ຜູ້ວ່າການ ທຫລ ພົບປະຫາລືວຽກງານກັບເຈົ້າແຂວງໄຊສົມບູນ

ໃນໂອກາດທີ່ທ່ານ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກເລຂາຄະນະພັກ-ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລໄດ້ນໍາພາຄະນະເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ ແລະ ໃນຕອນເຊົ້າຂອງໃນວັນທີ 14 ສິງຫາ 2020 ທ່ານຜູ້ວ່າການ ທຫລ 

ວິທະຍຸກະຈາຍສຽງແຫ່ງຊາດລາວສະຫຼອງຄົບຮອບ 60 ປີ

 ພິທີສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວຄົບຮອບ 60 ປີ (13 ສິງຫາ 960-13 ສິງຫາ 2020) ຈັດຂຶ້ນໃນວັນທີ 19 ສິງຫາ 2020 ເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ,

ປະຊາຊົນບ້ານຫ້ວຍລືສີນ້ອຍ ຍັງມີຄວາມສ່ຽງຕໍ່ລະເບີດບໍ່ທັນແຕກ

  ຊາວບ້ານຫ້ວຍລືສີນ້ອຍ ເມືອງປາກຊ່ອງ ແຂວງຈໍາປາສັກ ຍັງມີຄວາມສ່ຽງສູງຕໍ່ອັນຕະລາຍຈາກລູກລະເບີດບໍ່ທັນແຕກໂດຍສະເພາະແມ່ນລູກລະເບີດທີ່ຕົກຄ້າງໃນປາງສົງ ຄາມຢູ່ລາວທີ່ຍັງບໍ່ທັນເກັບກູ້ອອກໝົດຈາກບ້ານ.

 

ມອບ-ໂອນ ບ້ານຄຳປ່າແໜ ເມືອງຈຳພອນໄປຂື້ນກັບເມືອງຊົນນະບູລີ

  ພິທີມອບ-ໂອນ ບ້ານຄຳປ່າແໜ ເມືອງຈຳພອນ ໄປຂຶ້ນກັບເມືອງຊົນນະບູລີ ແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 14 ສິງຫາ 2020 ທີ່ສະໂມສອນບ້ານຄຳປ່າແໜ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ,ການນຳຂັ້ນແຂວງ,

ໂຄງການປູກໄມ້ບົວລະພາປະກອບສ່ວນພັດທະນາຊົນລະບົດ

 ໂຄງການລົງທຶນປູກໄມ້ຂອງບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດ ໃນໄລຍະຜ່ານມາໄດ້ສ້າງຜົນປະໂຫຍດຫຼາຍຢ່າງແກ່ປະຊາຊົນທີ່ເຂົ້າຮ່ວມໂຄງການພ້ອມນັ້ນຍັງປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ນຳອີກແນວໃດກໍດີພາຍຫຼັງທີ່ລັດຖະບານໄດ້ອະນຸມັດເນື້ອທີ່ຂອງປ່າໄມ້ຊຸດໂຊມໃຫ້ບໍລິສັດ 60 ພັນເຮັກຕາ

ອາຊຽນ ຫາລືຄວບຄຸມມົນລະພິດໝອກຄວັນຂ້າມຜ່ານຊາຍແດນ

  ກອງປະຊຸມທາງໄກລະດັບລັດຖະມົນຕີດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນໃນຂົງເຂດແມ່ນໍ້າຂອງຕອນລຸ່ມຄັ້ງທີ 9 ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2020 ທີ່ກົມອຸຕຸນິຍົມ ແລະອຸທົກກະສາດກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ

ຮ້ານ YE551 ຈັດກິດຈະກຳຄືນກຳໄລໃຫ້ລູກຄ້າ

 ວັນທີ 14 ສິງຫາ 2020 ຮ້ານ YE551 ໄດ້ຈັດກິດຈະກຳມອບລາງວັນຄືນກຳໄລໃຫ້ແກ່ລູກຄ້າເຂົ້າຮ່ວມງານໂດຍທ່ານ ແສງເພັດ ສິຣິມະໂນທັມ ຜູ້ອຳນວຍການຮ້ານອາ ຫານ YE551 ແລະທ່ານ ຢອງຊອນ ແຢ ຜູ້ກໍ່ຕັ້ງຮ້ານ YE551 ພ້ອມບັນດາສິລະປິນນັກຮ້ອງແຟນເພງແລະສື່ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.

ປະຊາຊົນຄຸ້ມຄອງດອນຖໍ້າເງິນດີໃຈດີໃຈທີ່ຈະໄດ້ເຮັດນາແຊງ

  ປະຊາຊົນຄຸ້ມດອນຖໍ້າເງິນ ຫຼືວ່າບ້ານດອນຖໍ້າເງິນໃນເມື່ອກ່ອນທີ່ຂຶ້ນກັບ ເມືອງໄຊພູທອງ ແຂວງສະຫວັນນະເຂດ ຕ່າງກໍ່ມີຄວາມພາກພູມໃຈທີ່ຈະໄດ້ເຮັດນາແຊງຢ່າງສະດວກສະບາຍໃນອີກປີຂ້າງໜ້າຊຶ່ງພາຍຫຼັງທີ່ມີໂຄງການປັບປຸງ-ຍົກລະດັບລະບົບຊົນລະປະທານ

ເຊກອງ ຖືການຜະລິດເປັນສິນຄ້າສ້າງເສດຖະກິດສ້າງລາຍຮັບປະຊາຊົນ

   ໃນໄລຍະ 5 ປີຜ່ານມາແຂວງເຊກອງໄດ້ຍົກສູງປັບປຸງຊີວິດການເປັນຢູ່ຂອງປະຊາຊົນດ້ວຍການຊຸກຍູ້ຢ່າງແຂງແຮງໃນການພັດທະນາເສດຖະກິດໂດຍຖືເອົາການຜະລິດເປັນສິນຄ້າສົ່ງເສີມຫົວຄິດປະດິດສ້າງຂອງປະຊາຊົນປຸກລະດົມແນວຄວາມຄິດເພີ່ງຕົນເອງກຸ້ມຕົນເອງ,

ກາງປີ ນວ ມີລົດໃໝ່ຂື້ນທະບຽນ 22 ພັນກວ່າຄັນ ເກັບລາຍຮັບໄດ້ 10 ຕື້ກວ່າກີບ

 ກອງຄຸ້ມຄອງພາຫະນະ ແລະການຂັບຂີ່ນະຄອນຫຼວງວຽງຈັນແມ່ນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນຂະນະທີ່ ຊຶ່ງ 6 ເດືອນຕົ້ນປີມີລົດມາຂຶ້ນທະບຽນທັງໝົດຈຳນວນ 22.552 ຄັນສາມາດເກັບລາຍຮັບໄດ້ທັງໝົດ 10 ຕື້ກວ່າກີບ ທຽບແຜນການໄດ້ 38,5ຖ້າທຽບໃສ່ປີ 2019 ຫຼຸດລົງ.