ເດືອນໜ້າກຽມພົບງານໃຫຍ່ວາງສະແດງຜະລິດຕະພັນເຟີນີເຈີໄມ້

 ເພື່ອປະຕິບັດຕາມທິດນະໂຍບາຍໃນການສົ່ງເສີມການຜະລິດເຄື່ອງເຟີນີເຈີ ໄມ້ລາວທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະຈຳໜ່າຍສິນຄ້າໄດ້ທັງພາຍໃນແລະຕ່າງປະເທດ

ປະທານປະເທດເປັນກຽດເຂົ້າຮ່ວມເປີດໃຊ້ທາງດ່ວນເສັ້ນທາງທຳອິດແຕ່ວຽງຈັນ-ວັງວຽງ

  ຕອນເຊົ້າວັນທີ 20 ທັນວາ 2020 ໄດ້ມີພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ຂຶ້ນທີ່ດ່ານເກັບເງິນສີເກີດເມືອງນາຊາຍທອງ ນະຄອນຫຼວງວຽງ ຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ,

ຮ້ານແລກປ່ຽນ-ໂອນເງິນດ່ວນ ເຊື່ອມຊຶມວຽກຕ້ານຟອກເງິນ

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງຈັດຕັ້ງການເຜີຍແຜ່ວຽກງານຕ້ານການຟອກເງິນ ແລະການສະໜອງທຶນໃຫ້ເເກ່ການກໍ່ການຮ້າຍ (AML /CFT) ແລະບັນດານິຕິກໍາທີ່ຕິດພັນໃຫ້ແກ່ບັນດາຮ້ານແລກປ່ຽນເງິນຕາ ແລະບໍລິສັດໂອນເງິນດ່ວນໃນວັນທີ 17 ທັນວາ2020 ທີ່ຫ້ອງປະຊຸມສະຖາບັນການທະນາຄານ

ສຳມະນາ ການປູກມອນ-ລ້ຽງມ້ອນ

 ສະຖາບັນນິເວດວິທະຍາ ແລະເຕັກໂນໂລຊີຊີວະພາບກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕຮ່ວມກັບບໍລິສັດສອງມືນາງຈຳກັດ ແລະມະຫາວິທະຍາໄລຊູໂຈ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບການປູກມອນ-ລ້ຽງມ້ອນ ໃນໂຄງການຮ່ວມມືພັດທະນາການປູກມອນ-ລ້ຽງມ້ອນ ເປັນອຸດສາຫະກຳ ແລະທັນສະໄໝ

ຄະນະສະພານະຄອນຫຼວງວຽງຈັນ ລົງຢ້ຽມຍາມສວນວັດທະນະທຳຊຽງຄວນ

 ວັນທີ17 ທັນວ່າ 2020 ຜ່ານມາຄະນະເລຂາທິການສະພາປະຊາຊົນນະຄອນຫຼວງວຽງຈັນລົງຢ້ຽມຍາມແຫຼງທ່ອງທ່ຽວຊວນວັດທະນະທຳຊຽນຄວນນຳໂດຍທ່ານນາງ ຄຳຟອງ ພຸມວົງໄຊ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ,

ລາວ-ຍີ່ປຸ່ນ ຜັນຂະຫຍາຍຮ່ວມມືເຕັກນິກວິຊາການ

  ວັນທີ 16 ທັນວາ 2020 ທີ່ກະຊວງການຕ່າງປະເທດ,ໄດ້ມີພິທີລົງນາມຈົດໝາຍແລກປ່ຽນລະຫວ່າງລາວ ແລະຍີ່ປຸ່ນ (Exchange Notes) ເພື່ອຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມືດ້ານເຕັກນິກ-ວິຊາການລະຫວ່າງອາຊຽນ-ຍີ່ປຸນ ທີ່ໄດ້ລົງນາມກັນໃນເດືອນພຶດສະພາຜ່ານມາ,

ສພຂ ຫຼວງພະບາງ ປະຊຸມທ້າຍທັນສະໄໝ

  ສະພາປະຊາຊົນແຂວງ (ສພຂຫຼວງພະບາງໄດ້ເປີດກອງປະຊຸມທ້າຍສະໄໝຊຸດທີ I ໃນວັນທີ 16 ທັນວາ 2020 ໂດຍການເປັນປະທານຂອງທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ,

ສະຫວັນ ຜ່ານຮ່າງປັບປຸງແຜນຜັງເທສະບານ 2 ເມືອງ

  ເມື່ອອາທິດຜ່ານມີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສໍາມະນາຜ່ານຮ່າງກ່ຽວກັບການສຶກສາທົບທວນ ແລະປັບປຸງແຜນຜັງຊີ້ນໍາລວມ ແລະການວາງແຜນຜັງລະອຽດເທສະບານນະຄອນໄກສອນ ພົມວິຫານ 

ໄຊຍະ ກຽມຈັດງານບຸນຊ້າງ 2021

  ໃນຕອນບ່າຍຂອງວັນທ 15 ທັນວາ ຜ່ານມາທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຈັດງານບຸນຊ້າງປະຈໍາປີ 2021 ຂຶ້ນ,ໂດຍການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ,ມີຫົວໜ້າ,ຮອງຫົວໜ້າພະແນກການ,

ຮອງນາຍົກ ລົງກວດກາຈຸດສ້າງຂົວລາວ-ໄທ ແຫ່ງທີ 5 ຄາດລົງມືຕົ້ນເດືອນໜ້າ

  ໃນວັນທີ 15 ທັນວາ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງແຜນການ ແລະການລົງທຶນພ້ອມດ້ວຍຄະນະ ແລະການນຳແຂວງບໍລິຄຳໄຊ ລົງຢ້ຽມຢາມພື້ນທີ່ຈຸດທີ່ຈະສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຊຶ່ງເຊື່ອມຕໍ່ລະຫວ່າງແຂວງບໍລິຄຳໄຊປະເທດລາວ