ປະເທດອາຊຽນ ຫາລືວຽກວັດທະນະທຳ ແລະສີລະປະ

  ກອງປະຊຸມທາງໄກ ລັດຖະມົນຕີ ຮັບຜິດຊອບວຽກງານວັດທະນະທຳ ແລະສິລະປະອາຊຽນຄັ້ງທີ 9 ພາຍໃຕ້ຫົວຂໍ້ “ຜົນກະທົບຂອງໂຄວິດ-19 ແລະທິດທາງຕໍ່ໜ້າຢູ່ໃນຂົງເຂດວຽກງານວັດທະນະທຳ ແລະສິລະປະ”, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ຕຸລາ 2020

ສະຫາຍ ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານ ແຂວງສະຫວັນນະເຂດ

   ໃນວັນທີ 21-22 ຕຸລາ 2020 ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງສະຫວັນນະເຂດທ້າຍສະໄໝທີ VIIIໂດຍມີສະຫາຍ ສັນຕິພາບ ພົມວິຫານ,

ອ້າງເປັນຜູ້ຕາງໜ້າໄຟຟ້າລາວ ຫຼອກລວງເອົາເງິນປະຊາຊົນເສຍຫາຍ 60 ລ້ານກວ່າກີບ

 ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງ ແລະແຂວງໄຊຍະບູລີ ໄດ້ກັກຕົວ ທ້າວ ໄຊຄຳ ມຸງຄຸນ ອາຍຸ 46 ປີ ອາຊີບປະຊາຊົນ ບ້ານໃໝ່ໜອງຄວາຍ ເມືອງວຽງຄຳ ແຂວງວຽງຈັນ ມາດຳເນີນການສືບສວນ-ສອບສວນ ມື່ອວັນທີ 4 ກໍລະກົດ 2020 ຜ່ານມາໃນຂໍ້ຫາສໍ້ໂກງຊັບພົນລະເມືອງຜົນເສຍຫາຍ 63,2 ລ້ານກີບ.

ອັດຕາຄວາມທຸກຍາກໃນລາວສືບຕໍ່ຫຼຸດລົງແຕ່ຄວາມຄືບໜ້າຍັງໜ້າເປັນຫ່ວງ

  ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໂດດເດັ່ນໃນການຫຼຸດຜ່ອນຄວາມທຸກຍາກໃນໄລຍະເວລາ 25 ປີຜ່ານມາອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019. 

ທຳລາຍສິນຄ້າລັກລອບນຳເຂົ້າ

  ພະແນກຕໍາຫຼວດປ້ອງກັນເສດຖະກິດຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບພະແນກອຸດສະຫະກໍາການຄ້າ ນວ ທໍາລາຍສິນຄ້າປະເພດພືດຜັກທີ່ນໍາເຂົ້າບໍ່ຖືກຕ້ອງ ແລະບໍ່ໄດ້ຮັບການກວດກາລວມມີຜັກບົ່ວໃບຈໍານວນ 109 ຖົງມີນໍ້າໜັກ 1,090 ກິໂລກຣາມຜັກກາດນາ 14 ຖົງ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະເປີດຂື້ນທ້າຍເດືອນນີ້

  ທ່ານ ນາງ ສວນສະຫວັນ ວິຍະເກດ ຄະນະປະຈໍາສະພາແຫ່ງຊາດເລຂາທິການສະພາແຫ່ງຊາດໄດ້ຖະແຫຼງຂ່າວໃນວັນທີ 20 ຕຸລານີ້ວ່າກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ ຫາ ວັນທີ 17 ພະຈິກນີ້ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) 

45 ບ້ານ ເມືອງເຊໂປນ ຮັບຜົນກະທົບໜັກຈາກນໍ້າຖ້ວມ

  ຂປລນັບແຕ່ວັນທີ 7-20 ຕຸລາ 2020 ຜ່ານມາເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນເຮັດໃຫ້ປະຊາຊົນ 45 ບ້ານມີ 2.310 ຫຼັງຄາຈໍານວນພົນ 14.590 ຄົນ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດນໍ້າຖ້ວມນັ້ນຍັງມີເສັ້ນທາງ,

ລາວ-ຍີ່ປຸ່ນ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ

  ໃນວັນທີ 21 ຕຸລາ 2020 ທີ່ກະຊວງການຕ່າງປະເທດທ່ານ ສະເຫຼີມໄຊ ກົມມະສິດລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະທ່ານ ໂມເຕງິໂທ ຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີກະຊວງການຕ່າງປະເທດ

ຂ່າວດ່ວນ!! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ອີກ 1 ຄົນ ເປັນກໍລະນີນຳເຂົ້າຈາກປະເທດທີ່ມີການລະບາດ

  ຄະນະສະເພາະກິດໂຄວິດ-19 ຖະແຫຼງຂ່າວ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ອີກ 1 ຄົນ ນັກສຶກສາລາວຮຽນຢູ່ ສ ຣັດເຊຍ ເດີນທາງມາຮອດ ສປປ ລາວ ໃນວັນທີ 18 ຕຸລາ ແລະ ໄດ້ຖືກເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລ້ວສົ່ງເຂົ້າຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້,

ບໍລິສັດໄຟຟ້ານໍ້າເທີນ 2 ຈັດງານວັນແຫ່ງຄວາມປອດໄພປະຈຳປີ

    ວັນທີ 15 ຕຸລາ 2020 ທີ່ເຮືອນຈັກໄຟຟ້ານໍ້າເທີນ 2 ທີ່ແຂວງຄຳມ່ວນໄດ້ຈັດກິດຈະກຳວັນແຫ່ງຄວາມປອດໄພໃຫ້ກຽດເຂົ້າຮ່ວມມີທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆຍົມມະລາດ,ທ່ານ ອໍລິວີເອ ດິດຣີ ຜູ້ອໍານວຍການໃຫຍ່ບໍລິສັດໄຟຟ້ານໍ້າເທີນ 2 ພ້ອມຄະນະບໍລິຫານງານ,