ທຫລ ກຽມເອົາຜິດກັບທຸກສະຖາບັນການເງິນທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຂ່າວ: ຣັດສະໝີ ດວງສັດຈະ-ນສພ ເສດຖະກິດ-ສັງຄົມ 

  ໃນໄລຍະຜ່ານມາຍັງມີບາງສະຖາບັນການເງິນຈຸລະພາກມີພຶດຕິກຳເຄື່ອນໄຫວບໍ່ຖືກຕ້ອງ ແລະບໍ່ສອດຄ່ອງກັບລະບຽບກົດໝາຍກຳນົດໄວ້ຊຶ່ງກໍ່ໃຫ້ເກີດມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງລະບົບສະຖາບັນການເງິນເຮັດໃຫ້ສັງຄົມວຸ້ນວາຍແນວໃດກໍດີຕໍ່ກັບບັນຫາດັ່ງກ່າວຈາກນີ້ໄປ ທຫລ 

ທະນາຄານຮ່ວມພັດທະນາລາວສະຫຼຸບຜົນງານປີ 2018

ນສພ ເສດຖະກິດ-ສັງຄົມ

   ໃນວັນທີ 2 ກຸມພາ 2019 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ທະນາຄານຮ່ວມພັດທະນາ ໄດ້ຈັດພິທີສະຫຼຸບຜົນງານ ປີ2018 ແລະແຜນການປີ 2019, ໂດຍການເປັນປະທານຂອງທ່ານ ເອກະພັນ ພະພິທັກ ປະທານສະພາບໍລິ ຫານທະນາຄານຮ່ວມພັດທະນາ

ຢຶດໄມ້ຂະຍຸງ 11 ຄັນລົດກຽມສົ່ງອອກສືບເຫັນພະນັກງານລັດມີສ່ວນຮ່ວມ 10 ຄົນ

ຂ່າວ: ວົງເພັດ     

     ບໍລິຄຳໄຊແມ່ນອີກແຂວງໜຶ່ງທີ່ມີຄວາມເອົາໃຈຕໍ່ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ໂດຍໃນປີຜ່ານມາແຂວງດັ່ງກ່າວໄດ້ມີການກວດພົບ ແລະຢຶດໄມ້ຂະຍຸງຈໍານວນ 849 ໂຕ/ຕັບ, ນໍ້າໜັກ 30.846 ກິໂລກຣາມກຽມລັກລອບສົ່ງອອກ 11 ຄັນລົດໃນນັ້ນໄດ້ສືບເຫັນຄະນະພັກ, ສະມາຊິກພັກ, ພະນັກງານລັດ 10 ຄົນມີສ່ວນຮ່ວມຂະນະທີ່ປະຈຸບັນຖືກລົງວິໄນດ້ານພັກ ແລະດ້ານລັດສໍາເລັດໄປແລ້ວ.

ເອກະຊົນສຳປະທານດິນປູກພືດ ແລະ ໄມ້ໃຫ້ໝາກຢູ່ເລົ່າງາມ

ຂ່າວ: ພອນສະໄໝ ໄຊຍະເສນ     

  ເມືອງເລົ່າງາມ ແຂວງສາລະວັນ ເປັນເມືອງໜຶ່ງທີ່ມີທ່າແຮງບົ່ມຊ້ອນ ແລະມີເງື່ອນໄຂທີ່ເໝາະສົມໃນການປູກພຶດອຸດສາຫະກຳເພື່ອສົ່ງອອກຂາຍເປັນສິນຄ້າ ເປັນຕົ້ນ: ກາເຟ, ມັນຕົ້ນ ແລະອື່ນໆຈາກຈຸດນີ້ຈິ່ງເຮັດໃຫ້ນັກລົງທຶນພາຍໃນ ແລະຕ່າງປະເທດເກີດມີຄວາມສົນໃຈເຂົ້າມາລົງທຶນໃນເມືອງດັ່ງກ່າວ.

ຊາວນາທົ່ວປະເທດ ຂຸ້ນຂ້ຽວດຳເຂົ້ານາແຊງຮອດປະຈຸບັນໄດ້ແລ້ວ 70ເປິເຊັນ

ຂ່າວ: ພິມພອນ    

    ເພື່ອຜະລິດທົດແທນຜົນເສຍຫາຍຈາກການຜະລິດລະດູຝົນທີ່ຜ່ານມາ, ທັງເປັນການຮັກສາສະຖຽນນະພາບຂອງລາຄາເຂົ້າໃນທ້ອງຕະຫຼາດໃຫ້ຢູ່ໃນເກນປົກກະຕິ, ພ້ອມທັງກຽມຜະລິດແນວພັນໃສ່ລະດູຝົນປີນີ້ ແລະຮັບປະກັນການສະໜອງເຂົ້າເພື່ອບໍລິໂພກພາຍໃນ, ເປັນຄັງແຮໃນປີຕໍ່ໄປ, ດັ່ງນັ້ນປະຈຸບັນ ປະຊາຊົນທົ່ວປະເທດຈຶ່ງຂຸ້ນຂ້ຽວໃສ່ການປັກດຳເຂົ້ານາແຊງຮອດດຽວນີ້ສຳເລັດແລ້ວ 70%. 

ສານປະຊາຊົນສູງສຸດຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ III

ນສພ ເສດຖະກິດ-ສັງຄົມ

  ສານປະຊາຊົນສູງສຸດຈັດກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 5 ສະໄໝທີ III ໃນຕອນເຊົ້າວັນທີ່ 4-6 ກຸມພາ 2019 ທີ່ສານປະຊາ ຊົນສູງສຸດໂດຍການເປັນປະທານຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກປະທານສານປະຊາຊົນສູງສຸດເຊີ່ງມີຫົວໜ້າກົມ, ຄະນະສານ ແລະ ພະນັກງານອ້ອມຂ້າງເຂົ້າຮ່ວມ.

ຄຳສັ່ງ 15/ນຍ ຍຸບໂຮງງານໄມ້ໃນສາລະວັນ 119 ແຫ່ງ

ຂ່າວ: ສິດຕາ ເພັດວົງສາ - ນສພ ເສດຖະກິດ-ສັງຄົມ

 ຜ່ານມາແຂວງສາລະວັນໄດ້ເອົາໃຈໃສ່ຢ່າງເຂັ້ມງວດໃນການຈັດຕັ້ງປະຕິບັດຈັດຕັ້ງປະຕິບັດຄຳສັ່ງ 15/ນຍ ພ້ອມດຽວກັນນັ້ນກໍໄດ້ມີການເຜີຍແຜ່ເຊື່ອມຊຶມໃຫ້ຄະນະພັກ, ຄະນະນຳ, ພະນັກງານຫຼັກແຫ່ງ, ພະນັກງານລັດຖະກອນ, ກຳລັງປະກອບອາວຸດ, ຜູ້ປະກອບການນັກທຸລະກິດທັງພາກລັດ ແລະເອກະຊົນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງໃນການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ

ເມືອງໝື່ນ ຈະສູ້ຊົນຜະລິດເປັນສິນຄ້າໃຫ້ໄດ້ 50 ພັນກວ່າໂຕນ

ຂ່າວ: ພິມພອນ - ນສພ ເສດຖະກິດ-ສັງຄົມ  

  ເມືອງໝື່ນແມ່ນເມືອງໜຶ່ງທີ່ຂຶ້ນກັບແຂວງວຽງຈັນ, ປະຊາຊົນສ່ວນຫຼາຍແມ່ນດຳລົງຊີວິດ ແລະທຳມາຫາກິນດ້ວຍການອາໄສການຜະລິດກະສິກຳເປັນສິນຄ້າຕົ້ນຕໍການປູກ-ການລ້ຽງ, ພ້ອມນັ້ນສະພາບອາກາດໃນເຂດດັ່ງກ່າວຍັງເອື້ອອຳນວຍແກ່ການຜະ ລິດກະສິກຳເປັນສ່ວນໃຫຍ່, ໂດຍເປັນບາງເມືອງໝື່ນໄດ້ຕັ້ງເປົ້າການຜະລິດເປັນສິນຄ້າໃນປີນີ້ໃຫ້ໄດ້ 50 ພັນກວ່າໂຕນ.

ເກືອບ 30 ຍີ່ຫໍ້ຮ່ວມວາງສະແດງສິນຄ້າຄວາມງາມ

ຂ່າວ: ກິ່ງລັດຕະນາ - ນສພ ເສດຖະກິດ-ສັງຄົມ

 ງານວາງສະແດງ “ສິນຄ້າຄວາມ ງາມ 2019” (Pardesco Beauty Review Battle Fair 2019) ຊຶ່ງຖືເປັນຄັ້ງທຳອິດໃນລາວໄດ້ຈັດຂຶ້ນໃນລະຫວ່າງວັນທີ 2-3 ກຸມພາ 2019 ທີ່ສູນການຄ້າວຽງຈັນເຊັນເຕີນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມມີ ທ່ານ ສົມສະໜຸກ ມີໄຊ ຮອງປະທານ ສະມາຄົມນັກຂ່າວ

ອຸດົມໄຊ ໃຫ້ເອກະຊົນເຂົ້າພັດທະນາແຫຼ່ງທ່ອງທ່ຽວສາຍນ້ຳພາກ

ຂ່າວ: ສີຈັນ ເກດວົງສາ  ນສພ ເສດຖະກິດ-ສັງຄົມ

   ພິທີເຊັນສັນຍາວ່າດ້ວຍການລົງທຶນພັດທະນາແຫຼ່ງທ່ອງທ່ຽວສາຍນ້ຳພາກ (ນ້ຳພາກສະບາຍດີ) ໄດ້ຈັດຂຶ້ນເມື່ອທ້າຍເດືອນມັງກອນຜ່ານມາທີ່ແຂວງອຸດົມໄຊ ລະຫ່ວາງອົງການປົກຄອງແຂວງອຸດົມໄຊຕາງໜ້າໂດຍ: ພະແນກແຜນການ ແລະການລົງທຶນກັບບໍລິສັດວິໄລພັດທະນາສ້ອມແປງເຄຫາສະຖານຂົວທາງ ແລະຊົນລະປະທານຈຳກັດ.