ການລົງທືນຈຳປາສັກຄຶກຄັກ 6 ເດືອນອະນຸມັດເກືອບ 20 ໂຄງການ

ປີນີ້ເຖິງແມ່ນວ່າເສດຖະກິດການເງິນຂອງປະເທດເຮົາຍັງຄົງຢູ່ໃນສະພາບຄວາມຫຍຸ້ງຍາກກໍຕາມແຕ່ນັກລົງທຶນພາຍໃນ ແລະຕ່າງປະເທດຍັງຄົງສົນໃຈເຂົ້າໄປລົງທຶນຢູ່ທ້ອງຖີ່ນຕ່າງໆໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍສະເພາະແມ່ນແຂວງຈຳປາສັກ ຊຶ່ງໃນ 6 ເດືອນ ຜ່ານມາອຳນາດການປົກຄອງແຂວງອະນຸມັດໂຄງການລົງທຶນໃໝ່ແລ້ວທັງໝົດ 17 ໂຄງການ.

  ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆ ຈໍາປາສັກ, ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, ແຜນ 6 ເດືອນທ້າຍປີ 2019 ແລະທິດທາງແຜນການປີ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຈໍາປາສັກຊຸດທີ I ທີ່ຈັດຂຶ້ນໃນລະຫວ່າງວັນທີ 17-19 ກໍລະກົດ ໃຫ້ຮູ້ວ່າ: 6 ເດືອນຕົ້ນປີ 2019 ລວມຍອດຜະລິດຕະພັນພາຍໃນ ( GDP) ປະຕິບັດໄດ້ 8,12 ພັນຕື້ກີບ ເທົ່າກັບກວ່າ 40% ຂອງແຜນປີທີ່ວາງໄວ້ 20,1 ພັນຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ກວ່າ 40% ສະເລ່ຍຕໍ່ຫົວຄົນໄດ້ 1.290 ໂດລາສະຫະລັດຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 11 ກວ່າລ້ານກີບຕໍ່ຄົນຕໍ່ປີ, ໂຄງປະກອບເສດຖະກິດຂະແໜງກະສີກໍາປ່າໄມ້ກວມກວ່າ 34%, ຂະແໜງອຸດສາຫະກໍາກວມກວ່າ 28% ແລະຂະແໜງບໍລິການກວມກວ່າ 37% ຊຶ່ງສາມາດເວົ້າໄດ້ ວ່າມູນຄ່າ ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ຕາມແຜນການປີທີ່ວາງໄວ້, ເນື່ອງຈາກວ່າມູນຄ່າລວມຂອງຂະແໜງກະສີກໍາ-ປ່າໄມ້ ແລະ ການປະມົງສາ ມາດປະຕິບັດໄດ້ 2,8 ພັນຕື້ກີບ, ທຽບໃສ່ແຜນປີປະຕິບັດໄດ້ກວ່າ 60%, ທຽບໃສ່ໄລຍະດຽວກັນຂອງປີກ່ອນເພີ່ມຂຶ້ນກວ່າ 18%, ສາເຫດຍ້ອນວ່າປະເພດກະສີກໍາປູກຝັງເພີ່ມຂຶ້ນກວ່າ 19%.

  ສໍາລັບບັນຍາກາດການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດເຫັນວ່າມີບັນຍາກາດຄຶກຄັກພໍສົມຄວນຊ່ວງເວລາດຽວກັນໄດ້ອະນຸຍາດການລົງທຶນທັງໝົດມີຈໍານວນ 17 ໂຄງການ, ມູນຄ່າການຈົດທະບຽນ 163,98 ລ້ານໂດລາ ຫຼື ເທົ່າກັບ 1 ພັນຕື້ກວ່າກີບ ແລະມີທຶນນໍາເຂົ້າຕົວຈິງ 151,98 ລ້ານໂດລາ, ທຽບໃສໄລຍະດຽວກັນເພີ່ມຂຶ້ນກວ່າ 2%, ທຽບໃສ່ແຜນປີປະຕິບັດໄດ້ກວ່າ 32%.

---------------------

ຂຽນໂດຍໂພທິຣາຊ  

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ