ເຊກອງປະກາດຈົບຊັ້ນມັດທະຍົມຕອນຕົ້ນ

  ເຮັດໄດ້ຕາມຄາດສໍາລັບແຂວງເຊກອງໃນພາລະກິດລຶບລ້າງຄົນກືກໜັງສືສາມາດປະກາດເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນພາກບໍາລຸງໄດ້ແລ້ວໃນຂະນະນີ້ພາຍຫຼັງໄດ້ດໍາເນີນການຮຽນ-ການສອນໃຫ້ປະຊາຊົນນັບແຕ່ປີ 2014 ເປັນຕົ້ນມາ.

ລັດຖະມົນຕີກະຊວງແຮງງານໃຫ້ການຊ່ວຍເຫຼືອຊາວບ້ານແອ່ງ

    ວັນທີ 14 ກໍລະກົດ 2020 ນີ້ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມພ້ອມດ້ວຍຄະນະໄດ້ລົງພື້ນທີ່ຕົວຈິງໃນການຊຸກຍູ້ໃຫ້ກໍາລັງໃຈປະຊາຊົນບ້ານນໍ້າແອ່ງເມືອງວຽງພູຄາ ແຂວງຫຼວງນໍ້າທາທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ

ຄະນະກຳມະການແຫ່ງຊາດດ້ານໂພສະນາການປະຊຸມວຽກກາງປີ

   ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການເພື່ອທົບທວນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີແລະແຜນການ 6 ເດືອນ ທ້າຍປີ 2020, ທ່ານ ຮສດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດດ້ານໂພຊະນາການ,

ນັກທຸລະກິດລາວລົງທຶນ 6 ລ້ານກວ່າໂດລາ ສ້າງແຫຼ່ງທ່ອງທ່ຽວນໍ້າປ່ຽນຢໍລະປ່າ

   ກຽມສຳຜັດແຫຼ່ງທ່ອງທ່ຽວແຫ່ງໃໝ່ທີ່ເຕັມໄປດ້ວຍຫຼາຍກິດຈະກຳຄວາມມ່ວນຊື່ນທີ່ແຫຼ່ງທ່ອງທ່ຽວນໍ້າປ່ຽນຢໍລະປ່າຊຶ່ງປະຈຸບັນນັກທຸລະກິດລາວລົງທຶນພັດທະນາເພື່ອເຮັດເປັນແຫຼ່ງທ່ອງທ່ຽວຄົບວົງຈອງທັນສະໄໝ່ລວມມູນຄ່າກໍ່ສ້າງ 6 ລ້ານກວ່າໂດລາ ແລະກຽມເປີດບໍລິການເດືອນສິງຫາທີ່ຈະມາເຖິງນີ້.

ຜົນການປະກວດ ເຮວີຄວີນລາວສາວອວບ 2020

  ໂຄງການປະກວດສາວອວບອ້ວນ ເຮວີຄວີນລາວສາວອວບ 2020 (HeavyQueenLaos 2020) ຖືເປັນອີກໜຶ່ງປາກົດການໃໝ່ໃນເວທີປະກວດນາງສາວງາມ ເປັນການເປີດໂອກາດໃຫ້ສາວອ້ວນ, ສາວຮູບຮ່າງໃຫຍ່ໄດ້ມາສະແດງສັກກະຍະພາບຄວາມຮູ້ຄວາມສາມາດ,

2 ພາກສ່ວນຮ່ວມມືເປີດໃຊ້ບໍລິການຊຳລະມູນຄ່າໂທລະສັບ

   ທະນາຄານເອຊີລີດາລາວ ຈໍາກັດ ຮ່ວມກັບບໍລິສັດ ອີທີແອລ ຈຳກັດ ເປີດໂຕບໍລິການໃໝ່ເອົາໃຈຜູ້ໃຊ້ມືຖືໂດຍການຕື່ມມູນຄ່າໂທຜ່ານ ACLEDA ToanChet (ທັນ ໃຈ) ໃນຕອນເຊົ້າວັນທີ 13 ກໍລະກົດ 2020 ຢູ່ທີ່ທະນາຄານເອຊີລີດາລາວ ຈໍາກັດ

ນວ ປ່ອຍປາ ແລະສັດປ່າຄືນສູ່ທຳມະຊາດ

   ເນື່ອງໃນໂອກາດວັນປ່ອຍປາ ແລະອະນຸລັກສັດນໍ້າ-ສັດປ່າແຫ່ງຊາດພະແນກກະສິກໍາ ແລະປ່າໄມ້ນະຄອນຫຼວງວຽງຈັນ (ນວຮ່ວມກັບຫ້ອງການກະສິກໍາ ແລະປ່າໄມ້ເມືອງສີສັດຕະນາກ ໄດ້ຈັດພິທີປ່ອຍປ່າ ແລະອະນຸລັກສັດນໍ້າ-ສັດປ່າວັນທີ 13 ກໍລະກົດ 2020 ທີ່ຄອງບຶງທາດຫຼວງ (ເຂດບ້ານດອນກອຍ)

  ນັບວ່າເປັນເລື່ອງທີ່ດີຂອງສະຫະກອນສົ່ງເສີມກະສິກໍາເມືອງຫົງສາກຸ່ມປູກພືດຜັກອິນຊີ ເມືອງໄຊຍະບູລີ ແລະຄະນະຊາວໜຸ່ມເມືອງປາກລາຍໃນຖານະເປັນຕົວແທນຊາວ ໜຸ່ມ-ໄວໜຸ່ມ ທົ່ວເມືອງປາກລາຍ ໃນເມື່ອມີບໍລິສັດເມືອງລາວສະໜອງສະບຽງອາຫານຈໍາກັດມາຮ່ວມລົງທຶນສັນຍາເກັບຊື້ພືດຜັກຂອງກຸ່ມສະຫະກອນສົ່ງເສີມ

ນະຄອນຫຼວງພະບາງປະກາດ 72 ບ້ານ ຢຸດຕິຖ່າຍຊະຊາຍ

ຫ້ອງການສາທາລະນະສຸກນະຄອນຫຼວງພະບາງໄດ້ຈັດພິທີປະກາດຢັ້ງຢືນບ້ານຢຸດຕິການຖ່າຍຊະຊາຍ (ODF) ຈໍານວນ 72 ບ້ານ ຂຶ້ນໃນວັນທີ 10 ກໍລະກົດ 2020 ຢູ່ຫ້ອງປະຊຸມໃຫຍ່ ນະຄອນຫຼວງພະບາງ ໂດຍເປັນປະທານຮ່ວມຂອງ ທ່ານດຣ ບຸນທຽມ ສີພາດາ ຮອງຫົວໜ້າພະແນກສາທາລະນະສຸກ

ເຂື່ອນນໍ້າກົງປະຕິບັດໜ້າທີ່ວຽກມີຄວາມຄືບໜ້າ

  ວັນທີ 11 ກໍລະກົດ 2020 ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ພ້ອມຄະນະນຳໄດ້ລົງມາຕິດຕາມ ແລະຊຸກຍູ້ບາງບັນຫາກ່ຽວກັບໂຄງ ການກໍ່ສ້າງເຄື່ອນຜະລິດພະລັງງານໄຟຟ້າຂອງບໍລິສັດຈະເລີນເຊກອງພະລັງງານຈຳກັດເຊັ່ນ: