ລັດເຂັ້ມງວດຜູ້ໃຊ້ໂດຣນບໍ່ລົງທະບຽນ ອາດຖືກປັບໃໝ

    ການນຳໃຊ້ໂດຣນ (Drone) ຢູ່ເທິງເຂດນ່ານຟ້າຕາມສະຖານທີ່ຕ່າງໆ ໃນຂອບເຂດທົ່ວປະເທດແມ່ນມີມາດຕະການໃນການຄຸ້ມຄອງຕາມລະບຽບ ແລະກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອເຮັດໃຫ້ການນຳໃຊ້ໂດຣນສາມາດຈັດຕັ້ງປະຕິບັດຕາມລະບົບນິຕິກຳດັ່ງກ່າວ

ເບຍລາວ ຊຸກຍູ້ຈຳປາສັກ 100 ລ້ານກີບ ຈັດກອງປະຊຸມໃຫຍ່

  ບໍລິສັດ ເບຍລາວ ແຂວງຈຳປາສັກ ໄດ້ມອບນໍ້າດື່ມ ແລະເງິນສົດລວມມູນຄ່າ 100 ລ້ານກວ່າກີບ ໃຫ້ແກ່ແຂວງຈຳປາສັກ ເພື່ອສະໜັບສະໜູນຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ VIII ທີ່ຈະເປີດຂຶ້ນໃນມໍ່ໆນີ້.

ນໍ້າດື່ມໂລມາຄຳຮັບລາງວັນທຸລະກິດດີເດັ່ນອາຊຽນ

   ຜົນຈາກການດຳເນີນທຸລະກິດ ແລະມີນໍ້າໃຈເສຍສະຫຼະໃຫ້ການຊ່ວຍເຫຼືອ ສັງຄົມຢ່າງຕໍ່ເນື່ອງໂດຍສະເພາະແມ່ນການມີສ່ວນຮ່ວມແກ້ໄຂຄົນຂໍທານຢູ່ 2 ບ້ານເມືອງຈຳພອນ ແຂວງສະຫວັນນະເຂດຂອງເຈົ້າຂອງໂຮງງານນໍ້າດື່ມ-ນໍ້າກ້ອນໂລມາຄຳຈົນໄດ້ຮັບການຍ້ອງຍໍຊົມເຊີຍໃນຂັ້ນຕ່າງໆ

ອົງຄະນະພັກນະຄອນຫຼວງວຽງຈັນໄຂກອງປະຊຸມໃຫຍ່ ຄັ້ງທີ VII

  ເສດຖະກິດຂອງ ສປປ ລາວ ສະເລ່ຍ 5 ປີ (2016-2020) ເພີ່ມຂຶ້ນ 5,8% ຕໍ່ປີ, ແຕ່ຫຼຸດຄາດໝາຍທີ່ກໍານົດໄວ້ (ມະຕິສະພາ 7,2%) ແລະມີທ່າອ່ຽງຫຼຸດລົງໃນແຕ່ລະປີ, ສະເພາະປີ 2020 ນີ້ ຈີດີພີຕໍ່ຫົວຄົນຄາດວ່າຈະບັນລຸ 2.664 ໂດລາສະຫະລັດ ເທົ່າກັບ 89,45% 

ທ່ານ ໄຊສົງຄາມ ວໍລະຈິດ ປະທານ ສທໜ ຄຳມ່ວນ

   ວັນທີ 24 ຕຸລາ 2020 ສະມາຄົມນັກທຸລະກິດໜຸ່ມ (ສທໜແຂວງຄຳມ່ວນ ໄດ້ສະຫຼຸບການເຄື່ອນໄຫວວຽກງານສະໄໝທີ II ພ້ອມທັງປະກາດບົ່ງຕົວຄະນະສະມາຄົມຊຸດໃໝ່ສະໄໝທີ III ຊຶ່ງ ໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງຄໍາມ່ວນໂດຍການເປັນປະທານຂອງທ່ານ ໄຊສົງຄາມ ວໍລະຈິດ ປະທານ ສທໜ ແຂວງຄຳມ່ວນ

ໝູ່ບ້ານເຮືອນລາວບຸນທາດຫຼວງເນັ້ນປ້ອງກັນໂຄວິດ

 ບໍລິສັດ ຊິເອັນພີ ສຳຫຼວດ-ຂຸດຄົ້ນບໍ່ແຮ່ ຈຳກັດຜູ້ດຽວທີ່ສຳປະທານໝູ່ບ້ານເຮືອນລາວຖືເປັນອີກໜຶ່ງກິດຈະກຳທີ່ມີຄວາມໝາຍຄວາມສຳຄັນໃນບຸນນະມັດສະການພະທາດຫຼວງຂອງທຸກໆປີທີ່ເປັນກິດຈະກຳດີທີ່ໃຫ້ມວນຊົນຢ້ອນເຖິງຄວາມຫຼັງສະແດງຮັກສາວັດທະນະທຳແບບລາວໆໃຫ້ລູກຫຼານໄດ້ນຳສືບຖອດປະຕິບັດຕໍ່ກັນ.

ປີນີ້ຈະເກັບລາຍຮັບພາຍໃນໃຫ້ໄດ້ 100% ຂອງແຜນດັດແກ້

 ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມາແຫ່ງລັດໃນ 9 ເດືອນ ຜ່ານມາສາມາດປະຕິບັດໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້ ແລະລາຍ ຈ່າຍ17.902ຕື້ກີບ ເທົ່າກັບ 54,18% ຂອງແຜນດັດແກ້,

ໜີ້ສາທາລະນະລາວ ມີຄວາມສ່ຽງຕໍ່ຄວາໝັ້ນຄົງເສດຖະກິດ ລັດຢຸດກູ້ຢືມຕ່າງປະເທດ

  ປະຈຸບັນສະພາບໜີ້ສາທາລະນະຂອງລາວແມ່ນມີຄວາມໜັກໜ່ວງ ແລະມີຄວາມສ່ຽງຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດລັດຈຶ່ງໄດ້ມີການກຳນົດແຜນແກ້ໄຂຢ່າງຊັດ ເຈນພ້ອມມີການຢຸດກູ້ຢືມຈາກຕ່າງປະເທດມາດຸ່ນດ່ຽງລາຍຈ່າຍປົກກະຕິຂະນະທີ່ຜົນກອບສອບເຫັນ 180 ໂຄງການຕ້ອງຫັກລົບ ມູນຄ່າ 1,8 ພັນຕື້ກີບ.

ເສດຖະກິດລາວ ຄາດວ່າຈະເຕີມໂຕພຽງ 3,3%

 ການຈັດຕັ້ງປະຕິບັດແຜນດ້ານເສດຖະກິດມະຫາພາກພາຍໃນຂອງ ສປປ ລາວ ໃນໄລຍະ 1 ປີ ເຫັນວ່າອັດຕາການເຕີບໂຕເສດຖະກິດຂອງປະເທດເຮົາ (GDP) ຄາດວ່າຈະບັນລຸໄດ້ພຽງ 3,3% (ແຜນດັດແກ້ 3,3% ຫາ 3,6%) ມູນຄ່າຕາມລາຄາປີປະມານ 173.138 ຕື້ກີບ.

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂື້ນຢ່າງເປັນທາງການ

 ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍການນໍາພັກລັດ