ບໍ່ແກ້ວ ເຊັນສັນຍາເລີ່ມສ້າງທາງຮ່ອມ, ຮ່ອງລະບາຍນ້ຳໃນຕົວເມືອງຫ້ວຍຊາຍ

ຂ່າວ: ເງິນຫຼົງ ຈິດພູວົງ - ນສພ ເສດຖະກິດ-ສັງຄົມ     

  ບໍ່ແກ້ວເລີ່ມລົງມືກໍ່ສ້າງເສັ້ນ ທາງຮ່ອມ, ຮ່ອງລະບາຍນໍ້າໃນຕົວເມືອງ ຫ້ວຍຊາຍ ຊຶ່ງເປັນໂຄງການໜຶ່ງທີ່ນອນ ຢູ່ໃນໂຄງການພັດທະນາຕົວເມືອງຕາມ ແລວທາງອະນຸພາກພື້ນແມ່ນໍ້າຂອງ ໂດຍມີລວມມີມູນຄ່າກໍ່ສ້າງ 55,21 ຕື້ກີບ ແລະຈະໃຫ້ສຳເລັດ ໃນເວລາ 18 ເດືອນ.

ຖວທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 7

ຂ່າວ: ແພງຕາ

   ໃນວັນທີ 29 ມັງກອນ 2019 ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ພາຍໃຕ້ການເປັນປະທານຂອງສະຫາຍບໍ່ແສງຄຳ ວົງດາລາ ເລຂາຄະນະພັກກະຊວງ, ລັດຖະມົນຕີກະ ຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຫົວໜ້າກົມພ້ອມດ້ວຍພະນັກງານພາຍໃນກະຊວງເຂົ້າຮ່ວມ.

ສະຫຼຸບບັ້ນກວດສອບບົດກ່ຽວກັບວຽງໄຊ 50 ປີ

ຂ່າວ: ສະຫງວນສັກ  

   ພິທີສະຫຼຸບບັ້ນກວດສອບບົດບັນທຶກ, ເລື່ອງສັ້ນ ແລະ ກອນເລົ່າເລື່ອງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງ ໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ (30 ພະຈິກ 1968-30 ພະຈິກ 2018) ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2019

ສະຫຼຸບການຄຸ້ມຄອງສະຖາບັນການເງິນຈຸລະພາ

ຂ່າວ: ຣັດສະໝີ ດວງສັດຈະ

      ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງກອງ ປະຊຸມສະຫຼຸບຖອດຖອນບົດຮຽນການຄຸ້ມຄອງສະຖາບັນການເງິນຈຸລະພາກປະຈຳປີ 2018 ຂຶ້ນໃນ ລະຫວ່າງວັນທີ 30-31 ມັງກອນ 2019 ທີ່ສາຂາ ທຫລ ແຂວງສະຫວັນນະເຂດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ; ພ້ອມນີ້ກໍມີທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ

ທລວ ໝູນລາງວັນລາຍການເງິນຝາກຮັບໂຊກ

ຂ່າວ: ກິ່ງລັດຕະນາ

 ພິທີໝູນລາງວັນລາຍການເງິນຝາກຮັບໂຊກ X3 ຄັ້ງ ທີ 2 ຂອງທະນາຄານຮ່ວມທຸລະ ກິດລາວຫວຽດ (ທລວ) ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2019 ຢູ່ເຂດພັດທະນາຄົບວົງຈອນໜອງທາ ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ນາງ ມະໂນລາ ເມືອງມະນີ ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະ ກິດທະນາຄານແຫ່ງ ສປປ ລາວ, ມີຄະນະກໍາມະການຕາງໜ້າຈາກພະແນກການເງິນນະຄອນຫຼວງ, ພະແນກອຸດສາຫະກໍາ ແລະການຄ້າ, ພະແນກຍຸດຕິທໍາ, ປກສ ເມືອງຈັນທະບູລີ, ພ້ອມດ້ວຍລູກຄ້າ ແລະພໍ່ແມ່ນປະຊາຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ລັດຈະໃຊ້ງົບ 388 ຕື້ກີບ ສ້າງທາງເລກທີ 10 ຊ້ວງທຳອິດສຳເລັດ 25ເປິເຊັນ

(ນສພ ເສດຖະກິດ-ສັງຄົມ)

    ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແລະຂົວເບຕົງອັດແຮງທາງເລກ 10 ໄລຍະທີ I ເລີ່ມແຕ່ທາງສາມແຍກ 13 ໃຕ້ (ເຊໂນ) ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈຳນວນ 50 ກິໂລແມັດ, ມາຮອດປະຈຸບັນຄວາມຄືບໜ້າຂອງໂຄງການໄດ້ປະມານ 25%. ດັ່ງນັ້ນ ຕອນບ່າຍຂອງວັນທີ 29 ມັງກອນ 2019 ທ່ານ ທ່ອນ ແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດພ້ອມຄະນະໄດ້ເດີນທາງລົງໄປຕິດຕາມເບິ່ງໂຄງການດັ່ງກ່າວ ແລະກໍເຫັນວ່າມີຄວາມຄືບໜ້າໄປຕາມແຜນ.

ເຂດເສດຖະກິດພິເສດ ສາມຫຼ່ຽມຄຳໃຊ້ທຶນພັດທະນາແລ້ວ 12,7 ພັນຕື້ກີບ

(ນສພ ເສດຖະກິດ-ສັງຄົມ)

   ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນໂຄງການເສດຖະກິດ ແລະທ່ອງທ່ຽວຄົບວົງຈອນໂດຍສ້າງຕັ້ງຕາມດຳລັດຂອງນາ ຍົກສະບັບເລກທີ 090/ນຍ, ລົງວັນທີ 4 ກຸມພາ 2010

ນາຍົກ ເນັ້ນການຄຸ້ມຄອງ ແລະ ພັດທະນາສີມືແຮງງານຕ້ອງມີຄຸນນະພາບ

ຂ່າວ: ກົມປະຊາສຳພັນ ຫສນຍ 

   ໃນວັນທີ 30 ມັງກອນ 2019 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແຮງງານ ແລະສະຫວັດດີການສັງຄົມທົ່ວປະເທດປະຈໍາປີ 2018 ຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີທ່ານລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາພະແນກການແຮງງານ ແລະສະຫວັດດີການສັງຄົມໃນຂອບເຂດທົ່ວປະເທດພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ລາວ-ຈີນ ເພີ່ມທະວີການຕິດຕາມກວດກາ ໂຄງການກໍ່ສ້າງທາງລົດໄຟ

(ນສພ ເສດຖະກິດ-ສັງຄົມ)

      ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຮອງນາຍົກລັດຖະມົນຕີປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນວິສາຫະກິດລົດໄຟແຫ່ງຊາດຈີນຊຶ່ງນໍາໂດຍ ທ່ານ ຊຸນ ຮວຍຊິນ ປະທານຄະນະກວດກາລັດວິສາຫະກິດລົດໄຟແຫ່ງຊາດຈີນ

ບໍ່ແກ້ວດຶງດູດນັກທ່ອງທ່ຽວເພີ່ມຂື້ນ 60 ເປີເຊັນສ່ວນຮ້ອຍ

ຂ່າວ: ແພງຕາ

   ແຂວງບໍ່ແກ້ວ ກໍ່ເປັນແຂວງໜຶ່ງທີ່ເສດຖະກິດກໍາລັງສືບຕໍ່ຂະຫຍາຍຕົວຍ້ອນການຄົມມະນາຄົມຂົນສົ່ງມີຂົວມິດຕະພາບແຫ່ງທີ 4 ແລະການທ່ອງທ່ຽວໂດຍຜ່ານຫຼາຍເສັ້ນທາງໃນນັ້ນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ກໍ່ເປັນຈຸດໜຶ່ງທີ່ໄດ້ດຶງດູດນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ