ຂະບວນທຳມະຍາດຕາ 5 ແຜ່ນດິນລຸ່ມແມ່ນໍ້າຂອງ

 ວັ ນທີ 22 ຕຸລາ 2019 ຄະນະສົງໂຄງທຳມະຍາດຕາ 5 ແຜ່ນດິນລຸ່ມແມ່ນໍ້າຂອງປະກອບມີລາວໄທຫວຽດນາມກຳປູເຈຍ ແລະມຽນມາ ໄດ້ເດີນທາງມາເຄື່ອນ ໄຫວກິດຈະກຳຢູ່ ແຂວງຫຼວງພະບາງ ແຫ່ງ ສປປ ລາວ ໂດຍໃຫ້ ກຽດຕ້ອນຮັບຂອງຄະນະຮັບຜິດຊອບຈາກສູນກາງແນວລາວສ້າງຊາດ

ໄຂ້ຍຸງຍັງສືບຕໍ່ລະບາດເພີ່ມຂື້ນດຽວນີ້ມີເກືອບ 36 ພັນຄົນ

  ສະພາບການລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໃນຂອບເຂດທົ່ວປະເທດມາຮອດປະຈຸບັນເຫັນວ່າຍັງມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະແກ່ຍາວມາເລື້ອຍໆໂດຍຫຼ້າສຸດໜ່ວຍງານທີ່ຮັບຜິດຊອບເກັບກຳມາຮອດວັນທີ 22 ຕຸລາ ທົ່ວປະເທດມີຜູ້ເປັນໄຂ້ຍຸງແລ້ວເກືອບ 36 ພັນຄົນ ແລະ ເສຍຊີວິດ 70 ຄົນ,

ເກີດໄຟໄໝ້ຕະຫຼາດເມືອງປາກຊັນ

 ເກີດເຫດໄຟໄໝ້ຕະຫຼາດເມືອງປາກຊັນ ແຂວງບໍລິຄຳໄຊ ເຮັດໃຫ້ຊັບສິນຂອງແມ່ຄ້າຊາວຂາຍສູນເສຍຢ່າງຫຼວງຫຼາຍປະຈຸບັນແມ່ນຢູ່ໃນຂັ້ນຕອນການປະເມີນຜົນເສຍ ຫາຍ ແລະສຳຫຼວດກວດກາພື້ນທີ່ເພື່ອຊອກຄົ້ນຫາສາເຫດທີ່ແທ້ຈິງ.

ອຸດົມໄຊເປີດຕະຫຼາດນັດຂາຍຜົນຜະລິດກະສິກຳປອດສານພິດ

  ງານຕະຫຼາດນັດຂາຍຜົນຜະລິດກະສິກຳປອດສານເຄມີ ຄັ້ງທີ 1 ທົ່ວເທສະບານເມືອງໄຊ ໄດ້ຈັດຂຶ້ນທີ່ສະໜາມກີລາແຂວງອຸດົມໄຊ ໃນວັນທີ 21 ຕຸລາ 2019 ເພື່ອຊຸກຍູ້ສົ່ງເສີມທາງດ້ານການຕະຫຼາດ ໃຫ້ແກ້ກຸ່ມປູກຜັກຢູ່ພາຍໃນແຂວງອຸດົມ ໄຊໂດຍການນຳເອົາສິນຄ້າຂອງຕົນມາ 

ນໍ້າປະປາ ນວ ເລັ່ງແກ້ໄຂຫຼັງນໍ້າງື່ມບົກແຫ້ງສຸດ ຮອບ 50 ປີ ຮຽກຮ້ອງໃຊ້ຢ່າງປະຢັດ

 ໃນ 2-3 ວັນມານີ້ຫຼາຍບ້ານໃນ ນະຄອນຫຼວງວຽງຈັນ ປະເຊີນກັບການໃຊ້ນໍ້າປະປາຫຍຸ້ງຍາກອັນເນື່ອງຜົນມາຈາກສາຍນ້ຳງື່ມທີ່ເປັນແຫຼ່ງຜະລິດຫຼັກໄດ້ບົກແຫ້ງລົງຢ່າງໄວວາ ແລະໄດ້ຢູ່ລະດັບຕໍ່າກວ່າທໍ່ນຳສົ່ງນໍ້າຂອງສະຖານີດູດນໍ້າທ່າງ່ອນເພື່ອມາປ້ອນໂຮງງານນໍ້າປະປາດົງໝາກຄາຍທີ່ເປັນຜູ້ຕອບສະໜອງ

ເຂົ້າໄຮ່ເກືອບ 500 ເຮັກຕາ ຢູ່ເມືອງພູຄູນເສຍຫາຍ້ອນໄພແຫ້ງແລ້ງ

  ວັນທີ 20 ຕຸລາຜ່ານມາທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ແຂວງຫຼວງພະບາງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງເມືອງໄດ້ລົງເຄື່ອນໄຫວຢ້ຽມ ຢາມ ແລະໂອ້ລົມປະຊາຊົນຢູ່ບ້ານສວນໝາກ ແລະ ບ້ານນໍ້າສວນພາຍຫຼັງທີ່ 2 ບ້ານ ດັ່ງກ່າວໄດ້ຮັບຜົນກະທົບຢ່າງໜັກຈາກໄພແຫ້ງແລ້ງ.

ລາວສຳເລັດລົງນາມຂໍ້ກຳນົດເງື່ອນໄຂສຸຂະນາໄມພືດເພື່ອສົ່ງອອກມັນດ້າງໄປຈີນ

  ວັນທີ 18 ຕຸລາທີ່ປັກກິ່ງ ສປ ຈີນ ໄດ້ມີກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະຜູ້ແທນກະຊວງກະສິກຳ ແລະປ່າໄມ້ແຫ່ງ ສປປ ລາວ ນຳໂດຍ ທ່ານ ພວງປາຣິສັກ ປຣະວົງວຽງຄຳຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ແລະຄະນະຜູ້ແທນອົງການຄຸ້ມຄອງບໍລິຫານພາສີແຫ່ງ ສປ ຈີນ ນຳໂດຍທ່ານ HAN Sen

ທີເຄໄອ ຕັ້ງເປົ້າເປັນບໍລິສັດປະກັນໄພຊັ້ນນຳຢູ່ລາວ

  ບໍລິສັດທີເຄໄອປະກັນຊີວິດຈຳກັດ ແລະບໍລິສັດທີເຄໄອປະກັນໄພທົ່ວໄປຈໍາກັດ (TKI) ມີສໍານັກງານໃຫຍ່ຕັ້ງຢູ່ຊັ້ນ 4, ຕຶກດິໄອຄອນນິກ ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງເປັນບໍລິສັດປະກັນໄພທີ່ສ້າງຂຶ້ນເພື່ອໃຫ້ບໍລິການລູກຄ້າຢູ່ລາວ ແລະ ສ້າງຕັ້ງຂຶ້ນດ້ວຍການຮ່ວມທຶນລະຫວ່າງນັກທຸລະກິດລາວ-ໄທ 

ລາວ-ຈີນ ຮ່ວມສ້າງຄວາມເຂັ້ມແຂງທຸລະກິດທ່ອງທ່ຽວ

ເພື່ອເປັນການສ້າງກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ-ຈີນ 2019, ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ(ສຄອຊແລະ ຫ້ອງການຜູ້ຕາງໜ້າວິສາຫະກິດແຂວງຢຸນນານ ປະຈໍາລາວໄດ້ຈັດກອງປະຊຸມສົ່ງເສີມການຮ່ວມມື ທຸລະກິດທ່ອງທ່ຽວ ລາວ-ຈີນ (ຢຸນ ນານຂຶ້ນໃນວັນທີ 22 ຕຸລາ 2019,

ລະມາມຈະສູ້ຊົນເກັບລາຍຮັບໃຫ້ບັນລຸແຜນ

 ປີ 2019 ເມືອງລະມາມ ແຂວງເຊກອງໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 4,49 ຕື້ກີບ ມາຮອດປະຈຸບັນສາມາດຈັດເກັບໄດ້ແລ້ວ 3,2 ຕື້ກີບ ເທົ່າກັບ 74,4% ຂອງແຜນການປີສ່ວນເວລາທີ່ເຫຼືອອີກ 3 ເດືອນທ້າຍປີເມືອງຈະຕ້ອງສຸມທຸກກໍາລັງແຮງເພື່ອເກັບລາຍຮັບໃຫ້ບັນລຸເປົ້າ