ສະຕາໂທລະຄົມ ສາຂາແຂວງບໍລິຄໍາໄຊ ຊ່ວຍແຂວງປ້ອງກັນໂຄວິດ

  ວັນທີ 19 ພຶດສະພາ 2021 ທີ່ຫ້ອງວ່າການແຂວງບໍລິຄໍາໄຊ, ທ່ານ ນາງ ດາວວອນ ເພັດສານຸພົນ ອໍານວຍການ ບໍລິສັດ ສະຕາໂທລະຄົມ (ຢູນິເທວ) ສາຂາແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະໄດ້ປະກອບສ່ວນຊຸກຍູ້ມອບມູນຄ່າໂທ ແລະ ດາຕ້າອິນເຕີເນັດລວມມູນຄ່າທັງໝົດ 216,89 ລ້ານກີບ,

ສະຫວັນຫາລືມາດຕະການຜ່ອນຜັນກັນໂຄວິດ

  ວັນທີ 20 ພຶດສະພາ 2021 ທີ່ຫ້ອງວ່າການແຂວງສະຫວັນນະເຂດໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບມາດຕະການຜ່ອນຜັນການຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະຄຳສັ່ງຂອງທ່ານເຈົ້າແຂວງສະຫວັນນະເຂດສະບັບ ເລກທີ 0776/ຈຂ.ສຂ ລົງວັນທີ 24 ເມສາ 2021

ກະຊວງສາທາກຳນົດບ້ານໂຄວິດລະບາດ 3 ເຂດ

  ເພື່ອເຮັດໃຫ້ການວາງມາດຕະການສະກັດກັ້ນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມຮັດກຸມ, ສອດຄ່ອງ ແລະແທດເໝາະກັບສະພາບການລະບາດຕົວຈິງຂອງພະຍາດໃນແຕ່ລະຂົງເຂດກະຊວງສາທາລະນະສຸກຈຶ່ງໄດ້ກໍານົດເອົາບ້ານເປັນຫົວໜ່ວຍໃນການແບ່ງເຂດການລະບາດຂອງພະຍາດໂຄວິດ-19

ປີນີ້, ລາວມີແຜນສັກຢາກັນໂຄວິດໃຫ້ໄດ້ 50%

  ປະຈຸບັນເຊື້ອພະຍາດໂຄວິດ-19 ກໍາລັງແຜ່ລະບາດເປັນບໍລິເວນກວ້າງໄປທົ່ວໂລກຊຶ່ງໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຊີວິດ, ລະບົບເສດຖະກິດ ແລະຊີວິດການເປັນຢູ່ຂອງຊາວໂລກ;ສະເພາະຢູ່ ສປປ ລາວ ກໍ່ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ;

ປີນີ້ລາວຕັ້ງເປົ້າປູກໄມ້ໃຫ້ເປັນປ່າ 36,95 ພັນເຮັກຕາ

  ນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2021 ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ໄດ້ອອກຖະແຫຼງການສຳຄັນບາງຕອນວ່າ: ພັກ ແລະລັດຖະບານໄດ້ກໍານົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະກົງກັບວັນເດັກນ້ອຍສາກົນນັບແຕ່ວັນທີ 1 ມິຖຸນາ 1980 

ຊາວບ້ານໜອງໄຮ ກະທົບໜັກຈາກນໍ້າເປື້ອນ

   ຂປລ. ໃນໄລຍະການລະບາດຂອງພະຍາດໂຄວິດ-19 ນີ້,ປະຊາຊົນລ້ວນແຕ່ຈໍາກັດບໍລິເວນຕົນເອງຢູ່ເຮືອນເພື່ອປ້ອງກັນການຕິດ ແລະແຜ່ເຊື້ອຂອງພະຍາດໂຄວິດ-19, ໃນໄລຍະຈຳກັດບໍລິເວນກໍ່ມີບາງບັນຫາເກີດຂຶ້ນໂດຍສະເພາະປະຊາຊົນບ້ານໜອງໄຮ ຮ່ອມ 31 ເມືອງຫາຍຊາຍຟອງ ນະຄອນຫຼວງວຽງ

ລັດຖະບານສືບຕໍ່ມາດຕະການ ອີກ 15 ວັນ ຮັບມືໂຄວິດ-19 ພ້ອມການຜ່ອນຜັນຕ່າງໆ

  ລັດຖະບານຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການສະບັບເລກທີ 406/ຫສນຍ, ລົງວັນທີ 26 ເມສາ 2021, ແຈ້ງການສະບັບເລກທີ 462/ຫສນຍ, ລົງວັນທີ 05 ພຶດສະພາ 2021

ໄຊສົມບູນ ແຕ່ງຕັ້ງໃໝ່ຫຼາຍຕຳແໜ່ງ

  ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ບຸນສຸກ ຈອມວິສານ, ປະທານສະພາປະຊາຊົນແຂວງຜູ້ເກົ່າ ແລະທ່ານ ແດງ ປະທຸມທອງ, ປະທານສະພາປະຊາຊົນແຂວງໄຊສົມບູນ ຜູ້ໃໝ່ພ້ອມທັງປະກາດສັບຊ້ອນໜ້າທີ່ພະນັກງານນໍາພາ-ຄຸ້ມຄອງ 

ກວາງຈິ ມອບເຄື່ອງຊ່ວຍສາລະວັນຕ້ານໂຄວິດ

ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ແຂວງສາລະວັນ, ໃນວັນທີ 18 ພຶດສະພາ 2021 ນີ້ ແຂວງກວາງຈີ ສສ ຫວຽດນາມ ໄດ້ປະກອບສ່ວນມອບເຄື່ອງຊ່ວຍເຫຼືອໃຫ້ອົງການປົກຄອງ ແຂວງສາລະວັນ ຊຶ່ງປະກອບມີຄື:

ຫຼັງທີ 20 ພຶດສະພາ ຈະຜ່ອນຜັນບາງມາດຕະການ

  ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ, ວັນທີ 21 ເມສາ 2021 ຫາວັນທີ 5 ພຶດສະພາ 2021 ຮອບ II ໄດ້ຮັບຜົນສົມຄວນໂດຍໄລຍະ 2 ນັບແຕ່ວັນທີ 6 ພຶດສະພາຮອດປະຈຸບັນການລະບາດພະຍາດໂຄວິດ-19 ມີທ່າອ່ຽງຫຼຸດລົງ, ຍ້ອນທຸກພາກສ່ວນມີການຮ່ວມມື,