TOYOTA ລາວ ສະເໜີຜະລິດຕະພັນໃໝ່

ບໍລິສັດໂຕໂຢຕ້າລາວຈຳກັດ ນຳສະເໜີຜະລິດຕະພັນໃໝ່ທີ່ເປັນອັນດັບໜຶ່ງດ້ານຍານຍົນຈາກປະເທດຍີ່ປຸ່ນ ທີ່ເປັນລົດຕູ້ອະເນກປະສົງຊຶ່ງໄດ້ຮັບການອອກແບບ ແລະພັດທະນາໃໝ່ທັງໝົດໃນ ຮອບ 15 ປີ ທັງພາຍໃນ ແລະພາຍນອກ ອາຄານລົດ

ລາວໂທລະຄົມ ມອບລົດໃຫຍ່ໃຫ້ຜູ້ໂຊກດີຂູດບັດລຸ້ນໂຊກ

  ວັນທີ 29 ເມສາຜ່ານມາທີ່ເດີ່ນຜາມໄຊແຄມຂອງທ່າວັດຈັນນະຄອນຫຼວງວຽງຈັນລາວໂທລະຄົມໄດ້ຈັດພິທີມອບລາງວັນລົດໃຫຍ່ໂຕໂຍຕ້າຣີໂວ (Toyota Revo) ໃຫ້ລູກຄ້າຜູ້ໂຊກດີໃຫ້ກຽດມອບໂດຍທ່ານ ຈິດປະສົງ ໜູແກ້ວ ໄກສອນ ຮອງຜູ້ອຳນວຍການບໍລິສັດລາວໂທລະຄົມມະນາຄົມມະຫາຊົນ

ຜົນສະຫຼຸບ 2 ບ້ານທຸກມີທີ່ຢູ່ ແລະອາຊີບໝັ້ນຄົງຍ້ອນເຈົ້າຂອງໂຮງງານນ້ຳດື່ມ-ນ້ຳກ້ອນໂລມາຄຳ

   ເມື່ອອາທິດຜ່ານມາທີ່ແຂວງສະຫວັນນະເຂດ ໄດ້ມີການຈັດກອງປະຊຸມສະຫຼຸບການມີສ່ວນຮ່ວມຂອງໂຮງງານນໍ້າດື່ມ ແລະນໍ້າກ້ອນໂລມາຄໍາ ໃນການລຶບລ້າງຄວາມທຸກຍາກຢູ່ບ້ານຄໍາປ່າແໜ ແລະບ້ານປ່າກ້ວຍ ເມືອງຈຳພອນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມນີ້ກໍມີການນຳແຂວງ, ກະຊວງກະສິກຳ ແລະປ່າໄມ້ພ້ອມຕາງໜ້າຈາກປະຊາຊົນບ້ານຄຳປ່າແໜ ແລະບ້ານປ່າກ້ວຍເຂົ້າຮ່ວມ.

ລນລ ເລືອກເລຂາຊາວໜຸ່ມຊຸດໃໝ່

ໃນວັນທີ 29 ເມາສາ 2019 ທີ່ນະຄອນຫຼວງວຽງຈັນ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ (ລນລ) ໄດ້ຈັດກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມຮາກຖານຄັ້ງທີ VII ໂດຍການເປັນປະທານຂອງທ່ານ ອະນຸສິນ ພົນເສນາ ຮອງອໍານວຍການ-ຜູ້ປະຈໍາການ ຮອງເລຂາຄະນະພັກ ທ່ານ ບຸນເພັງ ສີບຸນເຮືອງ ຮອງເລຂາຄະນະບໍລິ ຫານງານຊາວໜຸ່ມກະຊວງອຸດສາຫະກໍາ ແລະການຄ້າ, ທ່ານ ອາລຸນຍະແສງ ດໍາລົງ ເລຂາຊາວໜຸ່ມ ລນລ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

2 ພາກສ່ວນ ຮ່ວມສ້າງສະຕາດອັບສົ່ງເສີມເສດຖະກິດປະເທດ

 ວັນທີ 29 ເມສາ 2019 ລາວໂທລະຄົມໄດ້ຮ່ວມມືກັບກຸ່ມບໍລິສັດໂຕະລາວຈັດຖະແຫຼ່ງຂ່າວເປີດການແຂ່ງຂັນ Startup Weekend Vientiane ເພື່ອ ສ້າງລະບົບນິເວດສະຕາດອັບສົ່ງເສີມການດຳເນີນທຸລະກິດ ແລະນະວັດຕະກຳຄວາມຄິດໃໝ່

ສະຫາຍ ບຸນຍັງ ວໍລະຈິດ ແລະສະຫາຍ ສີຈິ້ນຜິງ ຮ່ວມລົງນາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ

ວັນທີ 30 ເມສາ 2019, ໃນໂອກາດຢ້ຽມຢາມລັດຖະກິດ ສປ ຈີນ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້້າຮ່ວມພິທີຕ້ອນຮັບຢ່າງເປັນທາງການຈັດຂຶ້ນໃນລະດັບສູງສຸດ ແລະສົມກຽດທີ່ຫໍສະພາປະຊາຊົນຈີນໂດຍມີການນຳຂັ້ນສູງຂອງສອງພັກ , ສອງລັດເຂົ້າຮ່ວມ.

ທຄຕລ ປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2018

  ກອງປະຊຸມສາມັນຜູ້ຖືຮຸ້ນທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ປະຈຳປີ 2018 ໄດ້ຈັດຂຶ້ນໃນວັນທີ 26 ເມສາ ຜ່ານມາທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານສະພາບໍລິຫານ ທຄຕລ, ມີທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີກະຊວງການເງິນຕາງໜ້າຈາກກະຊວງການເງິນທີ່ຖືຮຸ້ນຂອງ ທຄຕລ 70%, ຕາງໜ້າທະນາຄານຄູ່ຮ່ວມຍຸດທະສາດ COFIBRED ທີ່ຖືຮຸ້ນ ທຄຕລ 10%, 

ຊາວເມືອງນາຊາຍທອງ ບໍ່ຕ້ອງການສວນກ້ວຍຮຽກຮ້ອງລັດຊ່ວຍແກ້ໄຂ

ເນື່ອງຈາກໃນຊຸມປີຜ່ານມາຫຼາຍແຂວງໃນຂອບເຂດທົ່ວປະເທດໂດຍສະເພາະບັນດາແຂວງທາງພາກເໜືອຂອງລາວໄດ້ຢຸດຕິອະນຸຍາດໃຫ້ເອກະຊົນທັງພາຍໃນ ແລະຕ່າງປະເທດດຳເນີນໂຄງການປູກກ້ວຍອັນເນື່ອງມາຈາກໃຊ້ສານເຄມີ ຫຼື ຢາໃນການບຳລຸງຮັກສາ ແລະປາບສັດຕູພືດຢູ່ໃນລະດັບສູງເກີນໄປອັນໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສິ່ງແວດລ້ອມ

ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ

 ໃນວັນທີ 26 ເມສາ 2019 ໄດ້ມີພິທີເປີດສູນກວດກາແຮງງານພາຍໃນ ແລະຕ່າງປະເທດຂຶ້ນ, ພາຍໃຕ້ການເຂົ້າຮ່ວມ ແລະຕັດແຖບຜ້າຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີບັນດາ ທ່ານ ຮສ.ດຣ ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະຟື້ນຟູໜ້າທີ່ການຈາກກະຊວງສາທາລະນະສຸກ,

ສຳມະນາການນຳໃຊ້ພາສາລາວ ແລະ ການຄຸ້ມຄອງສື່ສັງຄົມອອນລາຍ

 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມກ່ຽວກັບການນໍາໃຊ້ພາສາລາວ, ການຄຸ້ມຄອງ ແລະນໍາໃຊ້ສື່ສັງຄົມອອນລາຍຄັ້ງທີ 2 ຂຶ້ນໃນລະຫວ່າງວັນທີ 29-30 ເມສາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ລັດຖະ ມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີໂຄສົກລັດຖະບານ,