ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວວຽກຢູ່ກອງພັນໃຫ່ຍ 497

ໃນວັນທີ 17 ມັງກອນ 2023, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ຕິດຕາມໄປຄັ້ງນີ້ມີ ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, 

ປະທານສະພາແຫ່ງຊາດຢ້ຽມຢາມ, ພະນັກງານ-ນັກຮົບ ກອງພົນທະຫານຮາບທີ 1

ໃນວັນທີ 17 ມັງກອນ 2023 ນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນການພັກປະທານສະພາແຫ່ງຊາດ ໄດ້ເຄື່ອນໄຫວຢ້ຽມຢາມ, 

ສວຍອາກອນແຂວງຄຳມ່ວນ ປະຕິບັດລາຍຮັບໄດ້ 505.14 ຕື້ກີບ

ທ່ານ ເກດສະກັນ ແສງປະດິດ ຫົວໜ້າສ່ວຍສາອາກອນແຂວງຄໍາມ່ວນໄດ້ຕາງໜ້າໃຫ້ພະນັກງານສ່ວຍສາອາກອນປະຈໍາແຂວງລາຍງານກ່ຽວກັບການຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນໃນຕະຫຼອດໄລຍະປີ 2022 ຜ່ານມາຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າ: 

ກອງປະຊຸມສະຫຼຸບວຽກງານແຜນການ ແລະການລົງທຶນທົ່ວປະເທດ

ກະຊວງແຜນການແລະການລົງທຶນ (ຜທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2022 ແລະ 

ຮອງປະທານປະເທດ ຊີ້ນຳວຽກງານຢູ່ແຂວງຈຳປາສັກ

ໃນວັນທີ 16 ມັງກອນ 2023 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະຊີ້ນຳວຽກງານ ຢູ່ແຂວງຈຳປາສັກ 

ຮອງນາຍົກລັດຖະມົນຕີ ຢ້ຽມຢາມວິທະຍາຄານນາຍທະຫານບົກກົມມະດຳ

ໃນວັນທີ 16 ມັງກອນທີ່ຜ່ານມາ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ພ້ອມຄະນະລົງຢ້ຽມຢາມວິທະຍາຄານນາຍທະຫານບົກກົມມະດຳເນື່ອງໃນໂອກາດວັນສ້າງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023) 

ເຊັນສັນຍາສໍາປະທານໂຄງການກໍ່ສ້າງສູນການຄ້ານິຍົມລາວ

ພິທີເຊັນສັນຍາສໍາປະທານໂຄງການກໍ່ສ້າງສູນການຄ້າ "ນິຍົມລາວ" ໄດ້ຈັດຂຶ້ນໃນວັນທີ 12 ມັງກອນ 2023 ຢູ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນແຂວງ ຕາງໜ້າອໍານາດການປົກຄອງແຂວງບໍລິຄໍາໄຊ ເຊັນໂດຍທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, 

ທ່ານຮູ້ບໍ່ວ່າ ງານບຸນປົດປີ ຫຼື ບຸນເກຼີ ຂອງເຜົ່າກຶມມຸ ແມ່ນງານບຸນປະເພນີແນວໃດ?

ທ່ານ ຄໍາສອນ ຕາໄຊຄໍາ ນາຍບ້ານແກ້ວມະນີ ໄດ້ຍົກໃຫ້ເຫັນສະພາບລວມໂດຍຫຍໍ້ຂອງບ້ານໃນໄລຍະຜ່ານມາ.ຈາກນັ້ນກໍໄດ້ຮັບຟັງປະຫວັດຄວາມເປັນມາຂອງບຸນເກີຣ ຂອງເຜົ່າກຶ່ມມຸວ່າ: ຊຶ່ງານບຸນດັ່ງກ່າວຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງການເກັບກ່ຽວຜົນລະປູກ ແລະໄຫວ້ບູຊາບັນພະບູລຸດ 

ລັດຖະມົນຕີກະຊວງການເງິນ ຊຸກຍູ້ການຫັນໄປສູ່ດີຈິຕອນ ຂອງຂະແໜງພາສີ

ນວັນທີ 13 ມັງກອນ ທີ່ຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ໄດ້ລົງຕິດຕາມ ແລະຊຸກຍູ້ການຈັດຕັ້ງປະຕິບັດວຽກງານຫັນເປັນທັນສະໄໝກ້າວໄປສູ່ດີຈິຕອນຂອງຂະແໜງພາສີຢູ່ກົມພາສີກະຊວງການເງິນໂດຍການຕ້ອນຮັບຂອງທ່ານ ວົງວັນເພັງ ພູມສະຫວັນ 

ຈຳປາສັກ - ອຸບົນຣາຊະທານີ ຮ່ວມຈັດກິດຈະກຳສົ່ງເສີມກິລາ ແລະການທ່ອງທ່ຽວທີ່ວັດພູຈຳປາສັກ

ໃນຕອນເຊົ້າ ວັນທີ 15 ມັງກອນ 2023 ທີ່ສະຖານບູຮານວັດພູຈຳປາສັກ ມໍຣະດົກໂລກ ແຫ່ງທີ 2 ຂອງລາວ ໄດ້ເປີດງານກິດຈະກຳສົ່ງເສີມກິລາ ແລະການທ່ອງທ່ຽວ ລະຫວ່າງ ແຂວງຈຳປາສັກ ສປປ ລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊາອານາຈັກໄທ.