ໄມ້ອັດກາຊ້າງຄູ່ຕະຫຼາດຕ້ອງການສູງແຕ່ຂອດສະໜອງບໍ່ພຽງພໍ

  ຕະຫຼາດຕ່າງປະເທດຍັງຄົງຕ້ອງການໄມ້ອັດກາຊ້າງຄູ່ຂອງລາວເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີແຕ່ຂອດການຕອບສະໜອງບໍ່ພຽງພໍຍັງເປັນບັນຫາທ້າທາຍຂະນະທີ່ໂຮງງານກຽມເພີ່ມກຳລັງການຜະລິດຈາກ 80-200 ແມັດກ້ອນ ເປັນ 180-200 ແມັດກ້ອນຕໍ່ມື້ໃນປີໜ້າໄປພ້ອມກັບການປູກໄມ້ໄວ້ເປັນວັດຖຸດິບປ້ອນໂຮງງານໃຫ້ໄດ້ທັງໝົດ 10 ພັນເຮັກຕາ.

  ວັນທີ 15 ກໍລະກົດທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດພ້ອມຄະນະໄດ້ລົງພົບປະຢ້ຽມຢາມເບິ່ງໂຮງງານໄມ້ອັດຄູນຄຳກາຊ້າງຄູ່ທີ່ນອນຢູ່ໃນເຂດເສດຖະກິດພິເສດສະຫວັນ-ເຊໂນຈຸດ B ທີ່ເປັນການລົງທຶນຂອງເອກະຊົນພາຍໃນທັງນີ້ກໍເພື່ອຕິດຕາມ ແລະຊຸກຍູ້ການຜະລິດອຸດສາຫະກຳເພື່ອສົ່ງອອກຂອງແຂວງໃຫ້ນັບມື້ນັບຫຼາຍຂຶ້ນ.

  ໂອກາດນີ້ທ່ານ ຫອມ ສີຫາຈັກ ຜູ້ອຳນວຍການກໍໄດ້ລາຍງານຕໍ່ທ່ານເຈົ້າແຂວງຮູ້ວ່າ: ການຜະລິດໄມ້ອັດຂອງໂຮງງານແມ່ນຍັງບໍ່ໄດ້ຕາມຄາດໝາຍ 100% ແຕ່ຈະພັດທະນາໄປໃຫ້ດີ ແລະ ທຽບເທົ່າສາກົນ, ສ່ວນການຜະລິດແມ່ນຜະລິດໄມ້ອັດແມ່ນໄດ້ນຳໃຊ້ວັດຖຸດິບເປັນຕົ້ນໄມ້ວິກ, ກະຖິນນາລົງ ແລະ ໄມ້ກະຖິນເທພາຈາກບໍລິສັດທີ່ປູກມາກ່ອນ ລະເກັບຊື້ຈາກປະຊາຊົນທັງຈາກແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ແຂວງຈຳປາສັກ ແລະ ອີກຈໍານວນໜຶ່ງກໍ່ນຳມາຈາກຕ່າງປະ ເທດເປັນຕົ້ນ: ປະເທດຫວຽດນາມ, ໄທ ແລະປະເທດຈີນ.

ປະຈຸບັນທາງໂຮງງານສາມາດຜະລິດໄມ້ອັດໄດ້ປະມານ 80-100 ແມັດກ້ອນຕໍ່ມື້ ແລະຄາດວ່າຕົ້ນປີ 2020 ຈະເພີ່ມກໍາລັງການຜະລິດຂຶ້ນໃຫ້ໄດ້ 180-200 ແມັດ ກ້ອນຕໍ່ມື້ ຫຼື ເທົ່າກັບ 6.000 ແມັດກ້ອນຕໍ່ເດືອນ, ພະນັກງານພາຍໃນໂຮງງານແມ່ນເປັນຄົນລາວທັງໝົດ.

  ຂະນະທີ່ເລື່ອງການຕະຫຼາດແມ່ເຫັນວ່າມີຄວາມຕ້ອງການສູງແຕ່ຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຕ້ອງການເທື່ອຕໍ່ກັບບັນຫານີ້ໃນຕໍ່ໜ້າທາງໂຮງງານກໍ່ມີແຜນທີ່ຈະປູກໄມ້ເພື່ອປ້ອນໂຮງງານໃນຈຳນວນ 10 ພັນເຮັກ ລະຄາດວ່າຈະສາມາດຕອບສະໜອງການຜະລິດໄມ້ອັດປ້ອນຕະຫຼາດໄດ້ນອກຈາກນັ້ນທາງໂຮງ ງານກໍ່ຍັງພົບກັບບັນຫາຫຍຸ້ງຍາກອື່ນໆເປັນຕົ້ນ: ເລື່ອງລາຄາກະແສໄຟຟ້າສູງຂຶ້ນ, ນໍ້າໃຊ້ບໍ່ພຽງພໍເນື່ອງຈາກວ່າຫ່າງໄກຈາກຕົວເມືອງນໍ້າປະປາຍັງເຂົ້າບໍ່ເຖິງ.

  ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານກໍ່ໄດ້ມີຄໍາເຫັນວ່າ: ສໍາລັບຂໍ້ຫຍຸ້ງຍາກຕ່າງໆເປັນຕົ້ນແມ່ນຄ່າໄຟຟ້າທີ່ຕ້ອງໄດ້ຊໍາລະແຕ່ລະເດືອນນີ້ແມ່ນຕ້ອງເວົ້າກັນໃຫ້ລະ ອຽດບໍ່ວ່າຈະເປັນບັນຫາການຊໍາລະເງິນຫຼ້າຊ້າເພາະມູນຄ່າທີ່ມີສູງພໍສົມຄວນດັ່ງນັ້ນແມ່ນຈະໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງເຂົ້າມາແກ້ໄຂ; ເລື່ອງຂອງນໍ້າໃຊ້ແມ່ນຈະຕ້ອງເລັ່ງໃສ່ເຂດທີ່ມີການໃຊ້ນໍ້າເຂົ້າໃນການຜະລິດຢ່າງຈິງຈັງເພາະເສດຖະກິດພິເສດສະຫວັນ-ເຊໂນແຕ່ລະຈຸດແມ່ນເປັນເຂດຫ່າງໄກຈາກເຂດເທສະບານເຮັດໃຫ້ລະ ບົບນໍ້າປະປາບໍ່ສາມາດເຂົ້າເຖິງ, ສະນັ້ນຈຶ່ງໃຫ້ບັນດາອົງການຈັດຕັ້ງ ຫຼືພາກສ່ວນທີ່ກ່ຽວຂ້ອງນໍາໃຊ້ນໍ້າບາດານໄປກ່ອນເພື່ອລໍຖ້າລະບົບນໍ້າປະປາເຂົ້າມາ,ສໍາລັບວຽກງານການສົ່ງອອກນີ້ແມ່ນສະແດງຄວາມຊົມເຊີຍຕໍ່ຜົນງານທີ່ທາງໂຮງງານສາມາດຜະລິດ ແລະສົ່ງອອກເປັນສິນຄ້າໄປຕ່າງປະເທດໄດ້ເພາະວ່ານີ້ແມ່ນຜົນງານອັນໜຶ່ງທີ່ສ້າງຊື່ສຽງໃຫ້ແຂວງສະຫວັນນະເຂດກໍ່ຄືປະເທດເຮົາດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ສືບຕໍ່ຈັດຕັ້ງປະຕິບັດການຜະລິດສົ່ງອອກສົ່ງສິນຄ້າຕໍ່ໄປແຕ່ຕ້ອງຢູ່ໃນລະບຽບກົດໝາຍທີ່ທາງພາກລັດໄດ້ວາງໄວ້.

------------------------------

ໜັງສືພິມເສດຖະກິດ-ສັງຄົມ