ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ ຕລຊລ ຄົນໃໝ່

  ພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫ່ຍຕະຫຼາດຫຼັກຊັບລາວ (ຕລຊລ) ຄົນເກົ່າ ແລະ ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ ຕລຊລ ຄົນໃໝ່ຈັດຂຶ້ນໃນວັນທີ 18 ກໍລະກົດ 2019 ທີ່ຕະຫຼາດຫຼັກຊັບລາວໂດຍເຂົ້າຮ່ວມມີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ວັນຄໍາ ວໍຣະວົງ ໄດ້ລາຍງານ ຫຍໍ້ວຽກງານໃນໄລຍະຜ່ານມາ ຊຶ່ງການແລກຊື້-ຂາຍ ຫຼັກຊັບໃນຕະຫຼາດຫຼັກຊັບລາວໄດ້ຮັບຄວາມສົນໃຈຈາກນັກລົງທຶນທັງພາຍ ໃນ ແລະ ຕ່າງປະເທດນັບມື້ນັບຫຼາຍຂຶ້ນເບິ່ງໄດ້ຈາກການເພີ່ມຂຶ້ນຂອງຈໍານວນບັນຊີຫຼັກຊັບຈາກ 11,3 ພັນບັນຊີໃນຕົ້ນປີ 2015 ເປັນ 14,4 ພັນບັນຊີຊຶ່ງໃນປະຈຸ ບັນ 7 ຕົວເລກໃນວັນທີ 30 ມິຖຸນາ 2019 ເພີ່ມຂຶ້ນ 3,1 ພັນບັນຊີ ຫຼື ຄິດເປັນ 28% ໂດຍມີການແລກປ່ຽນຊື້-ຂາຍທັງໝົດ 131 ລ້ານຮຸ້ນໃນມູນຄ່າປະມານ 784 ຕື້ກີບ ຊຶ່ງກວມເອົາການແລກປ່ຽນຊື້-ຂາຍຈາກຕ່າງປະເທດ 63% ແລະການແລກປ່ຽນຊື້ຂາຍຈາກນັກລົງທຶນພາຍໃນ 37%.

  ນອກນັ້ນການລະດົມທຶນຄັ້ງທໍາອິດໃນຈໍານວນເງິນເກືອບ 537 ຕື້ກີບ ຂອງ 7 ບໍລິສັດຈົດທະບຽນໃໝ່ ແລະການອອກຮຸ້ນເພີ່ມທຶນໃໝ່ຈໍານວນເງິນ 3,6 ພັນຕື້ກີບ ຊຶ່ງເພີ່ມຂຶ້ນ 19,42% ຂອງທຶນລະດົມໄດ້ທັງໝົດທຽບໃສ່ປີ 2014 ພ້ອມດຽວກັນນີ້ ຕລຊລ ຍັງໄດ້ຮັບຈົດທະບຽນພັນທະບັດລັດຖະບານທີ່ມີມູນຄ່າຫຼາຍກວ່າ 1 ພັນຕື້ກີບ ເພື່ອດັດສົມງົບປະມານແຫ່ງລັດ.

  ພ້ອມດຽວກັນນັ້ນເພື່ອອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນໃນການຊື້-ຂາຍຫຼັກຊັບທາງຕະຫຼາດຫຼັກຊັບລາວຍັງໄດ້ຍົກລະດັບກົນໄກຊື້-ຂາຍຮຸ້ນຮູບແບບໃໝ່ໃນວັນ ທີ 11 ມັງກອນ 2019 ເປັນຕົ້ນການຂະຫຍາຍເວລາຊື້-ຂາຍຫຼັກຊັບຈາກເວລາ8:30-11:30 ໂມງ ມາເປັນເວລາ 8:30-15:00 ໂມງ ຊຶ່ງເຫັນໄດ້ວ່າການຊື້-ຂາຍເພີ່ມຂຶ້ນຫຼາຍກວ່າ 14%.

----------------------------------

ຂຽນໂດຍວົງມະນີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ