ຫາລືຜັນຂະຫຍາຍຂໍ້ສະເໜີ ສປຊ ຕໍ່ວຽກແມ່ຍິງ ແລະ ເດັກນ້ອຍ

ເມື່ອວັນທີ 19 ມີນາຜ່ານມາທີ່ນະຄອນຫຼວງວຽງຈັນ ໄດ້ດຳເນີນກອງປະຊຸມປຶກສາຫາລືການຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີແນະຂອງສະຫະປະຊາຊາດຕໍ່ວຽກງານຂອງຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກຮ່ວມກັບຄູ່ຮ່ວມພັດທະນາປີ 2019 

ກຽມພັດທະນາດອນກາງຂອງ ເມືອງສັງທອງ

 ລັດຖະບານກໍຄືນະຄອນຫຼວງວຽງຈັນ (ນວ) ໄດ້ອະນຸຍາດໃຫ້ເອກະຊົນລົງເກັບກຳຂໍ້ມູນ, ສຶກສາ ແລະສຳຫຼວດຄວາມເປັນໄປໄດ້ໃນການພັດທະນາ ແລະປົກປັກຮັກສາດອນກາງຂອງ,ບ້ານດອນກາງຂອງເມືອງສັງທອງທັງນີ້ຄາດວ່າຫາກການສຶກສາມີຜົນທາງບວກດອນດັ່ງກ່າວຈະໄດ້ຮັບການພັດທະນາດ້ານກະສິກຳ ແລະທ່ອງທ່ຽວໄປພ້ອມກັບການປົກປັກຮັກສາບໍ່ໃຫ້ມີການເຊາະເຈື່ອນ ແລະເປັນການສ້າງວຽກສ້າງລາຍຮັບໃຫ້ກັບປະຊາຊົນໄດ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

ຄາດບໍ່ຫຼຸດ 30 ພັນຄົນມາທ່ຽວຊົມມະຫາກຳອຸດສາຫະກຳປຸງແຕ່ງອາຫານນາໆຊາດ

 ເປີດສາກຂຶ້ນຢ່າງເປັນທາງການແລ້ວງານມະຫະກຳອຸດສາຫະກຳປຸງແຕ່ງອາຫານນາໆຊາດຄັ້ງທຳອິດທັງນີ້ຄະນະຈັດງານຄາດວ່າຈະມີຜູ້ຄົນບໍ່ຫຼຸດ 30 ພັນຄົນມາທ່ຽວຊົມ ແລະຊື້ສິນຄ້າພາຍໃນງານທີ່ເຂົ້າຮ່ວມ 360 ຫ້ອງຈາກພາຍໃນ ແລະຕ່າງປະເທດ.

ນວ ເປີດເສຍຄ່າທາງ ແລະ ທີ່ດິນຜ່ານທະນາຄານ

ໃນວັນທີ 14 ມີນາ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ), ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ ຮ່ວມກັບທະນະຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ), ຄະນະນໍາອໍານາດການປົກຄອງນະຄອນ ນວ ເປີດຂະບວນການເສຍຄ່າທໍານຽມທາງ ແລະພາສີທີ່ດິນຜ່ານລະບົບທະນາຄານປະຈໍາປີ 2019 ຂຶ້ນ

ລັດຖະບານ ຫັນກຳມະສິດໃນ ທຄຕລ ຈາກ 70% ເປັນ 51%

     ພິທີເຊັນສັນຍາວ່າດ້ວຍການບໍລິການທີ່ປືກສາດ້ານການເງິນ ແລະການຄໍ້າປະກັນການຈໍາໜ່າຍຮຸ້ນລະຫວ່າງທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ກັບບໍລິສັດ ຫຼັກຊັບ ລາວຈີນ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2019 ທີ່ ນະຄອນຫຼວງວຽງຈັນ 

ສຳເລັດ 60% ບຸກເບີກເນື້ອທີ່ທຳການຜະລິດຜູ້ປະສົບໄພສະໜາມໄຊ

   ໃນວັນທີ 12 ມີນາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີທັງເປັນປະທານຄະນະສະເພາະກິດແກ້ໄຂໄພພິບັດລະດັບຊາດພ້ອມດ້ວຍຄະນະນຳຂັ້ນສູງຂອງແຂວງອັດຕະປື ໄດ້ລົງຕິດຕາມ, ຊຸກຍູ້, ກວດກາການຈັດຕັ້ງປະຕິບັດວຽກງານໂຄງການຟື້ນຟູໄຟພິບັດຢູ່ 4 ຈຸດຕັ້ງບ້ານໃໝ່ຂອງເມືອງສະໜາມໄຊ ຈຳ ນວນ 9 ເຂດ, ເນື້້ອທີ່ທັງໝົດ 2, 1 ພັນເຮັກຕາ, ໃນນັ້ນ,ຈຸດຫີນລາດ 510,13 ເຮັກຕາ,ຈຸດທ່າແສງຈັນມີ 138,95 ເຮັກຕາ,ຈຸດດົງບາກ 1,02 ພັນເຮັກຕາ, ຈຸດສະໝອງໃຕ້ 468,09 ເຮັກຕາ.

ເຢຍລະມັນ ຈະເພີ່ມຊ່ວຍລາວດ້ານກະສິກຳ ແລະອຸດສາຫະກຳ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງທ່ານນາງ ອັງເກລາ ແມກເກລ, ນາຍົກລັດຖະມົນຕີແຫ່ງສາທາລະນະລັດສະຫະພັນເຢຍລະມັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມສາທາລະນະລັດສະຫະພັນເຢຍລະມັນຢ່າງເປັນທາງການໃນວັນທີ 12-13 ມີນາ 2019

ສຶກສາກຽມສ້າງໂຮງງານຜະລິດນ້ຳປະປາເຂດນິຄົມອຸດສາຫະກຳ ນວ

  ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 0164/ຈນວ ລົງວັນທີ 26 ກຸມພາ 2019 ວ່າດ້ວຍການມອບສິດໃຫ້ເຊັນບົດບັນທຶກຄວາມເຂົ້າໃຈເພື່ອເກັບກໍາຂໍ້ມູນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນກໍ່ສ້າງໂຮງງານຜະລິດນໍ້າປະປາ 1 ແສນແມັດກ້ອນຕໍ່ມື້ໃນຮູບແບບ BOT ເພື່ອມາສະໜອງນໍ້າເຂົ້າໃນເຂດນິຄົມອຸດສາຫະກໍາ ນະຄອນຫຼວງວຽງຈັນ ແລະໃຫ້ປະຊາຊົນອ້ອມຂ້າງເຂດດັ່ງກ່າວໄດ້ຊົມໃຊ້.

ສສຊ ເຂດ 1 ພົບປະພະນັກງານທະນາຄານ

 ວັນທີ 13 ມີນາ ຜ່ານມານີ້ທີ່ສະຖາບັນການທະນາຄານ, ທະນາຄານແຫ່ງ ສປປ ລາວ (ທຫລ) ນະຄອນຫຼວງວຽງຈັນ; ຄະນະພັກ-ຄະນະນໍາ ທຫລ ໂດຍມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ໄດ້ໃຫ້ກຽດຕ້ອນຮັບບັນດາສະມາຊິກສະພາແຫ່ງຊາດ (ສສຊ)ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ຊຶ່ງນໍາໂດຍທ່ານ  ອານຸພາບ ຕຸນາລົມ ສສຊ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ 

ຢືດພືດຫວງຫ້າມເກືອບ 3 ໂຕນ ກຽມຂົນສົ່ງອອກນອກປະເທດ

   ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງສະຫວັນນະເຂດ ໄດ້ກັກລົດໂດຍສານລະຫວ່າງປະເທດວຽງຈັນ-ຫວຽດນາມ ໝາຍເລກທະບຽນກໍາແພງນະຄອນ ບຄ 9559 ໃນຂະນະທີ່ລົດດັ່ງກ່າວແລ່ນຕາມສາຍທາງເລກ 9 ບໍລິເວນຂອບເຂດ ບ້ານດົງສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດມຸ່ງໜ້າໄປຍັງດ່ານຊາຍແດນບ້ານແດນສະຫວັນ (ດ່ານສະຫວັນ- ລາວບາວ) ເພື່ອຈະອອກໄປປະເທດຫວຽດນາມ.