ເປີດເປັນທາງການແຫຼ່ງທ່ອງທ່ຽວນໍ້າຕົກຕາດແດນພູສູງ

  ພິທີເປີດໃຫ້ບໍລິການແຫຼ່ງທ່ອງທ່ຽວນໍ້າຕົກຕາດແດນພູສູງຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2019 ນີ້ ທີ່ບ້ານນໍ້າເຕີບ ເມືອງສົບເບົາ ແຂວງຫົວພັນ ເຂົ້າຮ່ວມເປີດປ້າຍ ແລະລັ່ນຄ້ອງມີທ່ານ ອຳພອນ ຄຳປັນຍາ ຮອງເລຂາພັກເມືອງເມືອງສົບເບົາ

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫຼີ ຄັ້ງປະຖົມມະລຶກ

 ວັນທີ 27 ພະຈິກ 2019, ພະນະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ນໍາພາຄະນະຜູ້ແທນ ສປປ ລາວເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-.ເກົາຫຼີ ຄັ້ງປະຖົມມະລຶກທີ່ນະຄອນປູຊານ.ເກົາຫຼີ ຊຶ່ງມີບັນດາຜູ້ນຳຈາກປະເທດສະມາຊິກແມ່ນໍ້າຂອງ-.ເກົາຫຼີ 

ເປີດບໍລິສັດ ລາວເນເຊີນນໍເພເມັ້ນເນັດເວີກ

 ວັນທີ 25 ພະຈິກ 2019 ທີ່ໂຮງ ແຮມຄຣາວພາຊ່າ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດໂຕບໍລິສັດລາວເນເຊີນ ນໍເພເມັ້ນເນັດເວີກ ຈຳກັດ ແລະ ເປີດໂຕຜະລິດຕະພັນໂອນເງິນຂ້າມທະນາຄານ ໂດຍຜ່ານຕູ້ເອທີເອັມໃຫ້ກຽດເຂົ້າຮ່ວມ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, 

ເຊກອງ ໄຂ້ຍຸງກວ່າ 740 ກໍລະນີ

 ພະຍາດໄຂ້ຍຸງລາຍເປັນເຊື້ອພະຍາດທີ່ຮ້າຍແຮງຕໍ່ຊີວິດໃນໄລຍະຜ່ານມາແມ່ນມີການລະບາດທີ່ມີໂຕເລກສູງກວ່າປີຜ່ານມາ, ແຂວງເຊກອງນັບແຕ່ວັນທີ 1 ມັງກອນ 2019 ຮອດປະຈຸບັນອາທິດ ທີ 41 ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 742 ກໍລະນີແຕ່ບໍ່ມີຜູ້ເສຍຊີວິດ, ໃນນີ້ຫຼາຍສຸດແມ່ນເມືອງລະມາມມີ 563 ກໍລະນີ.

ມອບລົດ TOYOTA VIOS ລາງວັນໂຄງການຍິ້ມຮັບ 3 ລະດູຂອງ JDB

  ໃນຕອນເຊົ້າວັນທີ 22 ພະຈິກ 2019 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນານະຄອນຫຼວງວຽງຈັນ ໄດ້ຈັດພິທີມອບລົດເກງ TOYOTA VIOS ໃຫ້ລູກຄ້າຜູ້ໂຊກດີທີ່ໃຊ້ບໍລິການຜະລິດຕະພັນຂອງທະນາຄານຮ່ວມພັດທະນາເປັນກຽດເຂົ້າຮ່ວມໂດຍ

ສກຈຮ ຈຳປາສັກ ຍົກລະດັບດ້ານການເງິນໃຫ້ລູກຄ້າ

  ເພື່ອໃຫ້ຄວາມຮູ້ທາງດ້ານການເງິນ ແລະວິທີການໃຊ້ຈ່າຍຢ່າງຖືກວິທີໃນການນໍາໃຊ້ແຫຼ່ງທຶນທີ່ໄດ້ມາໃຫ້ລູກຄ້າຊັ້ນດີດັ່ງນັ້ນເມື່ອວັນທີ 23 ພະຈິກ ຜ່ານມາສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກ ( ສກຈຮ ) 

ເຂື່ອນເຊຂະໝານ 1 ສ້າງທາງໃຫ້ເມືອງຊານໄຊ ມູນຄ່າ 6 ຕື້ກວ່າກີບ

   ເສັ້ນທາງແຕ່ເທດສະບານເມືອງຊານໄຊ ຫາເຂື່ອນເຊຂະໝານ 1 ໄດ້ສຳເລັດການກໍ່ສ້າງຢ່າງເປັນທາງການແລ້ວພາຍຫຼັງໄດ້ເລີ່ມລົງມືການກໍ່ສ້າງມາແຕ່ຄັ້ງວັນ ທີ 20 ພະຈິກ 2017 ເປັນຕົ້ນມາ ທາງດັ່ງກ່າວເປັນເສັ້ນທາງປູຢາງມີ ຄວາມຍາວ 6 ກິໂລແມັດ,

ຍອດເສຍຫາຍເຫດແຜ່ນດິນໄຫວຢູ່ໄຊຍະ 2 ຕື້ກວ່າກີບ

 ເຫດການແຜ່ນດິນໄຫວວັນທີ 21 ເດືອນພະຈິກ 2019 ຜ່ານມານີ້ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງລັດ ແລະພໍ່ແມ່ປະຊາຊົນ 2 ເມືອງຄືເມືອງຫົງສາ ແລະເມືອງໄຊສະຖານ ແຂວງໄຊຍະບູລີ ລວມມູນຄ່າ 2 ຕື້ກວ່າກີບ.

ສະຫວັນເຜີຍແຜ່ນິຕິກຳກໍ່ສ້າງຮາກຖານການເມືອງ

 ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງຂອງແຂວງສະຫວັນນະເຂດໄດ້ຈັດຂຶ້ນຫວ່າງບໍ່ດົນຜ່ານມານີ້,

ເປີດງານວາງສະແດງການຮ່ວມມືເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

  ໃນລະຫວ່າງວັນທີ 25-28 ພະຈິກ 2019 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດງານວາງສະແດງການຮ່ວມືເສດຖະກິດແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ 2019 ໂດຍການເຂົ້າ ຮ່ວມຂອງທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ,