ຕະຫຼາດຄົນຍ່າງກາງຄືນຢູ່ນະຄອນປາກເຊກຽມເປີດທ້າຍເດືອນນີ້

ຂ່າວ: ໂພທິຣາຊ ນສພ ເສດຖະກິດ-ສັງຄົມ  

 ກຽມສໍາຜັດກັບບັນຍາກາດໃໝ່ໃນຄະຄອນປາກເຊ ກໍຄືຄວາມສວຍງາມ ແລະໂດດເດັ່ນເປັນພິເສດສໍາຫຼັບນັກທ່ອງທ່ຽວພາຍຫຼັງທີ່ບໍລິສັດ ດວງດີ ພຣາຊາ ຈໍາກັດຜູ້ດຽວໄດ້ເຂົ້າພັດທະນາເນື້ອທີ່ເຂດບ້ານພັດທະນາຫຼັກເມືອງເປັນຕະຫຼາດຄົນຍ່າງກາງຄືນຊຶ່ງປະຈຸບັນໂຄງການກໍ່ສ້າງຈຸດວົງວຽນທ່າສະລາຄໍາໃກ້ສໍາເລັດ 100% ພ້ອມເປີດຈະໃຫ້ບໍລິການໃນທ້າຍເດືອນນີ້.

ມອບເຄື່ອງໃຫ້ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ

ຂ່າວ: ສຸກສະໄໝ - ນສພ ເສດຖະກິດ-ສັງຄົມ

    ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານຂະບວນການກີລາຢູ່ກົມພົວພັນຄົນເຊື້ອຊາດລາວ, ກະຊວງການຕ່າງປະເທດໃຫ້ເປັນຂະບວນການຟົດຟື້ນ, ໃນວັນທີ 28 ມັງກອນຜ່ານມາ  ທ່ານ ສີສະຫວັນ ສຸກກະເສີມ ທີ່ປຶກສາມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ

ສຳເລັດ 60 ເປີເຊັນ ສ້າງສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ

ຂ່າວ: ສີເວດ - ນສພ ເສດຖະກິດ-ສັງຄົມ

   ໂຄງການກໍ່ສ້າງສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ ພາຍຫັຼງທີ່ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ປີ 2017 ເຊິ່ງມາຮອດປະຈຸບັນໜ້າວຽກທັງໝົດສະເລ່ຍໄດ້ແລ້ວ 60% ທັງນີ້ຄາດວ່າພາຍໃນເດືອນກັນຍາ 2019 ນີ້ຈະໃຫ້ສຳເລັດສົມບູນໂດຍມີມູນຄ່າກໍ່ສ້າງເກືອບ 20 ຕື້ກີບ.

ຈຳປາສັກໃຫ້ 5 ບໍລິສັດສືບຕໍ່ໂຄງການປັບປຸງສິ່ງແວດລ້ອມນະຄອນປາກເຊ

ຂ່າວ: ໂພທິຣາຊ - ນສພ ເສດຖະກິດ-ສັງຄົມ

    ອໍານາດການປົກຄອງແຂວງຈໍາປາສັກ ໄດ້ອະນຸມັດໃຫ້ 5 ບໍລິສັດເອກຊົນພາຍໃນເຂົ້າພັດທະນາບັນດາກິດຈະກໍາຕ່າງໆທີ່ພົວພັນກັບໂຄງການປັບປຸງສິ່ງ ແວດລ້ອມໃນນະຄອນປາກເຊພາຍຫຼັງທີ່ໂຄງການດັ່ງກ່າວໄດ້ມີການຈັດຕັ້ງປະຕິບັດມາກ່ອນແລ້ວໄດ້ 76%.

ບໍລິຄຳໄຊເລັ່ງສ້າງທາງເທສະບານປາກຊັນໃຫ້ສຳເລັດ 2 ເສັ້ນໃນປີນີ້

ຂ່າວ: ວົງເພັດ - ນສພ ເສດຖະກິດ-ສັງຄົມ

 ທ່ານ ໄກ່ທອງ ອານຸສິນ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາປະຊາຊົນແຂວງຊຸດທີ I ໃນວັນທີ 30 ມັງກອນຜ່ານມານີ້ວ່າ: ໂຄງການກໍ່ສ້າງເສັ້ນທາງເທສະບານປາກຊັນ I (ເຂດຕົວເມືອງປາກຊັນເກົ່າ)

ດ່ານຂົວມິດຕະພາບນ້ຳເຫືອງ ເກັບລາຍຮັບໄດ້ 308,5 ຕື້ກີບ ປີນີ້ວາງຕົວເລກເປົ້າໝາຍເພີ່ມຂື້ນ

(ນສພ ເສດຖະກິດ-ສັງຄົມ)

  ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ໃນວັນ ທີ 30 ມັງກອນ 2019 ນີ້, ທີ່ຫ້ອງປະຊຸມດ່ານ. ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ສີສຸວັນ ຫົວໜ້າກອງຄຸ້ມຄອງພາສີ III ແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າ, ຫົວໜ້າໜ່ວຍງານ ແລະ ພະນັກງານພາສີປະຈໍາດ່ານເຂົ້າຮ່ວມ.

ຖອດຖອນບົດຮຽນວຽກງານຫຼັກຊັບ

ຂ່າວ: ວົງມະນີ - ນສພ ເສດຖະກິດ-ສັງຄົມ  

   ວັນທີ 31 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ ຕະຫຼາດຫຼັກຊັບລາວ (ຕລຊລ) ຮ່ວມກັບບໍລິສັດຫຼັກຊັບໄທໄດ້ຈັດງານສໍາມະນາແລກປ່ຽນປະກົບການພາຍໃຕ້ຫົວຂໍ້ “ປະສົບການໃນການພັດທະນາວຽກງານຫຼັກຊັບ ແລະການສົ່ງເສີ່ມສະພາບຄ່ອງໃນຕະຫຼາດຫຼັກຊັບລາວ” ໂດຍການເຂົ້າຮ່ວມຂອງທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ, ທ່ານ ນາງ ພັດທີຣາ ດິລົກຣຸ່ງທີຣະພົບ ປະທານສະມາຄົມບໍລິສັດຫຼັກຊັບໄທ

ສະຫະກອນຜູ້ຜະລິດກາເຟສ້າງອາຄານຮຽນໃຫ້ນັກຮຽນ

ຂ່າວ: ໂພທິຣາຊ - ນສພ ເສດຖະກິດ-ສັງຄົມ     

  ເປັນການສຶບຕໍ່ເຫຼືອທັງເປັນການປະກອບສ່ວນຢ່າງຕັ້ງໜ້າຕໍ່ການພັດທະນາການສຶກສາໃຫ້ກ້າວໄກທີ່ທາງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນໄດ້ປະຕິບັດໃນຜ່ານມາ ແລະບໍ່ດົນມານີ້ກໍ່ໄດ້ທໍາການມອບອາຄານຮຽນຫຼັງໃໝ່ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານພູ ມອນ ເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອນໍາໃຊ້ເຂົ້າໃນການສຶກສາຮໍ່າຮຽນ.

35 ຫົວໜ່ວຍຮ່ວມວາງສະແດງທີ່ຕະຫຼາດນັດກຳແພງເມືອງ

ນສພ ເສດຖະກິດ-ສັງຄົມ

  ວັນທີ 30 ມັງກອນຜ່ານມາທີ່ແຫຼ່ງທ່ອງທ່ຽວກຳແພງເມືອງວຽງຈັນ ບູຮານບ້ານໜອງໄຮ ໄດ້ມີພິທີເປີດງານຕະຫຼາດນັດວາງສະແດງຂາຍຜະລິດຕະພັນສິນຄ້າກະສິກຳ, ອຸດສາຫະກຳ, ຫັດຖະກຳຂອງຄອບຄົວຕົວແບບ ແລະສິນຄ້າໂອດັອບຄັ້ງທີ V ປະຈຳປີ 2019 ຂອງເມືອງຫາດຊາຍຟອງໂດຍເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ

ກວດພົບການຫັນປ່ຽນທີ່ດິນລັດບໍ່ຖືກຕ້ອງ 600 ກວ່າເຮັກຕາ ຢູ່ບໍລິຄັນ ມູນຄ່າເສຍຫາຍ 1,29 ຕື້ກີບ

ຂ່າວ: ວົງເພັດ - ນສພ ເສດຖະກິດ-ສັງຄົມ   

  ໂດຍປະຕິບັດຕາມມາດຕາ 35 ແລະ 36 ກົດໝາຍວ່າດ້ວຍການກວດກາລັດສະບັບປັບປຸງ 1 ປີຜ່ານມາອົງການກວດກາລັດແຂວງບໍລິຄຳໄຊ ໄດ້ຕັ້ງໜ້າເອົາ ໃຈໃສ່ປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອບເຂດຄວາມຮັບຜິດຊອບຂອງຕົນຕໍ່ວຽກງານຕິດຕາມກວດກາການເຄື່ອນໄຫວວຽກງານ