ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ MOU ເພື່ອສຶກສາສຳຫຼວດ ແລະເກັບກຳຂໍ້ມູນຄວາມເປັນໄປໄດ້ຂອງໂຄງການເພຶ່ອພັດທະນາແຫຼ່ງທ່ອງທ່ຽວແຄມນໍ້າລີກຢູ່ເຂດບ້ານສາມໝື່ນ ເມືອງເຟືອງແຂວງວຽງຈັນ ຈັດຂື້ນໃນວັນທີ 22 ພະຈິກ 2021 ທີ່ຫ້ອງປະຊຸມຫ້ອງການແຜນການ ແລະການລົງທຶນເມືອງເຟືອງ
ພິທີມອບ-ຮັບສັນຊາດລາວໃຫ້ແກ່ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະຄົນບໍ່ມີສັນຊາດທີ່ດຳລົງຊີວິດຢູ່ແຂວງຈຳປາສັກຈັດຂຶ້ນໃນວັນທີ 23 ພະຈິກ 2021 ທີ່ຫ້ອງວ່າການແຂວງຈຳປາສັກ ເຂົ້າຮ່ວມຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈຳປາສັກ,
ຄວາມຜັນຂອງປະຊາຊົນລາວໃກ້ເຂົ້າຫາຄວາມເປັນຈີງທຸກມື້ສຳລັບການນຳໃຊ້ທາງລົດໄຟຄວາມໄວສູງລາວ-ຈີນ ພາຍຫລັງທີ່ໃຊ້ເວລາໃນການກໍ່ສ້າງ 5 ປີ, ໂດຍໄດ້ວາງສີລາລຶກໃນວັນທີ 2 ທັນວາ 2015, ໄດ້ເລີ່ມລົງມືກໍ່ສ້າງຕົວຈິງໃນວັນທີ 25 ທັນວາ 2016 ເປັນຕົ້ນມາ,ເ
ບໍ່ແກ້ວ ເປັນອີກແຂວງທີ່ເອົາໃຈໃສ່ຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກ ສະບັບເລກທີ 20/ນຍ, ລົງວັນທີ 8 ຕຸລາ 2021 ວ່າດ້ວຍການກວດກາ ແລະປະຕິບັດມາດຕະການຕໍ່ຜູ້ນຳເຂົ້າ ແລະນຳໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງນັບແຕ່ວັນທີ 18 ຕຸລາ ຫາ ວັນທີ 19 ພະຈິກ 2021
ແຂວງຫຼວງພະບາງຖືເປັນແຂວງສໍາຄັນອັນດັບໜຶ່ງເຊິ່ງເປັນເມືອງມໍລະດົກໂລກ, ມີສະຖານທີ່ທ່ອງທ່ຽວສຳຄັນທາງດ້ານວັດທະນະທຳ, ປະຫວັດສາດ, ທໍາມະຊາດຫລາຍແຫ່ງທີ່ສວາຍງາມຈິ່ງໄດ້ກາຍເປັນເປົ້າໝາຍສາຍຕາຂອງນັກທ່ອງທ່ຽວຢາກມາຢ້ຽມຢາມທ່ຽວຊົມ,
ກອງປະຊຸມຮ່ວມກັບສູນບໍລິການຈັດຫາງານ ແລະບໍລິສັດຈັດຫາງານ, ຄັ້ງວັນທີ 19 ພະຈິກ 2021, ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ), ມີບັນດາຫົວໜ້າກົມ, ຮອງກົມ ແລະບັນດາບໍລິສັດຈັດຫາງານເຂົ້າຮ່ວມ.
ນັກສຶກສາປີ 3-ປີ 4 ຂອງວິທະຍາໄລຄູ ແຂວງຫຼວງພະບາງ 40 ຄົນ ສາຍວິທະຍາສາດທໍາມະຊາດ ແລະຄອມພິວເຕີໄດ້ເຂົ້າຮ່ວມທັດລອງປະຕິບັດຕົວຈິງກັບມະຫາວິທະຍາໄລແຫ່ງຊາດ ຊິ໋ນ ຈູ ສ.ເກົາຫຼີ ຜ່ານລະບົບອອນລາຍຊຶ່ງຈັດຂຶ້ນໃນວັນທີ 22-26 ພະຈິກ 2021
ເຊົ້າວັນທີ 19 ພະຈິກ 2021 ອົງຄະນະພັກທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 3
ຕອນເຊົ້າວັນທີ 22 ພະຈິກ 2021, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ສະໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ຈີນ ຄົບຮອບ 30 ປີ ໃນຮູບແບບທາງໄກ,