4 ເຂື່ອນນໍ້າອູໄລຍະ II ການກໍ່ສ້າງມີຄວາມຄືບໜ້າ ປີ 2020 ຈະຜະລິດໄຟຂາຍ

 ວັນທີ 7 ຕຸລາຜ່ານມາທີ່ແຂວງຫຼວງພະບາງ ໄດ້ມີກອງປະຊຸມຄະນະກຳມະການຊີ້ນຳຮ່ວມໂຄງການເຂື່ອນໄຟຟ້ານໍ້າອູ1, 3, 4 ແລະນໍ້າອູ 7 ຄັ້ງທີ 3 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່,

ສອຕລ ແບ່ງນໍ້າໃຈຊ່ວຍຜູ້ຖືກນໍ້າຖ້ວມ

  ສປປ ລາວ ໄດ້ຮັບຜົນກະທົບໜັກຈາກອຸທົກກະໄພແຕ່ເໜືອເຖິງໃຕ້ໃນລະຫວ່າງເດືອນສິງຫາ-ກັນຍາປີນີ້ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານບ້ານຊ່ອງເຄື່ອງປູກ ຂອງຝັງຂອງພໍ່ແມ່ປະຊາຊົນ ກໍຄືຊາວ ກະສິກອນເປັນຈໍານວນມະຫາສານພັກ ແລະລັດຖະບານ

ລາວໂທລະຄົມລອງໃຊ້ 5G ໄວກວ່າເກົ່າ 20 ເທົ່າ

   ວັນທີ 8 ຕຸລາ 2019 ບໍລິສັດລາວໂທລະຄົມມະນາຄົມມະຫາຊົນໄດ້ເປີດທົດລອງການນຳໃຊ້ລະບົບອິນເຕີເນັດ 5G ເປັນຄັ້ງທຳອິດໃນລາວໂດຍການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຮອງອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະຍັງມີບັນດາທ່ານຕາງໜ້າຈາກບັນດາກົມ,

ກຸງສີລິດຊິ້ງ ເຂົ້າເຖິງລູກຄ້າຫຼາຍຂື້ນ

ການດຳເນີນທຸລະກິດໃນຜ່ານມາຂອງບໍລິສັດກຸງສີລິດຊິ້ງຍັງມີສິ່ງທ້າທາຍຫຼາຍປະການອັນເນື່ອງມາຈາກການແຂ່ງຂັນທີ່ເພີ່ມທະວີຂຶ້ນດັ່ງນັ້ນທາງບໍລິສັດຈຶ່ງມຸ່ງໝັ້ນປັບປຸງຂະບວນການ ແລະພັດທະນາຄວາມສາມາດຂອງພະນັກງານ ແລະການນໍາສະເໜີສິນຄ້າທີ່ເໝາະສົມເພື່ອຕອບສະໜອງຄວາມຕ້ອງການ

ເຂື່ອນນໍ້າຂອງໄຊຍະຈະເລີ່ມຜະລິດໄຟຟ້າຂາຍທ້າຍເດືອນໜ້າ

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງແຂວງໄຊຍະບູລີມີກຳລັງຕິດຕັ້ງທັງໝົດ 1.285 ເມກາວັດມູນຄ່າ 3,8 ຕື້ໂດລາອາຍຸສຳປະທານ 29 ປີ ພາຍຫຼັງທີ່ໄດ້ລົງມືກໍ່ສ້າງເປັນຕົ້ນມາໜ້າວຽກໂດຍລວມຂອງໂຄງການຮອດຂະນະນີ້ສຳເລັດແລ້ວ 99,99% ໂດຍຈະມີພິທີເປີດການຜະລິດໄຟຂາຍຢ່າງເປັນທາງການໃນວັນທີ 28 ພະຈິກ 2019.

ດ່ານຂົວມິດຕະພາບ III ຄາດຈະເກັບລາຍຮັບໄດ້ລື່ນແຜນປີ 11,11 ຕື້ກີບ

ຕະຫຼອດໄລຍະທີ່ຜ່ານມາດ່ານພາສີຂົວມິດຕະພາບ III ໄດ້ສຸມໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໂດຍສະເພາະໃນ 9 ເດືອນ ປີ 2019 ປະຕິບັດໄດ້ 200,8 ຕື້ກວ່າກີບ ເທົ່າກັບ113,53% ຂອງແຜນການ 9 ເດືອນ

ວ້າວ ວາງສະແດງຮູບຖ່າຍຄອບຄົວທຸລະກິດຊື່ດັງໃນລາວ

 ວາລະສານວ້າວ WOW Magazine Society ໄດ້ຈັດງານວາງສະແດງຮູບຖ່າຍກ່ຽວກັບຄວາມຮັກຄວາມອົບອຸຸ່ນຂອງຄອບຄົວນັກທຸລະກິດຊື່ດັງໃນລາວຊຶ່ງໄດ້ຈັດຂຶ້ນວັນທີ 5 ຕຸລາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ

ຮ່ວມມືພັດທະນາຫ້ອງຮຽນສອງພາສາລາວ-ຝຣັ່ງ

ວັນທີ 3 ຕຸລາ 2019 ກະຊວງສຶກສາທິການ ແລະກີລາຮ່ວມກັບສະຖານທູດຝຣັ່ງປະຈຳລາວໄດ້ເຊັນສັນຍາໂຄງການຮັບປະກັນຄວາມຍືນຍົງຫ້ອງຮຽນສອງພາສາລາວ-ຝຣັ່ງ ໂດຍຕາງໜ້າລົງນາມໂດຍທ່ານນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາກະຊວງສຶກສາທິການ ແລະກີລາ

ຈັບມືພັດທະນາສີມືແຮງງານຊ່າງໄມ້ລາວ

  ວັນທີ 4 ຕຸລາຜ່ານທີ່ສະຖາບັນພັດທະນາກຳມະບານລາວໄດ້ມີພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈລະຫວ່າງສະມາຄົມເຟີນິເຈີລາວກັບສະຖາບັນພັດທະນາກຳມະບານລາວລົງນາມໃນສັນຍາໂດຍທ່ານ ຄຳໄພ ສົມຊະນະປະທານສະມາຄົມເຟີນິເຈີລາວ

ອຸດົມໄຊ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ປີນີ້ ອຸດົມໄຊ ກໍເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບໜັກສົມຄວນແຕ່ກໍຍັງໄດ້ແບ່ງປັນນໍ້າໃຈການຊ່ວຍເຫຼືອໃຫ້ໄປຮອດໄປເຖິງຜູ້ປະສົບໄພນໍ້າຖ້ວມໃນເຂດພາກກາງ ແລະພາກໃຕ້ ລວມເປັນເງິນ 100 ລ້ານກີບພ້ອມນັ້ນ ຍັງໄດ້ ລະດົມຈາກບໍລິສັດ ແຟເຊັດພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຈຳກັດ (ນໍ້າກັດຢໍລະປາ)