ລາວ-ຈີນ ຈັດສຳມະນາ ຍົກລະດັບສື່ເຊື່ອມໂຍງແບບໃໝ່

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ວິທະຍຸສາກົນແຫ່ງ ສປ ຈີນ ໄດ້ຈັດເວທີສໍາມະນາ ກ່ຽວກັບ ການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ ໃນຮູບແບບອອນໄລນ໌ ແກ່ສື່ມວນຊົນ,ທັງຈາກສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ.

ສັນຍານທີ່ດີ! ຊາວໂລກເລີ່ມມີຫວັງ ລາຄານໍ້າມັນ ແລະຄຳຫຼຸດ-ຫຸ້ນຂຶ້ນ

ມີລາຍງານວ່າລາຄານໍ້າມັນຊື້ອໄຟປັບຕົວຫຼຸດລົງ 13%, ຫຼັງຈາກຣັສເຊຍ ແລະຢູເຄຣນ ຍັງຄົງມີແຜນຈລະຈາຕໍ່ເນື່ອງເພື່ອຢຸດຕິຄວາມຂັດແຍ່ງ

ຮອງນາຍົກລັດຖະມົນຕີ ຊຸກຍູ້ການພັດທະນາເມືອງນອງ

ເມື່ອວັນທີ 9 ມີນາ 2022 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ ແຂວງສະຫວັນນະເຂດ ໂດຍມີທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະນຳ, ພະແນກການ ແລະ ຄະນະນຳຂອງເມືອງ ໃຫ້ການຕ້ອນຮັບ.

ງານກີລາແຫ່ງຊາດ ຄັ້ງທີ XI ທີຊຽງຂວາງ ຈະຈັດຂຶ້ນລະຫວ່າງ 13-22 ທັນວານີ້

ທີ່ປະຊຸມປຶກສາຫາລືການກະກຽມຄວາມພ້ອມໃຫ້ແກ່ການຈັດງານມະຫາກຳກີລາແຫ່ງຊາດ ຄັ້ງທີ XI ໄດ້ຕົກລົງເຫັນດີ ກໍານົດພິທີເປີດ-ປິດງານດັ່ງກ່າວຄື (ມື້ເປີດວັນທີ 13 ທັນວາ ແລະ ມື້ປິດ ວັນທີ 22 ທັນວາ 2022),

3 ປີຕາຍເພາະໂຄວິດກວ່າ 6 ລ້ານ ນັກວິຊາການຊີ້ຕົວເລກຈິງສູງກວ່າ 4 ເທົ່າ

ການລະບາດຂອງພະຍາດໂຄວິດນັບແຕ່ປີ2019ເປັນຕົ້ນມາ,ຂ້າຊີວິດຊາວໂລກໄປແລ້ວກວ່າ6ລ້ານລາຍ,ດ້ານຜູ້ຊ່ຽວຊານການແພດກໍຄາດຄະເນວ່າ ຈຳນວນຜູ້ຕາຍອາດຫຼາຍກວ່ານັ້ນ4ເທົ່າເພາະຍັງມີປະຊາກອນໃນຫຼາຍພື້ນທີ່ຂອງໂລກບໍ່ສາມາດເຂົ້າເຖິງບໍລິການດ້ານສາທາລະນະສຸກ.

ປັບຂຶ້ນຄ່າແຮງຂັ້ນຕໍ່າ ຍັງລໍຖ້າລັດຖະບານພິຈາລະນາ

ພາຍຫຼັງທີ່ມີຂ່າວອອກມາວ່າຈະມີການປັບຂຶ້ນຄ່າແຮງຂັ້ນຕໍ່າຈາກ 1,1 ລ້ານເປັນ 1,5 ລ້ານກີບ ຕໍ່ຄົນຕໍ່ເດືອນ ແລະຈະປະຕິບັດນັບແຕ່ວັນທີ 1 ພຶດສະພາ 2022 ເປັນຕົ້ນໄປ; ຢ່າງໃດກໍຕາມ,

ສະເຫຼີມສະຫຼອງຄວາມບຸກບືນ ຂອງນັກທຸກລະກິດຍິງ ໃນປະເທດລາວ

ນັບຕັ້ງແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງກວ້າງຂວາງ ແລະ ຍືດເຍື້ອຫຼາຍກວ່າ 2 ປີໄດ້ສ້າງຜົນກະທົບອັນໃຫຍ່ຫຼວງໃຫ້ແກ່ບັນດາທຸລະກິດຕ່າງໆໃນທົ່ວປະເທດແລະເຖິງແມ່ນວ່າທຸລະກິດສ່ວນໃຫຍ່ ກຳລັງຕໍ່ສູ້ເພື່ອເອົາຊະນະຄວາມຫຍຸ້ງຍາກດັ່ງກ່າວຢູ່ນັ້ນ

ສໍາເລັດກອງປະຊຸມການທະຫານທ້ອງຖິ່ນທົ່ວປະເທດ

ກອງປະຊຸມວຽກງານການທະຫານທ້ອງຖິ່ນທົ່ວປະເທດ ຄັ້ງທີ 5 ຂອງກະຊວງປ້ອງກັນປະເທດອັດລົງດ້ວຍຜົນສໍາເລັດ ເມື່ອຕອນເຊົ້າວັນທີ 4 ມນາ 2022 ທີ່ສະໂມສອນໃຫຍ່ກົມໃຫຍ່ການເມືອງກອງທັບ, ພາຍຫຼັງດໍາເນີນມາເປັນເວລາ 1 ວັນເຄິ່.

ເປີດເປັນທາງການ ງານວາງສະແດງລົດ ວຽງຈັນ ຄັ້ງທີ 3

ເປີດສາກຂຶ້ນຢ່າງເປັນທາງການສຳລັບງານວາງສະແດງລົດວຽງຈັນ ໂມໂຕຣ ໂຊວ໌ 2022 (Vientiane Motor Show 2022) ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ,

ລາວ-ໄທ ຫາລືລະດັບລັດຖະມົນຕີ ເພື່ອຄວບຄຸມຢາເສບຕິດ

ກອງປະຊຸມສອງຝ່າຍ ລາວ-ໄທ ລະດັບລັດຖະມົນຕີ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 18 ຊຶ່ງຈັດໂດຍຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສໍານັກງານປ້ອງກັນ ແລະ ປາບປາມຢາເສບຕິດ ກະຊວງຍຸຕິທໍາ ຣາຊະອານາຈັກໄທ