ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນການຄົ້ນຄວ້າ ແລະພັດທະນາເຕັກໂນໂລຊີດິຈິຕ໋ອນ ເພື່ອພັດທະນາເສດຖະກິດດິຈິຕ໋ອນຢູ່ ສປປ ລາວ ໄດ້ມີຂຶ້ນໃນວັນທີ 8 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ລະ ຫວ່າງລັດຖະບານລາວກັບບໍລິສັດ ລຽວບິ ສິດສະເຕັມ
ວັນທີ 8 ກຸມພາຜ່ານມາ ອີໂວ໌ສຕໍລ໌ ເປີດເປັນທາງການສູນຈຳໜ່າຍເຄື່ອງກີລາອຸປະກອນຈາກຕ່າງປະເທດ ແລະ ຍັງເປັນຜູ້ຜະລິດຈຳໜ່າຍແບຣນເຄື່ອງກີລາລາວ ໂດຍໃຫ້ກຽດເຂົ້າຮ່ວມ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາພ້ອມດ້ວຍພາກສ່ວນກ່ຽວຂ້ອງສິລະປິນລາວ ແລະສື່ມວນຊົນເຂົ້າຮ່ວມ.
ຂ່າວ: ກິ່ງລັດຕະນະ
ໃນວັນທີ 10 ກຸມພາ 2019, ສວນພຸໄທທີລະໄດ້ຈັດງານບຸນຮ່ວມໃຈມິດພຸໄທ ບຸນໄຂປະຕູເລົ້າ ຫຼື ປີໃໝ່ຊາວພຸໄທ ເພື່ອສ້າງຂະບວນການຊຸກຍູ້ ແລະ ສົ່ງເສີມປີທ່ອງທ່ຽວ ລາວ-ຈີນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພະອາ ຈານໃຫຍ່ ມະຫາງອນ ດໍາລົງບຸນ ທະຫາເຖລະເຈົ້າ ປະທານອົງການພຸດທະສາສະໜາ
ວັນທີ 11 ກຸມພາ 2019 ບໍລິສັດເບຍລາວ ຈຳກັດໄດ້ຈັດຖະແຫຼ່ງຂ່າວຜົນການໂຫວດຜະລິດຕະພັນຂອງເບຍລາວສາມລົດຊາດ ແລະ ພ້ອມທັງເປີດໂຕເບຍລາວຮູບ ແບບກະປ໋ອງໃໝ່ລຸ້ນພິເສດໃນພິທີເປັນກຽດເຂົ້າຮ່ວມຂອງ ທ່ານ ສູນທອນ ສິລິສັກ ຮອງຜູ້ອຳນວຍການບໍລິສັດເບຍລາວ, ທ່ານ ວິກເຕີຊ໋ອງ ຜູ້ອຳ ນວຍການຕະຫຼາດບໍລິສັດເບຍລາວ, ທ່ານ ສາຍສະໝອນ ຜອງຈັນທາ ຜູ້ຈັດການຝ່າຍການຕະຫຼາດບໍລິສັດເບຍລາວ ພ້ອມບັນດາຫົວໜ້າພະແນກ ແລະສື່ມວ ນຊົນເຂົ້າຮ່ວມ.
ນສພ ເສດຖະກິດ-ສັງຄົມ
ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຖືກສ້າງຕັ້ງຂຶ້ນຕາມການອະນຸຍາດຂອງລັດຖະບານລາວໃຫ້ສຳປະທານໄລຍະ 99 ປີ ໃນເນື້ອທີ່ 10 ພັນເຮັກຕາ ໂດຍແບ່ງອອກເປັນສອງເຂດຄື: ເຂດພັດທະນາ 3 ພັນເຮັກຕາ ແລະເຂດປ່າສະຫງວນ 7 ພັນເຮັກຕາ ປະຈຸບັນລົງມືພັດທະນາໄປແລ້ວເນື້ອທີ່ 1 ພັນເຮັກຕາ
ຂ່າວ: ວົງມະນີ-ນສພ ເສດຖະກິດ-ສັງຄົມ
ວັນທີ 11 ກຸມພາ 2019 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ໄດ້ຈັດພິທີສະຫຼຸບປີທ່ອງທ່ຽວລາວ 2018 ຂຶ້ນທີ່ຫໍວັດທະນະທຳແຫ່ງ ຊາດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຊີ້ນຳລະດັບຊາດ
ນສພ ເສດຖະກິດ-ສັງຄົມ
ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ວ່າ: ເພີ່ມທະວີປະສິດທິພາບຂອງການຄຸ້ມຄອງ ແລະບໍລິຫານລັດ, ພັດທະນາກົດໝາຍໃຫ້ເປັນລະບົບຄົບຊຸດ, ຈະແຈ້ງ, ເປັນເອກະພາບ, ກົມກຽວ ແລະໃຫ້ທຸກຄົນເຂົ້າເຖິງການບໍລິການຂອງລັດຢ່າງວ່ອງໄວ, ໂປ່ງໃສ, ເສີມຂະຫຍາຍປະສິດທິຜົນ ແລະຄວາມສັກສິດຂອງກົດໝາຍເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ
ນສພ - ເສດຖະກິດ-ສັງຄົມ
ວັນທີ 5 ກຸມພາ 2019 ນີ້, ກະຊວງໂຍທາທິການ ແລະຂົນສົ່ງໄດ້ຈັດຕັ້ງກອງປະຊຸມເພື່ອເຜີຍປຶ້ມຄູ່ມືກວດກາພາຍໃນສຳລັບຂະແໜງໂຍທາທິການ ແລະ ຂົນສົ່ງຂຶ້ນທີ່ຫ້ອງປະຊຸມພະແນກ ຍທຂ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ, ຈາກນີ້ກໍມີ ທ່ານ ລົດ ສຸກສີວົງໄຊ ຮອງຫົວໜ້າກົມກວດກາ, ມີບັນດາຄະນະກົມ, ຄະນະພະແນກ
ຂ່າວ: ສິດຕາ ເພັດວົງສາ-ນສພ ເສດຖະກິດ-ສັງຄົມ
ທ່ານ ນາງ ຫວັດສະດີ ສີປະເສີດ ຮອງຫົວໜ້າສ່ວຍສາອາກອນແຂວງສາລະວັນ ເປີດເຜີຍວ່າ: ຂະແໜງສ່ວຍສາອາກອນແມ່ນຂະແໜງໜຶ່ງທີ່ເຄື່ອນໄຫວ ລວມສູນຕາມສາຍຕັ້ງເປັນເສນາທິການໃຫ້ແກ່ກົມສ່ວຍສາອາກອນ, ໃນໄລຍະຜ່ານມາຄະນະພັກ, ຄະນະນຳກໍ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ ແນວຄິດ, ເພື່ອຍົກສູງຄຸນທາດການເມືອງໃຫ້ແກ່ພະນັກງານສະມາຊິກພັກ, ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ
ຂ່າວ: ກິນດາວັນ-ນສພ ເສດຖະກິດ-ສັງຄົມ
ວັນທີ 7 ກຸມພາຜ່ານມາຢູ່ພະແນກແຜນການ ແລະການລົງທຶນແຂວງສາລະວັນ ໄດ້ຈັດພິທີເຊັນສັນຍາເຊົ່າ-ສຳປະທານເນື້ອທີ່ດິນລັດເພື່ອສ້າງໂຮງງານ ແລະດຳເນີນກິດຈະການຂຸດຄົ້ນ ແລະຜະລິດຫີນ, ເພື່ອຮັບໃຊ້ການກໍ່ສ້າງ ແລະຈຳໜ່າຍທົ່ວໄປເຂດການຂຸດຄົ້ນແມ່ນຢູ່ ບ້ານນາຄູເມືອງ ແລະແຂວງສາລະວັນ ຈຳນວນ 9 ເຮັກຕາ, ໂດຍການເຂົ້າຮ່ວມຂອງທ່ານ ປອ ສະໄໝ ໂພທິສານ ຫົວໜ້າຫ້ອງວ່າການປົກຄອງແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະອະນຸກຳມະການ-ການລົງທຶນຂັ້ນແຂວງເຂົ້າຮ່ວມ,