ວັນທີ 27 ເມສາ 2021 ທີ່ຫ້ອງວ່າການເມືອງນາກາຍ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຂຶ້ນລະຫວ່າງການນໍາຂັ້ນແຂວງ ແລະຂັ້ນເມືອງຕໍ່ກັບມາດຕະການຄວບຄຸມ ປ້ອງກັນ ແລະສະກັດກັ້ນຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19
ກົມອຸຕຸນິຍົມ ແລະອຸທົກກະສາດແຈ້ງເຕືອນເພື່ອເຝົ້າລະວັງສະພາບອາກາດຮ້ອນເອົ້າຫຼາຍ ແລະພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ-ລົມພັດແຮງໃນໄລຍະວັນທີ 05 ຫາ 09 ພຶດສະພາ 2021ນີ້ ເນື່ອງຈາກຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ,
ບໍລິສັດ ແສງຈະເລີນສັບ ອະສັງຫາລິມະຊັບ ຈຳກັດຜູ້ດຽວ ຮ່ວມກັບໝູ່ເພື່ອນສົບທົບຊື້ເຄື່ອງອຸປະກອນການແພດ ແລະອາຫານໃຫ້ແພດໝໍເພື່ອເປັນການຊຸກຍູ້ຊ່ວຍເຫຼື່ອແບ່ງເບົາໃຫ້ແພດໝໍໄດ້ມີກຳລັງ ແລະປະຕິບັດໜ້າທີ່
ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ຖະແຫຼງຕໍ່ສື່ມວນຊົນປະຈຳວັນຈັນ ວັນທີ 3 ພຶດສະພາ ປີ 2021 ນີ້ວ່າສະພາບການລະບາດຂອງພະຍາດ COVID-19 ຢູ່ໃນໂລກ,
ພະແນກຕຳຫຼວດປ້ອງກັນເສດຖະກິດຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ກັກຕົວຜູ້ລັກລອບຫຼິ້ນການພະນັນ (ຫຼິ້ນໄພ້) ຢູ່ຮ້ານກິນດື່ມແຫ່ງໜຶ່ງໃນເຂດບ້ານດອນໃໝ່ ເມືອງໄຊຍະບູລີ ໄປສຶກສາອົບຮົມກ່າວເຕືອນ ແລະປັບໃໝຕາມລະບຽບການໃນວັນທີ 22 ເມສາຜ່ານມາ.
ທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນໄກສອນ ພົມວິຫານ ຄະນະສະເພາະກິດປ້ອງກັນສະກັດກັ້ນຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ຂັ້ນ ແຂວງທັງເປັນປະທານຄະນະສະເພາະກິດປ້ອງກັນສະກັດກັ້ນຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ
ທ່ານ ບຸນພັນ ວົງສຳພັນ ປະທານສະມະຄົມນັກທຸລະກິດໜຸ່ມເມືອງວັງວຽງພ້ອມດ້ວຍຄະນະ ແລະສະພາການຄ້າເມືອງວັງວຽງເຫັນຄວາມເປັນຫ່ວງເປັນໃຍຕໍ່ພໍ່ແມ່ປະຊາຊົນ ແລະ ລຸກຫລານຊາວເມືອງວັງວຽງ ແຂວງວຽງຈັນ ທີ່ກໍາລັງເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງເຊື້ອພະຍາດໂຄວິດ-19
ເພື່ອເປັນການຕ້ານ ແລະສະກັດກັ້ນໂຄວິດ-19 ທີ່ກໍາລັງແຜ່ລະບາດໄປທົ່ວເກືອບທຸກແຂວງຂອງລາວເຮົາຢູ່ໃນຂະນະນີ້ໂດຍສະເພາະແມ່ນຢູ່ພາຍໃນແຂວງຫຼວງພະບາງໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແລະຮ້ານກາເຟປະຊານິຍົມ
ນໍ້າໃຈຄົນລາວບໍ່ເຄີຍຖີ້ມກັນ ຊົມເຊີຍ ນາງ ນັດທະມົນ ແກ້ວໝູຈັນ ທີ່ເພິ່ນມີນໍ້າໃຈຈິດໃຈດີຊ່ວຍເຫຼືອແບ່ງເບົາສັງຄົມໃນຍາມລຳບາກໂດຍສະເພາະຊ່ວງວິດກິດໂລກລະບາດພະຍາດໂຄວິດ-19 ເພິ່ນກໍ່ໄດ້ນໍາເອົາຂອງກິນຈຳນວນໜຶ່ງແຈກໃຫ້ທາງປະຊາຊົນນັກສຶກສາ ແລະທະຫານຕໍາຫຼວດທີ່ກຳລັງປະຕິບັດໜ້າທີ່.
ຊົມເຊີຍ ຄົນລາວທີ່ມີນໍ້າໃຈ ແລະຊ່ວຍເຫຼືອກັນໃນຍາມວິກິດໂດຍສະເພາະຊ່ວງໂລກລະບາດພະຍາດໂຄວິດ-19 ທ່ານ ຈັນທະນູສອນ ອຸດົມ ເຈົ້າຂອງຫ້ອງແຖວບ້ານທົ່ງປົ່ງຂ້າງໂຮງໝໍປົ່ວຕາເພິ່ນໄດ້ແຈ້ງຈະບໍ່ເກັບຄາເຊົາຈົນໂຄວິດຈະຫາຍຈາກບ້ານເຮົາເຮັດໃຫ້ປະຊາຊົນທຳມາຫາກິນໄດ້.