ສພຂ ຈຳປາສັກເປີດກອງປະຊຸມສະໄໝສາມັນເທື່ອທີ 6

ຂ່າວ: ໂພທິຣາຊ     

 ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2019 ທີ່ສະໂມ ສອນຫຼັກ 4 ແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນແຂວງຈໍາປາສັກ, ພ້ອມນີ້ກໍມີບັນດາທ່ານສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ປະກາດສ້າງຕັ້ງສຳນັກງານປົກປ້ອງເງິນຝາກ

ຂ່າວ: ຣັດສະໝີ ດວງສັດຈະ     

  ທະນາຄານແຫ່ງ ສປປ ລາວ ໄດ້ປະກາດການຈັດຕັັ້ງສໍານັກງານປົກປ້ອງເງິນຝາກຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2019 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ພ້ອມນີ້ກໍ່ມີ ທ່ານນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ, ບັນດາພາກສ່ວນຈາກກະຊວງທີ່ກ່ຽວຂ້ອງ, ຄະນະກົມ-ຄະນະສະພາບໍລິຫານ,ຄະນະອໍານວຍການສໍານັກງານປົກປ້ອງເງິນຝາກ-ຄະນະອໍານວຍການທະນາຄານລັດ ແລະ ບັນດາທະນາຄານທີ່ເປັນສະມາຊິກເຂົ້າຮ່ວມຢ່າງຄົບຖ້ວນ.

ສຄອຊ ເປີດກອງປະຊຸມປະຈຳປີ 2018 ແລະ ສະຫຼອງວັນສ້າງຕັ້ງຄົບຮອບ 30 ປີ

ຂ່າວ: ບຸນນິກ     

     ບ່າຍວັນທີ 23 ມັງກອນ 2019 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມປະຈຳປີ 2018 ແລະສະເຫຼີມສະຫຼອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອຊ) ຄົບຮອບ 30 ປີຂຶ້ນເພື່ອທົບທວນຜົນງານການເຄື່ອນໄຫວຂອງຕົນພາຍໃຕ້ການຊີ້ນຳໆພາຂອງຄະນະບໍລິຫານງານຊຸດທີ I ຫາຊຸດທີ VII ໂດຍສະເພາະແມ່ນທົບທວນຜົນງານການເຄື່ອນໄຫວຄະນະບໍລິຫານງານຊຸດທີ VII ໃນການຈັດຕັ້ງແຜນຍຸດທະສາດການພັດທະນາພາກທຸລະ ກິດຂອງຕົນໂດຍເນັ້ນໃສ່ເປົ້າໝາຍໄລຍະຍາວແມ່ນ “ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດໃນ ສປປ ລາວ ເພື່ອພັດທະນາເສດຖະກິດແຫ່ງຊາດຕາມທິດການພັດທະນາສີຂຽວ ແລະ ຍືນຍົງ”.

ມູນນິທິເມແບັງ ຝືກອາຊີບໃຫ້ຄົນພິການ ແລະ ດ້ອຍໂອກາດ

ຂ່າວ: ວົງມະນີ   

  ໃນວັນທີ 18 ມັງກອນຜ່ານມາທີ່ໂຮງແຮມອ່າງຄໍາ ນະຄອນຫຼວງວຽງຈັນ ທະນາຄານເມແບັງ (ມູນິທິເມແບັງ) ໄດ້ຈັດພິທີເປີດໂຄງການ R.i.s.e ການ ເຂົ້າເຖິງອິດສະຫຼະພາບທາງດ້ານການເງິນ ແລະການປະກອບການທາງດ້ານທຸລະກິດແບບຍືນຍົງ ແລະຝຶກອົບຮົມປະກອບອາຊີບໃຫ້ແກ່ກຸ່ມຄົນພິການ ແລະ ຂາດໂອກາດໂດຍການເປັນປະທານຂອງ ທ່ານ Shhril Azuar Jimin ຜູ້ອໍານວຍການໃຫຍ່ທະນາຄານເມແບັງມີທ່ານ Mohd Aini Atan ເອກອັກຄະລະຊະທູດມາເລເຊຍປະຈໍາລາວພ້ອມດ້ວຍຄະນະ ແລະແຂກຖືກເຊີນເຂົ້າຮ່ວມທ່ານ ພອນແກ້ວ ລັດຕະນະວົງ ຮອງປະທານ.

ຕັງຈະເລີນກຽມພັດທະນາທີ່ດິນວິທະຍຸເປັນຕະຫຼາດນະຄອນປາກເຊ

ຂ່າວ: ໂພທິຣາຊ  

    ເນື້ອທີ່ດິນຂອງວິທະຍຸກະຈາຍສຽງແຂວງຈໍາປາສັກ ຈະຖືກພັດທະນາໃຫ້ກາຍເປັນສູນການຄ້າທີ່ທັນສະໄໝອີກແຫ່ງໜຶ່ງໃນອີກບໍ່ດົນນີ້ພາຍຫຼັງທີ່ອໍານາດການປົກຂອງແຂວງໄດ້ອະນຸມັດໃຫ້ບໍລິສັດ ຕັງຈະເລີນເຂົ້າທໍາການສຶກສາສໍາຫຼວດຄວາມເປັນໄປໄດ້ເພື່ອພັດທະນາເປັນຕະຫຼາດນະຄອນປາກເຊ.

ອັດຕະປື ພົບພະນັກງານລັດລະເມີດກົດໝາຍ 12 ຄົນ, 3 ຄົນຖືກລຶບຊື່ຈາກລັດຖະກອນ

 (ນສພ ເສດຖະກິດ-ສັງຄົມ)

   ອັດຕະປືແມ່ນອີກແຂວງໜື່ງທີ່ມີຄວາມເອົາໃຈໃສ່ຕໍ່ວຽກງານຕິດຕາມ, ກວດກາໂດຍໃນ 1 ປີ ຜ່ານມາໄດ້ຊຸກຍູ້ຕິດຕາມ, ກວດກາລັດຢ່າງປົກກະຕິສາມາດກວດກາພົບເຫັນພະນັກງານລະເມີດກົດໝາຍ 12 ຄົນ, ຍິງ 6 ຄົນ, ໃນນັ້ນສຶກສາອົບຮົມກ່າວເຕືອນ 9 ຄົນ, ລຶບຊື່ອອກຈາກລັດຖະກອນ 1 ຄົນ ແລະນຳສະເໜີໃຫ້ຂັ້ນເທິງຄົ້ນຄວ້າລຶບຊື່ 2 ຄົນ.

ໃຊ້ງົບສຸກເສີນ 35 ຕື້ກີບ ແປງຊົນລະປະທານເພທົ່ວປະເທດ ຄາດແລ້ວໝົດເດືອນນີ້

ຂ່າວ: ພິມພອນ   

  ເພື່ອຮັບປະກັນໃຫ້ການສະໜອງນ້ຳແກ່ການຜະລິດລະດູແລ້ງ ແລະລະດູຝົນທີ່ຈະມາເຖິງນີ້, ລັດຖະບານໄດ້ສະໜອງງົບສຸກເສີນຈຳນວນ 35 ຕື້ກີບ ສ້ອມແປງຊົນລະປະທານທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນລະດູຝົນຜ່ານມາໂດຍດຽວນີ້ຄືບໜ້າ ແລ້ວ 70% ແລະຄາດພາຍໃນເດືອນນີ້ຈະໃຫ້ສຳເລັດ 100%.

ຕະຫຼາດນັດບຸນພະທາດພະບາດ-ໂພນສັນມີມູນຄ່າສິນຄ້າ 12 ຕື້ກວ່າກີບ

 (ນສພ ເສດຖະກິດ-ສັງຄົມ)

       ໃນວັນທີ 17 ມັງກອນຜ່ານມາ ແຂວງບໍ່ລິຄໍາໄຊ ໄດ້ຈັດພິທີເປີດງານຕະຫຼາດນັດຂາຍສິນຄ້າຕິດພັນກັບບຸນນະມັດສະການວັດພະທາດພະບາດ-ໂພນສັນ ປະຈຳປີ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນສົງ ເພັດຈະເລີນ ເຈົ້າເມືອງທ່າພະບາດ, ມີບັນດາການນໍາຂອງແຂວງ, ຂັ້ນເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ອາກອນ ນວ ສັບຊ້ອນພະນັກງານໃໝ່

ຂ່າວ: ກິ່ງລັດຕະນະ  

    ກອງປະຊຸມປະກາດການຈັດຕັ້ງພະນັກງານສ່ວຍສາອາກອນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2019 ທີ່ຫ້ອງວ່າການການປົກຄອງ ນວ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ, ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ, ມີຮອງເຈົ້າເມືອງ 9 ຕົວເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ແລນໂຣເວີ ປະກາດຜົນແຂ່ງຂັນຂັບຂີ່ທ້າທາຍ

ຂ່າວ: ພິມພອນ

       ບໍລິສັດຈາກົວ-ແລນໂຣເວີ ໄດ້ເປີດງານ The Above and Beyond Laos ເປັນກິດຈະກຳແຂ່ງຂັນການຂັບຂີ່ແລກປ່ຽນປະສົບການຄວາມທ້າທາຍ  ຂອງຫຍີ່ຫໍ້ແລນໂຣເວີເພື່ອໃຫ້ບັນດາລູກຄ້າໄດ້ເຂົ້າເຖິງວິທີການໃນການຂັບແບບທ້າທາຍການຄວບຄຸມ ແລະຂັບເຄື່ອນທາງແຄບຜ່ານການແຂ່ງຂັນນັກຂັບຂີ່ທີ່ໃຊ້ເວລາໜ້ອຍທີ່ສຸດໄດ້ຮັບຊະນະເລີດແຂ່ງຂັນແບບ Ring Fence ແລະ Auto Test ໄດ້ແກ່ທ້າວ ອະຣິຍະ ວິຣະບຸດ ແລະ ນາງ ວະລິສາ ດາວສະຫວັນ.