ປີນີ້ອາດແລ້ງໜັກ ລັດວາງ 4 ມາດຕະການຮັບມື

  2019 ລາວຖືເປັນປີທີ່ໄດ້ຮັບວິກິດຢ່າງໜັກຈາກໄພທຳມະຊາດທີ່ເກີດຂຶ້ນໂດຍສະເພາະໄພນໍ້າຖ້ວມຢູ່ 6 ແຂວງພາກກາງ ແລະພາກໃຕ້, ແຕ່ຫຼ້າສຸດ 4 ແຂວງທີ່ເປັນອູ່ເຂົ້າອູ່ປາຂອງປະເທດພັດພວມປະເຊີນໜ້າກັບໄພແຫ້ງແລ້ງໜັກສຸດຮອບ 48 ປີ 

200 ກວ່າຮາ້ນນໍາສິນຄ້າຮວ່ມງານວາງສະແດງມະຫະກໍາສີມືຫັດຖະກໍາລາວ

ງານມະຫະກໍາສີມືຫັດຖະກໍາລາວຄັ້ງທີ 18 ປະຈໍາປີ 2019 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26 ຕຸລາ 3 ພະຈິກ ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໂດໃຫກຽດເຂົ້າຮ່ວມຂອງທ່ານ ນາງ ນາລີ ສີສຸລິດ ພັນລະຍານາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີຈາກກະຊວງອຸດສາຫະກໍາ ແລະການຄ້າ,

ຍົກ 3 ເອກະສານສໍາຄັນຂື້ນຫາລືໃນກອງປະຊູມລັດຖະບານ

  ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນຕຸລາ 2019 ໄດ້ດຳເນີນຢ່າງເປັນທາງການໃນວັນທີ 25 ຕຸລາ 2019 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ.

ເລຂາທິການໃຫຍ່ເຂົ້າຮ່ວມສະຫຼອງວັນມູນເຊື້ອອະດີດທະຫານອາສາສະໝັກຫວຽດນາມຢູ່ລາວ ຄົບຮອບ 70 ປີ

 ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,

ລາວມີຫ້ອງວິເຄາະຄວາມປອດໄພຊີວະພາບລະດັບ 3

 ວັນທີ 24 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ ສູນວິໄຈພະຍາດຊືມເຊື້ອ ລາວ-ຄຣິສຕົຟ ເມຣິເອີ ໄດ້ຈັດພິທີເປີດຫ້ອງວິເຄາະທີ່ມີຄວາມປອດໄພທາງດ້ານຊີວະພາບລະ ດັບ 3 (BSL 3) ເພື່ອການບົ່ງມະຕິພະຍາດວັນນະໂລກທີ່ດື້ຕໍ່ຢາປິ່ນປົວ (MDR-TB)

ກຽມຈັດງານລາວທ໊ອບ 3 ເອັກໂປ 2020

 ວັນທີ 25 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວຮ່ວມກັບສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວ ແລະກຸ່ມບໍລິສັດເອເອັມບີ ທາສັສ ອີເວັ້ນໄດ້ພິທີຖະແຫຼງຂ່າວງານ Lao top 3 expo 2020 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 11-13 ມິຖຸນາ 2020

ທ່າແຕງ ທຳລາຍສິ້ນສ່ວນປາ ເຖິງ 50-60 ກິໂລ.

   ອາທິດຜ່ານມານີ້ຂອບເຂດຫ້ອງການກະສິກໍາ ແລະປ່າໄມ້ເມືອງທ່າແຕງ ແຂວງເຊກອງ ໄດ້ຈັດພິທີຈູດທຳລາຍຊິ້ນສ່ວນປາທີ່ຍຶດນຳພໍ່ຄ້າ ແລະແມ່ຄ້າພາຍໃນເມືອງທ່າແຕງ ໂດຍເຂົ້າຮ່ວມມີທ່ານ ທະວີສັກ ບຸດພຣົມ ຮອງຫົວໜ້າຫ້ອງການກະສິກຳແລະປ່າໄມ້ເມືອງທ່າແຕງ,

ເອຊີລີດາ ລາວ ທຸ້ມທຶນ 32 ຕື້ກວ່າກີບ ສ້າງຄວາມສາມາດພະນັກງານ

  ການຝືກອົບຮົມ ແລະການສ້າງຄວາມສາມາດເປັນສິ່ງສຳຄັນ ແລະຈຳເປັນໃນການປະຕິບັດວຽກງານເພື່ອພັດທະນາຊັບພະຍາກອນມະນຸດທັກສະຄວາມຮູ້ຄຸນນະທຳ ແລະອື່ນໆ ຊຶ່ງຈະຊ່ວຍໃຫ້ບຸກຄົນ ແລະອົງກອນສາມາດດຳເນີນງານໄດ້ຢ່າງມີປະສິດທິພາບທີ່ດີຂຶ້ນສິ່ງດັ່ງກ່າວໄດ້ທະນາຄານ ເອຊີລີດາ ລາວ ຈຳກັດ,

ໂລກ້າ ຈັບມືສະມາຄົມລົດຕູ້ ນວ ໃຫ້ບໍລິການທັນສະໄໝ

  ວັນທີ 28 ຕຸລານີ້ທີ່ສະພາການຄ້ານະຄອນຫຼວງວຽງຈັນ ໂລກ້າ (LOCA) ບໍລິການເອີ້ນລົດຮັບສົ່ງໂດຍສານຜ່ານແອັບພລິເຄຊັນເທິງມືຖື (ບໍລິສັດ ບິສຈິຕອລ ຈໍາກັດຮ່ວມກັບສະມາຄົມລົດຕູ້ນະຄອນຫຼວງວຽງຈັນ (ນລໄດ້ຈັດພິທີເຊັນສັນຍາເພື່ຶອຫັນການບໍລິການລົດຕູ້ໃນລາວໃຫ້ເປັນທັນສະໄໝ

ຄຳມ່ວນ ມີຄະດີກ່ຽວກັບຊັບພະຍາກອນໄມ້ 221 ເລື່ອງ

ໃນວັນທີ 25 ຕຸລາ2019 ຢູ່ທີ່ພະ ແນກກະສິກຳ ແລະປ່າໄມ້ແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກອງກວດກາປ່າໄມ້ປະຈຳ ແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນຈັນ ໄຊປັນຍາ ເລຂາພັກ ຮາກຖານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ,