ຂ່າວ: ໂພທິຣາຊ
ເນື້ອທີ່ດິນຂອງວິທະຍຸກະຈາຍສຽງແຂວງຈໍາປາສັກ ຈະຖືກພັດທະນາໃຫ້ກາຍເປັນສູນການຄ້າທີ່ທັນສະໄໝອີກແຫ່ງໜຶ່ງໃນອີກບໍ່ດົນນີ້ພາຍຫຼັງທີ່ອໍານາດການປົກຂອງແຂວງໄດ້ອະນຸມັດໃຫ້ບໍລິສັດ ຕັງຈະເລີນເຂົ້າທໍາການສຶກສາສໍາຫຼວດຄວາມເປັນໄປໄດ້ເພື່ອພັດທະນາເປັນຕະຫຼາດນະຄອນປາກເຊ.
(ນສພ ເສດຖະກິດ-ສັງຄົມ)
ອັດຕະປືແມ່ນອີກແຂວງໜື່ງທີ່ມີຄວາມເອົາໃຈໃສ່ຕໍ່ວຽກງານຕິດຕາມ, ກວດກາໂດຍໃນ 1 ປີ ຜ່ານມາໄດ້ຊຸກຍູ້ຕິດຕາມ, ກວດກາລັດຢ່າງປົກກະຕິສາມາດກວດກາພົບເຫັນພະນັກງານລະເມີດກົດໝາຍ 12 ຄົນ, ຍິງ 6 ຄົນ, ໃນນັ້ນສຶກສາອົບຮົມກ່າວເຕືອນ 9 ຄົນ, ລຶບຊື່ອອກຈາກລັດຖະກອນ 1 ຄົນ ແລະນຳສະເໜີໃຫ້ຂັ້ນເທິງຄົ້ນຄວ້າລຶບຊື່ 2 ຄົນ.
ຂ່າວ: ພິມພອນ
ເພື່ອຮັບປະກັນໃຫ້ການສະໜອງນ້ຳແກ່ການຜະລິດລະດູແລ້ງ ແລະລະດູຝົນທີ່ຈະມາເຖິງນີ້, ລັດຖະບານໄດ້ສະໜອງງົບສຸກເສີນຈຳນວນ 35 ຕື້ກີບ ສ້ອມແປງຊົນລະປະທານທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນລະດູຝົນຜ່ານມາໂດຍດຽວນີ້ຄືບໜ້າ ແລ້ວ 70% ແລະຄາດພາຍໃນເດືອນນີ້ຈະໃຫ້ສຳເລັດ 100%.
(ນສພ ເສດຖະກິດ-ສັງຄົມ)
ໃນວັນທີ 17 ມັງກອນຜ່ານມາ ແຂວງບໍ່ລິຄໍາໄຊ ໄດ້ຈັດພິທີເປີດງານຕະຫຼາດນັດຂາຍສິນຄ້າຕິດພັນກັບບຸນນະມັດສະການວັດພະທາດພະບາດ-ໂພນສັນ ປະຈຳປີ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນສົງ ເພັດຈະເລີນ ເຈົ້າເມືອງທ່າພະບາດ, ມີບັນດາການນໍາຂອງແຂວງ, ຂັ້ນເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ກິ່ງລັດຕະນະ
ກອງປະຊຸມປະກາດການຈັດຕັ້ງພະນັກງານສ່ວຍສາອາກອນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2019 ທີ່ຫ້ອງວ່າການການປົກຄອງ ນວ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ, ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ, ມີຮອງເຈົ້າເມືອງ 9 ຕົວເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ພິມພອນ
ບໍລິສັດຈາກົວ-ແລນໂຣເວີ ໄດ້ເປີດງານ The Above and Beyond Laos ເປັນກິດຈະກຳແຂ່ງຂັນການຂັບຂີ່ແລກປ່ຽນປະສົບການຄວາມທ້າທາຍ ຂອງຫຍີ່ຫໍ້ແລນໂຣເວີເພື່ອໃຫ້ບັນດາລູກຄ້າໄດ້ເຂົ້າເຖິງວິທີການໃນການຂັບແບບທ້າທາຍການຄວບຄຸມ ແລະຂັບເຄື່ອນທາງແຄບຜ່ານການແຂ່ງຂັນນັກຂັບຂີ່ທີ່ໃຊ້ເວລາໜ້ອຍທີ່ສຸດໄດ້ຮັບຊະນະເລີດແຂ່ງຂັນແບບ Ring Fence ແລະ Auto Test ໄດ້ແກ່ທ້າວ ອະຣິຍະ ວິຣະບຸດ ແລະ ນາງ ວະລິສາ ດາວສະຫວັນ.
(ນສພ ເສດຖະກິດ-ສັງຄົມ)
ໃນວັນທີ 21 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບຫຼັກການ ແລະເງື່ອນໄຂການອະນຸມັດການລົງທຶນປູກໄມ້ອຸດສາ ຫະກຳໃນເນື້ອທີ່ປ່າໄມ້ຊຸດໂຊມຢູ່ເຂດປ່າຜະລິດແຫ່ງຊາດໂດຍເຂົ້າຮ່ວມມີທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດ, ມີທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ພະແນກການ, ຕາງໜ້າບໍລິສັດສະໂຕຣາແອນໂຊລາວຈຳກັດ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ພິມພອນ
ພິທີວາງສີລາລຶກໂຄງການກໍ່ສ້າງສູນຄົ້ນຄວ້າວິໄຈຢາງພາລາ ແລະພືດກະສິກຳລາວໄດ້ຈັດຂຶ້ນໃນວັນທີ 20 ມັງກອນ 2019, ໂດຍເປັນໂຄງການຮ່ວມມືຂອງກະຊວງກະສິກຳ ແລະປ່າ ໄມ້ຮ່ວມກັບກຸ່ມບໍລິສັດພັດທະນາກະສິກຳຢຸນນານ ສປ ຈີນ ທີ່ໄດ້ຮ່ວມກັນເຊັນໃນທ້າຍປີ 2016 ຜ່ານມາ, ເຂົ້າຮ່ວມໃນພິທີມີ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຖາງຊື້ໝີງ ຕາງໜ້າປະທານກຸ່ມບໍລິສັດພັດທະນາກະສິກໍາຢຸນນານຈໍາກັດ, ທ່ານເຢ້ຍເຊນຢວນຮອງຫົວໜ້າພະແນກຄະນະກຳມະການຄຸ້ມຄອງຊັບສິນລັດແຂວງຢຸນນານ, ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າ ຮ່ວມ.
ຂ່າວ: ພອນສະໄໝ
ສາລະວັນແມ່ນອີກແຂວງໜຶ່ງທີ່ມີຄວາມເອົາໃຈໃສ່ເຂັ້ມງວດຕໍ່ການຈັດຕັ້ງປະຕິບັດການຄຳສັ່ງ 15/ນຍ ໂດຍໃນ 5 ປີຜ່ານມາແຂວງດັ່ງກ່າວສາມາດຢືດໄມ້ ເຖື່ອນໄດ້ທັງໝົດ 5,2 ພັນແມັດກ້ອນ ແລະ 12,1 ກີໂລ ຂະນະທີ່ມີການດຳເນີນຄະດີ 63 ຄະດີໃນບໍລິມາດໄມ້ 236,17 ແມັດ ກ້ອນມີຜູ້ກະທຳຜິດ 63 ຄົນ ໃນນີ້ ຄົນລາວ 54 ຄົນ ແລະອີກ 9 ຄົນແມ່ນຄົນຕ່າງຊາດ.
ຂ່າວ: ວົງມະນີ
ວັນທີ 19 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ເປີດນຳໃຊ້ຕຶກປິ່ນປົວພະຍາດລວມໂຮງໝໍ 103 ກອງທັບປະຊາຊົນລາວ, ໂດຍ ການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດ ສປ ຈີນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເອກ ໝຽວ ຫົວຫົວໜ້າກົມວຽກງານການເມືອງຄະນະກຳມະການທະຫານສູນກາງຈີນ, ທ່ານ ພົນຕີ ຫຼີ່ງຊິງເຈຍ ຮອງຫົວໜ້າກົມພະລາທິການຄະນະກຳມະການທະຫານສູນກາງ, ມີບັນດານາຍ ແລະພົນທະຫານລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.