ວັງວຽງ ເສຍຫາຍນໍ້າຖ້ວມ 15 ຕື້ກວ່າກີບ

   cອີງຕາມການລົງເກັບກຳຂໍ້ມູນຈາກຂະແໜງການທີ່ກ່ຽວຂ້ອງຂອງ ເມືອງວັງວຽງ ພາຍຫຼັງທີ່ໄດ້ຮັບຜົນເສຍຫາຍຈາກໄພນໍ້າຖ້ວມລະຫວ່າງວັນທີ 13-14 ມິຖຸນາ 2021 ມີ 618 ຄອບຄົວໄດ້ຮັບຜົນກະທົບໂດຍສະເພາະທີ່ຢູ່ອາໄສເຮືອນເຄື່ອງຂອງປູກຝັງ ແລະສັດລ້ຽງຂອງປະຊາຊົນໂດຍສະເລ່ຍການ ເສຍຫາຍ 15 ຕື້ກວ່າກີບ.

2 ບໍລິສັດ ຮັບອະນຸຍາດສຳຫຼວດແຮ່ທາດທີ່ໄຊສົມບູນ

  ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອຊອກຄົ້ນ, ສຳຫຼວດ ແລະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ແຮ່ຄຳ ແລະແຮ່ຕິດພັນຢູ່ເຂດບ້ານວັງໄຮ, ບ້ານປາກຍອງ ແລະບ້ານຄອນຊະນະ, ເມືອງທ່າໂທມ ຂອງບໍລິສັດ CK (ຊີເຄ) 

ທຫລ ປັບປຸງການຈັດຕັ້ງ

   ໃນທ້າຍອາທິດແລ້ວນີ້,ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຢູ່ບັນດາກົມ/ທຽບເທົ່າກົມພາຍໃນຂອງ ທຫລ ແລະໄດ້ຍົກຍ້າຍ,ແຕ່ງຕັ້ງພະນັກງານຂັ້ນກົມຈໍານວນໜຶ່ງໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ;

ລັດໃຫ້ຜູ້ຄວບຄຸມລະບົບຊໍາລະທຸລະກຳຍ່ອຍດຳເນີນທຸລະກິດ

   ວັນທີ 18 ມິຖຸນາ 2021, ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ (ຄລຊ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ ແລະຕໍາຫຼວດໃນຂອບເຂດທົ່ວປະເທດຊາບກ່ຽວກັບແຈ້ງການ ເລກທີ 461/ຄລຊ,

ລາວສືບຕໍ່ 8 ມາດຕະການ 13 ຜ່ອນຜັນກັນໂຄວິດ

  ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະບັນລຸຄາດໝາຍໃນການເຮັດໃຫ້ມີຜູ້ຕິດເຊື້ອພະຍາດ COVID-19 ໜ້ອຍທີ່ສຸດ, ໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະໃຫ້ສັງຄົມໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ (New Normal)

ຄົ້ນພົບຖໍ້າໃໝ່ ໃນຖໍ້າກອງລໍ-ນາຕານ

   ວັນທີ 11 ມິຖຸນາ 2021 ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ແລະອຳນາດການປົກຄອງບ້ານກອງລໍໄດ້ເຂົ້າຕິດຕາມ, ກວດກາຖໍ້າທີ່ຖືກຄົ້ນພົບໃໝ່ທີ່ມີຄວາມສວຍສົດງົດງາມບໍ່ແພ້ຖໍ້າອື່ນໆ ທີ່ເຄີຍໄດ້ຄົ້ນພົບມາກ່ອນ.

ມອບອຸປະກອນພັດທະນາສີມືແຮງງານ ໃຫ້ 2 ສູນ

    ພິທີມອບ-ຮັບເຄື່ອງຈັກເຄື່ອງມື ແລະອຸປະກອນການຝຶກໃຫ້ສູນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ ແລະສູນພັດທະນາສີມືແຮງງານແຂວງອັດຕະປືຈັດຂຶ້ນວັນທີ 10 ມິຖຸນາ 2021 ທີ່ສູນພັດທະນາສີມືແຮງງານ ນະຄອນ ຫຼວງວຽງຈັນ

ບາຈຽງ ຫາລືຕ້ານຄ້າມະນຸດ

  ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເປັນອີກເມືອງໜື່ງທີ່ໄດ້ເອົາໃຈໃສ່ຢ່າງຈິງຈັງກ່ຽວກັບວຽກງານການຄ້າມະນຸດຊຶ່ງຫວັງສ້າງໃຫ້ເມືອງສາມາດຕີຖອຍບັນຫາດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົດເທື່ອລະກ້າວເຖິງວ່າປະຈຸບັນຈະຍັງມີບັນຫາດັ່ງກ່າວຢູ່ກໍ່ຕາມ.

ສມກຈ ຫັນຝຶກອົບຮົມຜ່ານລະບົບອອນລາຍ

  ສະມາຄົມການເງິນຈຸລະພາກ (ສມກຈ) ໄດ້ຫັນການຝຶກອົບຮົມແບບຢູ່ໃນຫ້ອງຮຽນທີ່ມີຄົນໜາແໜ້ນມາເປັນການຝຶກຜ່ານລະບົບອອນລາຍຫຼາຍຂຶ້ນທັງນີ້ກໍ່ເພື່ອຈັດຕັ້ງປະຕິບັດຕາມທິດກະທັດຮັດ, ວ່ອງໄວ, ປະຢັດເວລາ ແລະຄ່າໃຊ້ຈ່າຍຕ່າງໆ

ລາວສຳເລັດເຂົ້າຮ່ວມປະຊຸມທາງໄກລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ

 ໃນວັນທີ 15-16 ມິຖຸນາ 2021 ນີ້, ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສໍາເລັດເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 15,