ຖວທ ຍົກລະດັບການປະເມີນຜົນປະຕິບັດວຽກຂອງພະນັກງານ

 ວັນທີ 17 ກໍລະກົດຜ່ານມາທີ່ຫໍວັດທະນະທຳແຫ່ງຊາດກະຊວງຖະແຫຼງຂ່າວວັດທະນາທຳ ແລະທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນທົ່ວຂະແໜງການໂດຍເປັນປະທານຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍພະ ນັກງານ-ລັດຖະກອນທົ່ວຂະແໜງການ ຖວທ ເຂົ້າຮ່ວມ.

  ທ່ານ ບົວເງິນ ຊາພູວົງ ກ່າວວ່າ: ການພັດທະນາຊັບພະຍາກອນມະນຸດ, ບຸກຄະລາກອນ ຫຼື ການກໍ່ສ້າງບຳລຸງພະນັກງານແມ່ນມີຄວາມຈຳເປັນ ແລະ ສຳຄັນຫຼາຍບໍ່ວ່າຈະເປັນພະນັກງານການນຳ, ພະນັກງານຄຸ້ມຄອງ, ພະນັກງານວິຊາການລວມທັງຊາວຜູ້ອອກແຮງງານຖ້າບໍ່ໄດ້ຮັບການກໍ່ສ້າງແມ່ນນັບມື້ຈະຫຼ້າຫຼັງສະນັ້ນການພັດ ທະນາ ແລະການກໍ່ສ້າງບຸກຄະລາກອນໃນຂະແໜງຕ່າງໆ ຕ້ອງໃຫ້ມີຄວາມເຂັ້ມແຂງ, ສ້າງພະນັກງານໃຫ້ມີປະສິດທິພາບ ແລະປະສິດທິຜົນສູງ,

ສຳລັບກອງປະຊຸມດັ່ງກ່າວແມ່ນຈະດຳເນີນໄປຈົນເຖິງວັນທີ 19 ກໍລະກົດ 2019 ໂດຍຜູ້ເຂົ້າຮ່ວມຈະໄດ້ຮັບຟັງການເຜີຍແຜ່ຫຼາຍເອກະສານສຳຄັນຈາກຂະແໜງການກ່ຽວຂ້ອງຕ່າງໆ ເປັນຕົ້ນແມ່ນແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ, ເຜີຍແຜ່ກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປຸງເຜີຍແຜ່ດຳລັດດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ13 ກັນຍາ 2017; ຄຳແນະນຳການຈັດຕັ້ງປະຕິບັດດຳລັດການປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ; ແນະນຳການຈັດຕັ້ງປະຕິບັດດຳລັດການປະເມີນຜົນການປະຕິບັດວຽກງານຂອງພະນັກງານລັດຖະກອນຕາມຄຳແນະນຳເລກທີ 06/ພນ; ນຳສະເໜີບົດສັງລວມຜົນການປະເມີນຜົນ ແລະ ການປະຕິບັດບົດສັງລວມຜົນການປະເມີນຜົນນອກຈາກນີ້ຕະຫຼອດການຝຶກອົບຮົມນັກສຳມະນາກອນຍັງຈະໄດ້ມີການແລກປ່ຽນສົນທະນາບົດຮຽນນຳກັນຕື່ມອີກ.

-------------------------------

ຂຽນໂດຍບຸນນິກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ