫຼ່ງທຶນຄື: ໂຄງການລົງທຶນຂອງລັດ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ ແລະການລົງທຶນສິນເຊື່ອຂອງທະນາຄານ.
(ໜັງສືພິມເສດຖະກິດ-ສັງຄົມ)
ເມື່ອວັນທີ 19 ທັນວາ 2018 ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ຊຶ່ງເປັນບໍລິສັດຍ່ອຍຂອງບໍລິສັດຜະລິດໄຟຟ້າ ຣາຊບູລີໂຮນດິງ ຈຳ ກັດ (ມະຫາຊົນ) (ຜູ້ຊື້) ແລະ ບໍລິສັດ ເອເຊຍລົງ ທຶນພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ຜູ້ຖືຫຸ້ນເດີມ (ຜູ້ຂາຍ) ໄດ້ລົງນາມສັນຍາລະ ຫວ່າງຜູ້ຖືຫຸ້ນ ແລະ ສັນຍາຊື້ຂາຍຫຸ້ນສາມັນຂອງບໍລິສັດ ເອເຊຍ ວໍເຕີ ຈຳກັດຜູ້ດຽວຜູ້ດຳເນີນໂຄງການຜະລິດນໍ້າປະປາແສນດິນໃນລາວ (ໂຄງການ) ໃນສັດສ່ວນຮ້ອຍລະ 40 ຂອງທຶນຈົດທະບຽນຫຼືຄິດເປັນຫຸ້ນສາມັນຈຳນວນ 4,8 ລ້ານຫຸ້ນ.
ຂ່າວ: ໄມພອນ
ໂຄງການກໍ່ສ້າງອາຄານພະແນກແຜນການ, ການລົງທຶນ ແລະສູນສະຖິຕິປະຈຳແຂວງອຸດົມໄຊຫຼັງໃໝ່ພາຍຫຼັງກໍ່ສ້າງມາເປັນເວລາ 4 ປີ ປະຈຸບັນສຳເລັດ ແລະ ກໍໄດ້ຈັດພິທີມອບ-ຮັບ ພ້ອມເປີດນຳໃຊ້ຢ່າງເປັນທາງການໃນອາທິດຜ່ານມາ. ໂດຍເຂົ້າຮ່ວມມີທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ, ທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ. ມີບັນດາການນຳຂອງແຂວງ, ພະແນກການພ້ອມດ້ວຍພະນັກງານພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.
ຂ່າວ: ບຸນທີ
ປີ 2018 ຜ່ານມາ ແຂວງໄຊຍະບູລີ ສາມາດຈັດເກັບລາຍຮັບໄດ້ທັງໝົດ 796 ຕື້ກວ່າກີບ ເທົ່າກັບ 92,05% ຂອງແຜນການປີ, ທຽບໃສໄລຍະດຽວກັນຂອງປີກ່ອນລື່ນ 28,92% ໃນນັ້ນລາຍຮັບພາຍໃນປະຕິບັດໄດ້ 218,92 ຕື້ກີບ, ເທົ່າກັບ 82,23% ຂອງແຜນການປີ ສ່ວນລາຍຮັບພາສີພູດສູນກາງປະຕິບັດໄດ້ 577,08 ຕື້ກີບ ເທົ່າກັບ 96,42% ຂອງແຜນການປີ.
(ໜັງສືພິມເສດຖະກິດ-ສັງຄົມ)
ວັນທີ 31 ທັນວາ 2018 ນີ້, ທີ່ຫ້ອງປະຊຸມຂອງເຂດເສດຖະກິດພິເສດສະຫວັນ-ເຊໂນ ໄດ້ຈັດພິທີປະກາດໂຮມເຂດເສດຖະກິດພິເສດສະ ຫວັນ-ເຊໂນ ແລະ ເຂດການຄ້າຊາຍແດນ-ບ້ານແດນ ສະຫວັນ
ຂ່າວ: ກິ່ງລັດຕະນະ
ບໍລິສັດ ມີເດຍ ເປັນບໍລິສັດທີ່ຜະລິດ ແລະຈໍາໜ່າຍສິນຄ້າກຸ່ມອຸດສາຫະກໍາເຄື່ອງໃຊ້ໄຟຟ້າພາຍໃນບ້ານ ແລະ ເປັນຜູ້ສົ່ງອອກສິນຄ້າເຄື່ອງປັບອາກາດອັນດັບ 1 ຂອງປະເທດຈີນ, ໂດຍມີສໍານັກງານໃຫຍ່ຕັ້ງຢູ່ຕອນໃຕ້ຂອງຈີນປະຈຸບັນມີໂຮງງານຜະລິດສິນຄ້າເຖິງ 21 ແຫ່ງ ແລະມີສູນໂລຈິດຕິກສໍາລັບເກັບ ແລະກະຈາຍສິນຄ້າກວ່າ 260 ແຫ່ງທົ່ວໂລກ ແລະມີພະນັກງານຫຼາຍກວ່າ 1,3 ແສນຄົນຈາກ 200 ປະເທດ.
(ໜັງສືພິມເສດຖະກິດ-ສັງຄົມ)
ປິດລົງດ້ວຍຜົນສໍາເລັດອັນຈົບງາມກອງປະຊຸມສະໄໝສາມັນເທື່ອທີ VI ສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ I ໃນວັນທີ 28 ທັນ ວາ ຜ່ານມາທີ່ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນໃຫ້ກຽດເຂົ້າ ຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າພະແນກການອ້ອມຂ້າງເຈົ້າເມືອງ 9 ຕົວ ເມືອງ ແລະສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນເຂົ້າຮ່ວມ.