ທຫລ ຮັກສາສະຖຽນລະພາບເງິນຕາແຫ່ງຊາດໄວ້ຢ່າງໝັ້ນທ່ຽງ

ຂ່າວ: ຣັດສະໝີ ດວງສັດຈະ

   ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ III ປະຈໍາປີ 2018 ໄດ້ຈັດຂຶ້ນໃນວັນທີ 26 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ ແລະ ກອງປະຊຸມຍັງໄດ້ແຕ່ງຕັ້ງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເປັນຮອງປະທານ ຄຄຊ ແລະເປັນຜູ້ປະຈຳການຄົນໃໝ່.

ການຄ້າກວດເຂັ້ມຄຸນນະພາບ ແລະຫ້າມແມ່ຄ້າສວຍໂອກາດຂື້ນລາຄາສິນຄ້າໃນປີໃໝ່ສາກົນ

(ໜັງສືພີມເສດຖະກິດ-ສັງຄົມ)  

ສືບເນື່ອງມາຈາກໃນມື້ວັນເທສະການຕ່າງໆຜ່ານມາໄດ້ເກີດແມ່ຄ້າຊາວຂາຍຈຳນວນໜຶ່ງມັກສວາຍໂອກາດຂຶ້ນລາຄາສິນຄ້າອຸປະໂພກ ແລະບໍລິໂພກພ້ອມດຽວກັນນີ້ຍັງມີການນຳເອົາສິນຄ້າເຊື່ອມຄຸນນະພາບມາວາງຂາຍອັນໄດ້ສ້າງຜົນກະທົບໂດຍກົງແກ່ພໍ່ແມ່ປະຊາຊົນແນວໃດກໍດີສຳລັບການສະເຫຼີມສະຫຼອງວັນປີໃໝ່ສາກົນ 2019 ຈະມາເຖິງນີ້ທາງເຈົ້າໜ້າທີ່ການຄ້າຫຼາຍແຂວງໃນຂອບເຂດກໍໄດ້ມີຄວາມເອົາໃຈໃນການຕິດຕາມກວດກາທັງນີ້ກໍເພື່ອເປັນການປົກປ້ອງຜູ້ຊົມໃຊ້.

ລັດສັ່ງເຂັ້ມລົງໂທດເຈົ້າໝ້າທີ່ຜູ້ລະເມີດຄຳສັ່ງ 15 ນຍ ພ້ອມອອກຂ່າວຜ່ານສື່ສານຕ່າງ

(ໜັງສືພີມເສດຖະກິດ-ສັງຄົມ)

   ຄຳສັ່ງເລກທີ 15/ນຍ ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາໃນຂອບເຂດທົ່ວປະເທດເຫັນວ່າໄດ້ຮັບຜົນສຳເລັດຫຼາຍດ້ານໂດຍສະເພາະເຮັດໃຫ້ໂຮງງານທີ່ບໍ່ໄດ້ມາດຕະຖານ ແລະທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວຖືກຍຸບເລີກ 2 ພັນກວ່າໂຮງງານ

ຫາລືແຜນພັດທະນາສະພາບບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ

ໂດຍ: ກິ່ງລັດຕະນະ (ໜັງສືພີມເສດຖະກິດ-ສັງຄົມ)

   ກອງປະຊຸມສ້າງແຜນພັດທະນາ ສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດລາວໄດ້ຈັດຂຶ້ນໃນວັນທີ 26 ທັນວາ 2018 ທີ່ນະ ຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ຮອງນາຍົກ ແນະນໍາໃຫ້ສະຫວັນນະເຂດເກັບລາຍຮັບບັນລຸແຜນ

ນ.ສ.ພ ເສດຖະກິດ-ສັງຄົມ

    ໂອກາດເດີນທາງມາຢ້ຽມຢາມແລະເຮັດວຽກທີ່ແຂວງສະຫວັນນະເຂດຂອງທ່ານສົມດີດວງດີຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນກໍໄດ້ໃຫ້ທິດຊີ້ນຳໃນຫຼາຍບັນຫາຕໍ່ແຂວງສະຫວັນນະເຂດໂດຍສະເພາະແມ່ນກ່ຽວກັບການຈັດເກັບລາຍຮັບເຂົ້າງົບປະມານແນໃສ່ເພື່ອເຮັດໃຫ້ການຈັດຕັ້ງວຽກງານດັ່ງກ່າວໄດ້ຮັບປະສິດທິພາບປະສິດທິຜົນ.

ສະມາຄົມຊີ້ແຈ້ງຫາງສຽງລູກຄ້າກ່ຽວກັບການໃຊ້ບໍລິການລົດຕຸກໆ - ຈໍາໂບ້

ໂດຍ: ບຸນນິກ

   ຜ່ານມາໄດ້ເກີດມີຫາງສຽງວິພາກວິຈານບໍ່ໜ້ອຍກ່ຽວກັບບັນຫາການໃຫ້ບໍລິການຂອງລົດຕຸກໆແລະຈຳໂບ້ໃນນະຄອນຫຼວງວຽງຈັນເປັນຕົ້ນແມ່ນບັນຫາລາຄາທີ່ວ່າແພງເກີນຄວາມເປັນຈິງເຮັດໃຫ້ຜູ້ໃຊ້ບໍລິການຈຳນວນໜື່ງຫັນໄປເລືອກທາງອື່ນສະນັ້ນເພື່ອເປັນການຫຼຸດຜ່ອນບັນຫາສະມາຄົມຮຽກຮ້ອງໃຫ້ຜູ້ທີ່ມີຈຸດປະສົງໃຊ້ບໍລິການກ່ອນຂຶ້ນລົດຕ້ອງຕົກລົງລາຄາກັບເຈົ້າຂອງກ່ອນເພື່ອຄວາມບໍລິສຸດໃຈທັງສອງຝ່າຍຂະນະທີ່ປະຈຸບັນມີລົດເຖື່ອນເຖິງ 15% ອາດເປັນຕົ້ນເຫດຂອງບັນຫານີ້.

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສປນວ ຈະພິຈາລະນາ-ຮັບຮອງເອົາບັນຫາສໍາຄັນ

ໂດຍ: ກິ່ງລັດຕະນະ

   ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I (ສປນວ) ໄດ້ໄຂຂຶ້ນໃນວັນທີ 25 ທັນວາ 2018 ທີ່ສໍານັກງານຫ້ອງວ່າການປົກຄອງນະຄອນຫຼວງ ວຽງຈັນ 

ລັດເນັ້ນເດັດຂາດ ຫ້າມຕັດເງິນເດືອນລັດຖະກອນ ແລະລະດົມປະຊາຊົນສະຫຼອງວັນສໍາຄັນຕ່າງໆ

ນ.ສ.ພ ເສດຖະກິດ-ສັງຄົມ

    ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນທັນວາ 2018 ໄດ້ ດໍາເນີນເປັນເວລາສອງວັນເຕັມຄື:ວັນທີ 24-25 ທັນວາ 2018, ພາຍໃຕ້ການເປັນປະທານຂອງທ່ານທອງລຸນສີສຸລິດນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີແລະສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ.

ສທຍລ ສະຫຼຸບຜົນງານພ້ອມຮັບສະມາຊິກໃໝ່

ໂດຍ: ແພງຕາ (ໜັງສືພີມເສດຖະກິດ-ສັງຄົມ)

    ວັນທີ 24 ທັນວາ 2018 ສວນພຶກສາໄດ້ຈັດພິທີຖະແຫຼ່ງ ຂ່າວເຊີນທ່ຽວບຸນກິນຈຽງບັນດາເຜົ່າທີ່ຈະຈັດຂຶ້ນທີ່ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງນະຄອນຫຼວງວຽງຈັນ

ເຂດບຶງທາດຫຼວງຈະຈັດງານສວນອຸທະຍານໂຄມໄຟຕ້ອນຮັບປີທ່ອງທ່ຽວລາວ-ຈີນ

ໂດຍ: ພິມພອນ  

   ເພື່ອເປັນການກຽມຕ້ອນຮັບປີທ່ອງທ່ຽວລາວ-ຈີນ 2019 ທີ່ຈະມາເຖິງນີ້, ໃນວັນທີ 20 ທັນວາຜ່ານມາ, ທີ່ເຂດເສດຖະກິດສະເພາະບຶງທາດຫຼວງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືການວາງສະແດງໂຄມໄຟແຫ່ງປີທ່ອທ່ຽວ ລາວ-ຈີນ 2019