ຮອງນາຍຍົກລັດຖະມົນຕີ ເຄື່ອນໄຫວວຽກກວດຄວາມຄືບໜ້າການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5

ໃນວັນທີ 12 ມິຖຸນາ 2023 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມຄະນະໄດ້ລົງຢ້ຽມຢາມໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ), ມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະຕາງຫນ້າຈາກຂະແໜງການທີ່ກ່ຽວຂ້ອງຮ່ວມ.

 

ບໍລິສັດ ພູເບ້ຍ ມາຍນິງ ສະເຫຼີມສະຫຼອງລາງວັນພະນັກງານດີເດັ່ນປະຈໍາປີ ຄັ້ງທີ 13

ໃນວັນສຸກທີ 9 ມິຖຸນາທີ່ຜ່ານມາ, ບໍລິສັດ ພູເບ້ຍ ມາຍນິງ ແລະບໍລິສັດ ແພນອອສ໌ ໄດ້ຈັດງານສະເຫຼີມສະຫຼອງມອບລາງວັນພະນັກງານດີເດັ່ນປະຈໍາປີຄັ້ງທີ 13 ເຊິ່ງຈັດຂຶ້ນທີ່ໂຮງແຮມ ຄຣາວພລາຊາ ຢູ່ນະຄອນຫຼວງວຽງຈັນ.

ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະບຸກຄົນ ຄະນະບໍລິຫານງານພັກແຂວງຫົວພັນ ກາງສະໄໝ ທີ X

ໃນວັນທີ 12 ມິຖຸນາ 2023 ຈັດກອງປະຊຸມທາບທາມຄວາມໄວ້ວາງໃຈການນໍາພາລວມ ແລະບຸກຄົນ ຄະນະບໍລິຫານງານພັກແຂວງຫົວພັນ ກາງສະໄໝທີ X, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ,ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ,

4 ເມືອງ ລາວ-ຫວຽດນາມ ພົບປະແລກປ່ຽນຂໍ້ມູນເສດຖະກິດ-ສັງຄົມ ແລະສະພາບຄວາມສະຫງົບ

ໃນວັນທີ 10 ມິຖຸນາ 2023 ທີເມືອງນຳ້ໂປ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານພັດທະນາເສດຖະກິດຂອງແຕ່ລະເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ເຂດຊາຍແດນລະຫວ່າງ ເມືອງນໍ້າໂປ, ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ກັບ 3 ເມືອງຄື: 

ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນແຫ່ງ ສ ຣັດເຊຍ

ເມື່ອບໍ່ດົນມານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ໂດຣບືເຊັຟ ອັນເດຣ ອາເລັກຊານໂດຣວິດ ທີ່ປຶກສາຄະນະອຳນວຍການ ບໍລິສັດ ອູຣານຄີມຈຳກັດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ,

ຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ XI

ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດຳເນີນຢ່າງເປັນທາງການໃນລະຫວ່າງວັນທີ 5-9 ມິຖຸນາ 2023

ກຽມຈັດສົ່ງເຂົ້າສານຈ້າວ 900 ໂຕນໃຫ້ 4 ແຂວງຂອງລາວ

ສາທາລະນະລັດເກົາຫລີ, ປະເທດອຽກລັງ ແລະຜູ້ໃຫ້ທຶນຈາກຫລາຍພາກສ່ວນໄດ້ຊ່ວຍເຫລືອເຂົ້າສານຈ້າວ 900 ໂຕນໃຫ້ກັບ ພໍ່ແມ່ປະຊາຊົນ 100.000 ກວ່າຄົນ 

ພາກລັດ ແລະພາກທຸລະກິດທ່ອງທ່ຽວກະກຽມເປີດບັ້ນໂຄສະນາປີທ່ອງທ່ຽວລາວ 2024

ກົມໂຄສະນາການທ່ອງທ່ຽວ ແລະກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຈັດກອງປະຊຸມວິຊາການເພື່ອປຶກສາຫາລືການກະກຽມເປີດບັ້ນໂຄສະນາປີທ່ອງທ່ຽວລາວ 2024 ໃນວັນທີ 8 ມິຖູນາ 2023 ທີ່ນະຄອນຫລວງວຽງຈັນ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ 

ແຂວງບໍ່ແກ້ວ ນຳເຂົ້າພືດຜັກຈຳນວນຫຼາຍ ເນື່ອງຈາກຜົນຜະລິດບໍ່ພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ

ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ປັດຈຸບັນພືດຜັກທີ່ນໍາເຂົ້າມາຂາຍພາຍໃນຕະຫລາດເທສະບານ ແຂວງບໍ່ແກ້ວ ກວມເກືອບ 70% ແມ່ນນຳເຂົ້າຈາກຕ່າງປະເທດ ສ່ວນພືດຜັກພາຍໃນແມ່ນມີພຽງບາງລາຍການເທົ່ານັ້ນ. ສະນັ້ນ, ລາຄາຊື້-ຂາຍ ພືດຜັກ ຈຶ່ງເໜັງຕີງໄປຕາມປະເທດຕົ້ນທາງທີ່ນຳເຂົ້າ 

5 ເດືອນຕົ້ນປີ ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ຂົນສົ່ງສິນຄ້າໄດ້ 1,7 ລ້ານກວ່າໂຕນ

ໃນໄລຍະ 5 ເດືອນຕົ້ນປີ 2023 ນີ້, ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ສາມາດດຳເນີນການຂົນສົ່ງສິນຄ້າຜ່ານທາງລົດໄຟ ໄດ້ທັງໝົດ 1.741.590 ໂຕນ. ໃນນີ້, ຂົນສົ່ງສິນຄ້າໄປ ສປ ຈີນ ໄດ້ 1.580.680 ໂຕນ, ຂົນສົ່ງສິນຄ້າຈາກຈີນມາລາວ 160.910 ໂຕນ, ຊຶ່ງສິນຄ້າສົ່ງອອກປະກອບມີ: