ພາສີສະຫວັນນະເຂດ-ກວາງຈິສືບຕໍ່ຮ່ວມມືໃນການກວດກາຈຸດດຽວ-ຄັ້ງດຽວ

  ໃນວັນທີ 17 ຕຸລາ 2019 ທີ່ໂຮງແຮມດາວສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ (ສປປ ລາວໄດ້ຈັດກອງປະຊຸມພົບປະລະຫວ່າງກອງຄຸ້ມຄອງພາສີ VI (ສປປ ລາວແລະກົມພາສີແຂວງກວາງຈິ (ສສ ຫວຽດນາມ)

ເຊັນບົດບັນທຶກຄວາມເຂົ້າໃຈບໍລິການດ້ານສຸຂະພາບຈະເລີນພັນ ເປັນມິດຕໍ່ໄວລຸ້ນ

  ບໍ່ດົນຜ່ານມານີ້ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວ ຮ່ວມກັບອົງການ Good Neighbors ເປັນອົງການພັດທະນາດ້ານມະນຸດສະທຳສາກົນສ້າງຕັ້ງຂຶ້ນໃນປະເທດ .ເກົາຫຼີ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU) ເພື່ອຊ່ວຍເຫຼືອວຽກງານສາ ທາລະນະສຸກ

ລັດກຽມສົ່ງເຂົ້າສານ 500 ກວ່າໂຕນ ຊ່ວຍເຫຼືອພາກໃຕ້

 ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ໄດ້ສະໜັບສະໜູນດ້ານໂລຈິສຕິກໃຫ້ແກ່ລັດຖະບານລາວໃນການຂົນສົ່ງເຂົ້າສຸກເສີນຈຳນວນ 500 ກວ່າໂຕນ ທີ່ລັດຖະບານສາທາ ລະນະລັດເກົາຫຼີໄດ້ໃຫ້ການຊ່ວຍເຫຼືອຜ່ານທາງ APTERR

ບໍລິສັດ ໂມກ ຈໍາກັດ ໄດ້ຈັດພິທີເປີດຫ້ອງຂາຍລົດບີວາຍດີ (BYD) ພ້ອມນໍາສະເໜີລົດໄຟຟ້າ BYD ລຸ້ນ TANG EV ເຂົ້າມາຈໍາໜ່າຍໃນປະເທດລາວ

  ບໍລິສັດ ໂມກ ຈໍາກັດ ໄດ້ຈັດພິທີເປີດຫ້ອງຂາຍລົດບີວາຍດີ (BYD) ພ້ອມນໍາສະເໜີລົດໄຟຟ້າ BYD ລຸ້ນ TANG EV ເຂົ້າມາຈໍາໜ່າຍໃນປະເທດລາວເພື່ອຮອງຮັບການຊົມໃຊ້ພະລັງງານໄຟຟ້າໃຫ້ເພີ່ມຂຶ້ນພິທີດັ່ງກ່າວມີຂຶ້ນໃນວັນທີ 19 ຕຸລາ 2019 ທີ່ຫ້ອງຂາຍລົດ BYD 

6 ບ້ານ 3 ເມືອງເຂດປ່າສະຫງວນນໍ້າປຸຍ ສ້າງຄວາມເຂັ້ມແຂງຄຸ້ມຄອງ ແລະການຄ້າໄມ້

 ກອງປະຊຸມລາຍງານຜົນການຈັດຕັ້ງປະຕິບັດໂຄງການປີ 2018-2019 ແລະປຶກສາຫາລືແຜນປະຈໍາປີ 2019-2021 ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງທາງສັງຄົມໃນວຽກງານຈັດຕັ້ງປະຕິບັດກົດໝາຍການຄຸ້ມຄອງ ແລະ ການຄ້າໄມ້ໃນເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ

ລັດຈະໃຊ້ງົບ 1,12 ພັນຕື້ກີບ ຍົກລະດັບທາງ 13 ເໜືອ ແຕ່ສີເກີດຫາໂພນໂຮງ

   ລັດຖະບານກຽມໃຊ້ງົບພັນຕື້ກວ່າກີບເພື່ອນຳໃຊ້ເຂົ້າໃນໂຄງການປັບປຸງ ແລະສ້ອມແປງເສັ້ນທາງ 13 ເໜືອແຕ່ສີເກີດນະຄອນຫຼວງວຽງຈັນ ຫາໂພນໂຮງແຂວງວຽງຈັນ ລວມໄລຍະທາງ 58 ກີໂລແມັດ ດ້ວຍການຈະຍົກລະດັບໂຄງສ້າງເປັນເບຕົງເສີມເຫຼັກ ແລະຂະຫຍາຍໜ້າທາງຕາມແລວທາງເກົ່າໃຫ້ກວ້າງອອກຕື່ມ

ສະແດງດົນຕີນຳລາຍໄດ້ຊ່ວຍຜູ້ປະສົບໄພນໍ້າຖ້ວມ

ບໍລິສັດໂຕໂຢຕ້າ ລາວ ຈໍາກັດ ໄດ້ຈັດງານສະແດງດົນຕີການກຸສົນ “ໂຕໂຢຕ້າຄລາສສິກ ຄັ້ງທີ 30” ຂຶ້ນໃນຄໍ່າ ຄືນຂອງວັນທີ 18 ຕຸລາ2019 ທີ່ຫໍວັດທະນະທຳແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ

ອະຫິວາໜູຍັງລະບາດຢູ່ 2 ບ້ານ ເມືອງຫຼວງນໍ້າທາ

  ພາຍຫຼັງທີ່ມີການລະບາດເຊື້ອພະຍາດອະຫິວາໝູຢູ່ເມືອງສິງ ໃນທ້າຍເດືອນກໍລະກົດ ປີ 2019 ນີ້ໄດ້ມີໝູຕິດເຊື້ອພະຍາດ ແລະຖືກຂ້າທໍາລາຍທັງໝົດ 4,56 ພັນໂຕ ໃນຈໍານວນ 26 ບ້ານມີ 550 ຄອບຄົວໄດ້ຮັບຜົນກະທົບຫຼ້າສຸດໃນວັນ ທີ 10 ຕຸລາ 2019 

ຈັບຊາຍ 60 ປີ ຄ້າຢາເສບຕິດ

 ໃນຕົ້ນເດືອນຕຸລາມານີ້ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີຄົນບໍ່ດີກໍາລັງເຄື່ອນໄຫວນໍາເອົາຢາເສບຕິດເຂົ້າຈໍາໜ່າຍຢູ່ໃນເທສະບານເມືອງໄຊຍະບູລີຈຶ່ງໄດ້ນໍາໜ່ວຍງານວິຊາສະເພາະລົງເຄື່ອນໄຫວອອກຕິດຕາມ,

ປະທານຟີຟາມາຢ້ຽມຢາມ ສປປລາວ

ວັນທີ 19 ຕຸລາ 2019 ຜ່ານມານີ້ ທ່ານ ເຈຍນີ ອິນຟາຕິໂນ (Gianni Infantino) ປະທານສະຫະພັນບານເຕະນາໆຊາດ ຫຼື FiFA ພ້ອມດ້ວຍຄະນະໄດ້ເດີ່ນທາງມາຢ້ຽມຢາມ ສປປລາວ ເນື່ອງໃນໂອກາດຢ້ຽມຢາມບັນດາປະເທດສະມາຊິກສະຫະບານເຕະພັນນາໆຊາດ.